KPL
ລັດຖະບານຈີນ ແລະ ທະນາຄານ ລົງທຶນ ພື້ນຖານໂຄງລ່າງອາຊີ ໄດ້ເຊັນ “ສັນຍາການສ້າງ ຫ້ອງການທະນາຄານລົງ ທຶນພື້ນ ຖານໂຄງລ່າງອາຊີ ຢູ່ເຂດບໍລິຫານພິເສດຮົງກົງ ລະຫວ່າງ ລັດຖະບານ ສາທາລະນະລັດ ປະຊາຊົນຈີນ ແລະ ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ” ເພື່ອສ້າງພື້ນຖານ ໃຫ້ແກ່ ທະນາຄານ ດັ່ງກ່າວ ໃນການສ້າງຫ້ອງການ ຢູ່ຮົງກົງ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ເຂດບໍລິຫານພິເສດຮົງກົງຂອງ ສປ ຈີນ, ລັດຖະບານຈີນ ແລະ ທະນາຄານ ລົງທຶນ ພື້ນຖານໂຄງລ່າງອາຊີ ໄດ້ເຊັນ “ສັນຍາການສ້າງ ຫ້ອງການທະນາຄານ ລົງທຶນ ພື້ນ ຖານໂຄງລ່າງອາຊີ ຢູ່ເຂດບໍລິຫານພິເສດຮົງກົງ ລະຫວ່າງ ລັດຖະບານ ສາທາລະນະລັດ ປະຊາຊົນຈີນ ແລະ ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ” ເພື່ອສ້າງພື້ນຖານ ໃຫ້ແກ່ ທະນາຄານ ດັ່ງກ່າວ ໃນການສ້າງຫ້ອງການຢູ່ຮົງກົງ. ທະນາຄານລົງທຶນ ພື້ນຖານໂຄງລ່າງອາຊີ ໄດ້ເລີ່ມດຳເນີນທຸລະກິດຢ່າງເປັນທາງການ ໃນເດືອນມັງກອນປີ 2016 ແລະ ເຂດຮົງກົງຂອງ ສປ ຈີນ ໄດ້ເຂົ້າຮ່ວມເປັນ ສະມາ ຊິກ ທະນາຄານດັ່ງກ່າວ ຢ່າງເປັນທາງການ ໃນເດືອນມິຖຸນາປີ 2017. ທະນາຄານລົງທຶນ ພື້ນຖານໂຄງລ່າງອາຊີ ເປັນທະນາຄານພັດທະນາ ຫລາຍຝ່າຍ, ມີຈຸດສົງຜ່ານການລົງທຶນ ໃນພື້ນຖານໂຄງ ລ່າງ ແລະ ຂົງເຂດການຜະລິດຕ່າງໆ ເພື່ອຊຸກຍູ້ການພັດທະນາ ເສດຖະກິດແບບຍືນຍົງ ຢູ່ອາຊີ, ສ້າງຄວາມຮັ່ງມີ ແລະ ປັບປຸງການເຊື່ອມໂຍງເຊື່ອມຈອດ ພື້ນຖານໂຄງລ່າງ, ພ້ອມທັງ ຮ່ວມມື ກັບອົງການ ພັດທະນາ ຫລາຍຝ່າຍ ຫລື ສອງຝ່າຍ ຢ່າງໃກ້ຊິດ ເພື່ອຊຸກຍູ້ການຮ່ວມມື ແລະ ການພົວພັນຄູ່ຮ່ວມ ລະດັບພາກພື້ນ ໃນການຮັບມື ກັບສິ່ງທ້າທາຍ ດ້ານການພັດທະນາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL