KPL
ຂະບວນກຳປັ່ນກອງທັບເຮືອຈີນ ແລະ ຫວຽດນາມ ໄດ້ສຳເລັດ ການລາດຕະເວນຮ່ວມ ຄັ້ງທີ 41 ຢູ່ອ່າວເປີຍປູ້ຢ່າງຈົບງາມ. ການລາດຕະເວນຮ່ວມ ຄັ້ງນີ້ ດໍາເນີນເປັນເວລາ 2 ວັນ, ເດີນເຮືອ 32 ຊົ່ວໂມງ ແລະ ເດີນເຮືອທັງໝົດ 351 ໄມທະເລ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ຂະບວນກຳປັ່ນກອງທັບເຮືອຈີນ ແລະ ຫວຽດນາມ ໄດ້ສຳເລັດ ການລາດຕະເວນຮ່ວມ ຄັ້ງທີ 41 ຢູ່ອ່າວເປີຍປູ້ຢ່າງຈົບງາມ. ການລາດຕະເວນຮ່ວມ ຄັ້ງນີ້ ດໍາເນີນເປັນເວລາ 2 ວັນ, ເດີນເຮືອ 32 ຊົ່ວໂມງ ແລະ ເດີນເຮືອທັງໝົດ 351 ໄມທະເລ. ສອງຝ່າຍຕ່າງໄດ້ສົ່ງກຳປັ່ນກອງທັບເຮືອ ພາກສ່ວນລະ 2ລຳເຂົ້າຮ່ວມ. ການລາດຕະເວນຮ່ວມ ລະຫວ່າງ ສປ ຈີນ-ສສ ຫວຽດນາມ ຢູ່ອ່າວເປີຍປູ້ ແມ່ນກິດຈະກຳ ແລກປ່ຽນມິດຕະພາບຕາມສັນຍາ ແລະ ແຜນທຳນຽມປະຈຳປີ ລະຫວ່າງ ສອງກອງທັບ. ນັບແຕ່ ສປ ຈີນ ແລະ ສສ ຫວຽດນາມ ໄດ້ເຊັນ “ສັນຍາລາດຕະເວນຮ່ວມ ຢູ່ອ່າວເປີຍປູ້ລະຫວ່າງ ກອງທັບເຮືອຈີນ-ຫວຽດນາມ” ໃນປີ 2005, ສອງກອງທັບ ໄດ້ຈັດການລາດຕະເວນຮ່ວມ ຢູ່ອ່າວດັ່ງກ່າວ ເປັນຄັ້ງທຳອິດໃນປີ 2006 ແລະ ໄດ້ຈັດຂຶ້ນເປັນເວລາ 20 ປີແລ້ວ ໂດຍໄດ້ບັນລຸການຂ້າມຜ່ານຈາກການຄົ້ນຄວ້າ ໃນໄລຍະເລີ່ມຕົ້ນ ຈົນເຖິງກິດຈະກຳທີ່ເປັນແບບກົນໄກ ແລະ ປົກກະຕິ, ແມ່ນພຶດຕິກຳຕົວຈິງ ທີ່ມີຊີວິດຊີວາ ຂອງການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ຈີນ-ຫວຽດນາມ ໃນຂົງເຂດທາງການທະຫານ ເຊິ່ງໄດ້ເສີມຂະຫຍາຍ ບົດບາດອັນຕັ້ງໜ້າ ໃນການເພີ່ມທະວີມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດ, ເພີ່ມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ ລະຫວ່າງ ສອງກອງທັບ, ທັງຊຸກຍູ້ການສ້າງຄູ່ຮ່ວມ ຊາຕາກຳຈີນ-ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດ ໃນລະດັບສູງກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL