ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ

10/11/2026 09:55
Email Print 1938
KPL ກອງປະຊຸມປຶກສາຫາລືກ່ຽວກັບການນໍາໃຊ້ກົດໝາຍ ແລະ ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ຂອງປະຊາຊົນທີ່ມີຄວາມຫຍຸ້ງຍາກ ຈັດຂຶ້ນໃນທ້າຍອາທິດຜ່ານມາ.

ຂປລ. ໂດຍການເປັນປະທານຮ່ວມຂອງ ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ຄໍາພັນ ພົມມະທັດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທໍາ, ມີ ທ່ານນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການກົດໝາຍ ແລະ ຍຸຕິທໍາ, ທ່ານ ບົວຄົງ ນາມມະວົງ ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂ້ັນສູນກາງ, ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານການພັກແຂວງຈຳປາສັກ ພ້ອມດ້ວຍຄະນະຄຸ້ມຄອງໄພພິບັດຂັ້ນສູນກາງ, ຂັ້ນແຂວງພາກກາງ- ພາກໃຕ້ເຂົ້າຮ່ວມ.

ໃນກອງປະຊຸມຄະນະຜູ້ແທນ ໄດ້ຮັບຟັງການລາຍງານສະພາບໄພພິບັດ, ແຜນກຽມພ້ອມຕອບໂຕ້ໄພພິບັດ ແລະ ທ່າແຮງໃນການກຽມພ້ອມຮັບມືກັບໄພພິບັດ ຂອງຄະນະກຳມະການຄຸ້ມຄອງໄພພິບັດຂ້ັນສູນກາງ, ຂັ້ນແຂວງ, ລາຍງານຮ່າງແນວຄວາມຄິດສ້າງສູນກຽມພ້ອມຕອບໂຕ້ໄພພິບັດປະຈໍາຢູ່ 3 ພາກ ຂອງປະເທດລາວ ໂດຍສະເພາະຢູ່ພາກໃຕ້ ທີ່ແຂວງຈຳປາສັກ, ລາຍງານຫຍໍ້ສະພາບໄພພິບັດທີ່ເກີດຂຶ້ນ, ການແກ້ໄຂ ແລະ ແຜນຮັບມືກັບສະພາບແຫ້ງແລ້ງ ຢູ່ແຂວງ ຈຳປາສັກ, ຮັບຟັງລາຍງານຈາກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກ່ຽວກັບແຜນກຽມພ້ອມຮັບມືກັບສະພາບແຫ້ງແລ້ງ, ການກຽມຄວາມພ້ອມທາງດ້ານກໍາລັງພົນ, ພາຫະນະ, ອຸປະກອນຈາກກະຊວງປ້ອງກັນປະເທດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ພ້ອມທັງແລກປ່ຽນບົດຮຽນວຽກງານຄຸ້ມຄອງໄພພິບັດບັນດາ ແຂວງພາກກາງ-ພາກໃຕ້ ກ່ຽວກັບແຜນການກຽມພ້ອມຮັບມືກັບສະພາບໄພພິບັດແຫ້ງແລ້ງແອວນິນໂຢ ແລະ ຮັບມືກັບສະພາບໃນໄລຍະລະດູຝົນຕໍ່ໜ້າຕື່ມອີກ.

ໂອກາດດຽວກັນ, ຄະນະດັ່ງກ່າວ ຍັງໄດ້ລົງຕິດຕາມພື້ນທີ່ຄວາມສ່ຽງຈາກສະພາບນໍ້າຖ້ວມໃນລະດູຝົນ ຢູ່ຈຸດປາກຫວ້ຍຂອງບ້ານຫວຍປູນ ແລະ ປາກຫ້ວຍ ຂອງບ້ານແກ ນະຄອນປາກເຊ ແຂວງຈໍາປາສັກ ຊຶ່ງ 2 ຈຸດ ຂອງ 2 ບ້ານ ແມ່ນມີສະພາບນໍ້າຖ້ວມໃນລະດູຝົນຂອງແຕ່ລະປີຜ່ານມາ ເນື່ອງຈາກເປັນພື້ນທີ່ຕໍ່າ, ການກໍ່ສ້າງຄູກັນນໍ້າຖ້ວມ (ກັນຕາຝັ່ງເຈື່ອນ) ທັງຢູ່ບ້ານ ຫ້ວຍປູນ ແລະ ບ້ານແກ ແມ່ນບໍ່ທັນສຳເລັດ ແລະ ໄດ້ມາດຕະຖານ. ການລົງຕິດຕາມຄັ້ງນີ້, ກໍເພື່ອກວດກາເບີ່ງສະພາບຕົວຈິງຂອງພື້ນທີ່, ຊຸກຍູ້, ຊີ້ນໍາເຮັດໃຫ້ໃຫ້ການກໍ່ສ້າງຄູກັນນໍ້າຖ້ວມ (ກັນຕາຝັ່ງເຈື່ອນ) ທັງ 2 ບ້ານດຳເນີນໄປຢ່າງມີປະສິດທິພາບ, ປະສິດທິຜົນສໍາເລັດທັນຕາມກຳນົດເວລາ ແລະ ສາມາດປ້ອງກັນໄດ້ຈາກໄພພິບັດນໍ້າຖ້ວມ, ນໍ້າຊຸຸໃນລະດູຝົນທີ່ອາດຈະເກີດຂຶ້ນ ໃນປີ 2027 ທີ່ຈະມາເຖິິງ.

ຂ່າວ: ເກດສະໜາ, ພາບ: ຈັນທະວີສັກ

KPL

ຂ່າວອື່ນໆ

    • ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນການເມືອງ

      ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ

      11/20/2026 10:06:46 AM

      ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ, ສະຫຼຸບວຽກງານການປ້ອງກັນພາຍໃນໄລຍະ 5 ປີ ແລະ ທິດທາງຕໍ່ໜ້າ, ພ້ອມທັງເຊັນບົດບັນທຶກກົນໄກການປະສານງານລະຫວ່າງ ກົມປ້ອງກັນພາຍໃນ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 19 ພະຈິກ 2026 ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີ ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີກົມ 200, ກຳລັງປ້ອງກັນພາຍໃນ ຄອສພ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາ

      11/18/2026 10:03:16 AM

      ໃນວັນທີ 16 ພະຈິກ 2026 ນີ້, ທ່ານນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະລາຊະທູດ ແຫ່ງຍີ່ປຸ່ນ ປະຈຳລາວ ໃນໂອກາດສຳເລັດການປະຕິບັດໜ້າທ່ີການທູດ ຢູ່ ສປປ ລາວ.

    • ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນການເມືອງ

      ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນ

      11/18/2026 9:48:18 AM

      ໃນວັນທີ 17 ພະຈິກ 2026, ທີ່ນະຄອນຫລວງມານິລາ, ສາທາລະນະລັດ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງນະຄອນຫລວງມານິລາ ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 47 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 16-22 ພະຈິກ 2026 ໂດຍການເປັນເຈົ້າພາບຂອງລັດຖະສະພາ ແຫ່ງ ສາທາລະນະລັດ ຟີລິບປິນ.

    • ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XXການເມືອງ

      ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

      11/18/2026 9:42:26 AM

      ໃນຕອນເຊົ້າວັນທີ 15 ພະຈິກ 2026 ທີ່ນະຄອນຫລວງ ພະນົມເປັນ, ລາຊະອານາຈັກກໍາ ປູເຈຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ທີ່ນະຄອນຫລວງພະນົມເປັນ, ລາຊະອານາຈັກກໍາປູເຈຍ.

    • 8 ແຂວງພາກເໜືອ ຮັບຟັງການເຜີຍແຜ່ເຊື່ອມຊຶມ 2 ດຳລັດສຳຄັນຂອງລັດຖະບານການເມືອງ

      8 ແຂວງພາກເໜືອ ຮັບຟັງການເຜີຍແຜ່ເຊື່ອມຊຶມ 2 ດຳລັດສຳຄັນຂອງລັດຖະບານ

      11/17/2026 4:13:54 PM

      ເຜີຍແຜ່ 2 ດຳລັດສຳຄັນ ວ່າດ້ວຍການຄຸ້ມຄອງອົງການຕ່າງປະເທດ ແລະ ພະນັກງານທ້ອງຖິ່ນ ແນໃສ່ຍົກລະດັບການຮ່ວມມືຢູ່ 8 ແຂວງພາກເໜືອ


Top