ຄະນະຜູ້ແທນ ຄອສພ ສຳເລັດ ການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

05/10/2026 11:24
Email Print 302
KPL ຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ນໍາໂດຍສະຫາຍ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ລະຫວ່າງວັນທີ 28 ກັນຍາ ຫາ 2 ຕຸລາ 2026.

ຕອນເຊົ້າວັນທີ 29 ກັນຍາ 2026, ຢູ່ນະຄອນຫຼວງຮ່າໂນ້ຍ ສະຫາຍ ສາຄອນ ພົມມະລາດ ພ້ອມຄະນະໄດ້ພົບປະເຮັດວຽກຢ່າງເປັນທາງການກັບຄະນະຜູ້ແທນຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ນໍາໂດຍສະຫາຍ ຟານ ຊວນ ຖຸຍ (Phan Xuan Thuy), ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການເມືອງ, ເສດຖະກິດ-ສັງຄົມຂອງສອງປະເທດ, ພ້ອມທັງຕີລາຄາສູງຕໍ່ການຮ່ວມມືສອງຝ່າຍນັບແຕ່ປີ 2022-2026, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບທິດທາງການປະສານສົມທົບກັນໃນຕໍ່ໜ້າ ເປັນຕົ້ນການຮ່ວມມືໄລຍະ 2027-2031, ສອງຝ່າຍຈະຍູ້ແຮງການຮ່ວມມືດ້ານສື່ມວນຊົນ, ການພິມຈໍາໜ່າຍ, ຂໍ້ມູນຂ່າວສານການຕ່າງປະເທດ ແລະ ການໂຄສະນາໃນແພລດຟອມດີຈິຕອນ; ປະສານສົມທົບຜະລິດຜະລິດຕະພັນສື່ປະສົມ (Multimedia) ປະສານສົມທົບກັນຮັບຮູ້, ຕອບໂຕ້ ແລະ ໂຕ້ແຍ້ງຂໍ້ມູນຂ່າວສານທີ່ບິດເບືອນຄວາມຈິງກ່ຽວກັບສາຍພົວພັນ ລາວ-ຫວຽດນາມ.

ຕອນບ່າຍວັນດຽວກັນ, ສະຫາຍ ສາຄອນ ພົມມະລາດ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ຈິ້ງ ວັນ ກວຽດ (Tranh Van Quyet), ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ.

ໃນວັນທີ 30 ກັນຍາ 2026, ຄະນະຜູ້ແທນລາວ ໄດ້ສືບຕໍ່ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງແຄ່ງຮ່ວາ (Khanh Hoa) ພ້ອມທັງໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວ ແລະ ບູຮານສະຖານຈໍານວນໜຶ່ງຢູ່ເມືອງຍາຈາງ (Nha Trang) ຕື່ມອີກ.

ຂ່າວ: ວສລ ພາບ: ຄະນະຜູ້ແທນ ຄອສພ

KPL

ຂ່າວອື່ນໆ

    • ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວຂະຫຍາຍຕົວໃນລະດັບ 4,8%ການເມືອງ

      ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວຂະຫຍາຍຕົວໃນລະດັບ 4,8%

      10/6/2026 9:48:03 AM

      ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທ່ີຍັງສືບຕ່ໍເຄ່ັງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນ ກາງພັກ, ການຕິດຕາມກວດກາຂອງສະພາແຫ່ງຊາດ, ສະພາປະຊາຊົນນະຄອນຫລວງ ວຽງຈັນ, ແຂວງ ແລະ ການບໍລິຫານດ້ວຍຄວາມຕັ້ງໜ້າຂອງ ລັດຖະບານເຮັດໃຫ້ເສດຖະກິດ- ສັງຄົມຂອງ ສປປ ລາວ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງຢູ່ໃນລະດັບ 4,8% ທຽບໃສ່ໄລຍະດຽວຂອງປີຜ່ານມາຂະຫຍາຍຕົວໃນລະດັບ 4,6%.

    • ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງປະທານສະພາ ແລະ ນາຍົກລັດຖະມົນຕີ ຄົນໃໝ່ການເມືອງ

      ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງປະທານສະພາ ແລະ ນາຍົກລັດຖະມົນຕີ ຄົນໃໝ່

      10/6/2026 9:40:47 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 5 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງເລືອກເອົາປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່.

    • ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໄຂຂຶ້ນຢ່າງເປັນທາງການການເມືອງ

      ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໄຂຂຶ້ນຢ່າງເປັນທາງການ

      10/6/2026 9:34:30 AM

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ຕຸລາ 2026

    • ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23ການເມືອງ

      ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23

      10/5/2026 11:18:11 AM

      ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ຈັດຂຶ້ນໃນຕອນບ່າຍວັນທີ 1 ຕຸລາ 2026 ທີ່ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.

    • ສານສະແດງຄວາມເຫັນໃຈການເມືອງ

      ສານສະແດງຄວາມເຫັນໃຈ

      10/5/2026 9:31:03 AM

      ໃນວັນທີ 30 ກັນຍາ 2026 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ຕໍ່ກັບເຫດການອຸທົກກະໄພຢ່າງຮຸນແຮງທີ່ນະຄອນຫລວງບາງກອກ ແລະ ຫລາຍແຂວງຂອງລາຊະອານາຈັກໄທ.


Top