ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23

05/10/2026 11:18
Email Print 308
KPL ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ຈັດຂຶ້ນໃນຕອນບ່າຍວັນທີ 1 ຕຸລາ 2026 ທີ່ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງນີ້ ໄດ້ປຶກສາຫາລືເພື່ອກະກຽມຄວາມພ້ອມຮອບດ້ານໃຫ້ແກ່ກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23 ທີ່ຈະຈັດຂຶ້ນໃນວັນທີ 2 ຕຸລາ 2026 ທັງທາງດ້ານພາລະທິການ ແລະ ດ້ານເນື້ອໃນ. ໃນນີ້, ໄດ້ມີການຮ່ວມກັນທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 22 ທີ່ໄດ້ຈັດຂຶ້ນໃນປີ 2021. ຕະຫຼອດໄລຍະ 5 ປີຜ່ານມາ ການຮ່ວມມືຂອງສອງປະເທດແມ່ນມີຄວາມຄືບໜ້າເປັນຮູບປະທຳຫຼາຍໆດ້ານ, ທັງໝົດນັ້ນລ້ວນແຕ່ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງສອງປະເທດໃຫ້ມີບາດກ້າວອັນໃໝ່ທີ່ດີຍິ່ງຂຶ້ນ.

ກອງປະຊຸມຍັງໄດ້ປຶກສາຫາລືການກຳນົດທິດທາງແຜນການຮ່ວມມືລະຫວ່າງສອງຝ່າຍ ລາວ-ໄທ ໃນຊຸມປີຕໍ່ໜ້າ ແລະ ກ້າວໄປສູ່ການສ້າງບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23 ໃຫ້ໄດ້ຢ່າງສົມບູນ ເຊິ່ງຈະເປັນພື້ນຖານອັນສຳຄັນໃຫ້ແກ່ການຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄືການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງປະເທດ ເພື່ອພ້ອມກັນພັດທະນາຢ່າງບໍ່ຢຸດຢັ້ງ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງນີ້, ໄດ້ດຳເນີນດ້ວຍບັນຍາກາດອັນດີ, ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ກົງໄປກົງມາ ແລະ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ໃນຕອນເຊົ້າວັນດຽວກັນ, ຍັງໄດ້ມີກອງປະຊຸມ 3 ກຸ່ມຍ່ອຍຄື: ກຸ່ມດ້ານການເມືອງ ແລະ ຄວາມໝັ້ນຄົງ; ກຸ່ມດ້ານເສດຖະກິດ ແລະ ກຸ່ມດ້ານສັງຄົມ ແລະ ການພັດທະນາ (ວັດທະນະທຳ-ສັງຄົມ) ເພື່ອທົບທວນຜົນການຈັດຕັ້ງຜັນຂະຫຍາຍບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືລາວ-ໄທ ຄັ້ງທີ 22, ພ້ອມທັງປຶກສາຫາລືຮ່ວມກັນໃນການກຳນົດແຜນການຮ່ວມມືໃນຊຸມປີຕໍ່ໜ້າດ້ວຍຄວາມເອົາໃຈໃສ່ ແລະ ກົງໄປກົງມາ.

ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວຂະຫຍາຍຕົວໃນລະດັບ 4,8%ການເມືອງ

      ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວຂະຫຍາຍຕົວໃນລະດັບ 4,8%

      10/6/2026 9:48:03 AM

      ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທ່ີຍັງສືບຕ່ໍເຄ່ັງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນ ກາງພັກ, ການຕິດຕາມກວດກາຂອງສະພາແຫ່ງຊາດ, ສະພາປະຊາຊົນນະຄອນຫລວງ ວຽງຈັນ, ແຂວງ ແລະ ການບໍລິຫານດ້ວຍຄວາມຕັ້ງໜ້າຂອງ ລັດຖະບານເຮັດໃຫ້ເສດຖະກິດ- ສັງຄົມຂອງ ສປປ ລາວ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງຢູ່ໃນລະດັບ 4,8% ທຽບໃສ່ໄລຍະດຽວຂອງປີຜ່ານມາຂະຫຍາຍຕົວໃນລະດັບ 4,6%.

    • ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງປະທານສະພາ ແລະ ນາຍົກລັດຖະມົນຕີ ຄົນໃໝ່ການເມືອງ

      ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງປະທານສະພາ ແລະ ນາຍົກລັດຖະມົນຕີ ຄົນໃໝ່

      10/6/2026 9:40:47 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 5 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງເລືອກເອົາປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່.

    • ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໄຂຂຶ້ນຢ່າງເປັນທາງການການເມືອງ

      ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໄຂຂຶ້ນຢ່າງເປັນທາງການ

      10/6/2026 9:34:30 AM

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ຕຸລາ 2026

    • ຄະນະຜູ້ແທນ ຄອສພ ສຳເລັດ ການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມການເມືອງ

      ຄະນະຜູ້ແທນ ຄອສພ ສຳເລັດ ການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

      10/5/2026 11:24:11 AM

      ຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ນໍາໂດຍສະຫາຍ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ລະຫວ່າງວັນທີ 28 ກັນຍາ ຫາ 2 ຕຸລາ 2026.

    • ສານສະແດງຄວາມເຫັນໃຈການເມືອງ

      ສານສະແດງຄວາມເຫັນໃຈ

      10/5/2026 9:31:03 AM

      ໃນວັນທີ 30 ກັນຍາ 2026 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ຕໍ່ກັບເຫດການອຸທົກກະໄພຢ່າງຮຸນແຮງທີ່ນະຄອນຫລວງບາງກອກ ແລະ ຫລາຍແຂວງຂອງລາຊະອານາຈັກໄທ.


Top