ເຢຍລະມັນ ເລັ່ງຫລຸດພາສີພະລັງງານ ຈາກລາຄານໍ້າມັນເພີ່ມສູງຂຶ້ນ

21/09/2026 12:49
KPL ລັດຖະບານ ເຢຍລະມັນ ລະບຸວ່າ ຈະປັບຫລຸດພາສີ ນ້ຳມັນ ແອັດຊັງ ແລະ ນ້ຳມັນ ກາຊວນ 0,17 ເອີໂຣຕໍ່ລິດ ພຽງບໍ່ເທົ່າໃດວັນ ຫລັງຈາກ ນາຍົກ ລັດຖະມົນຕີ ຟຣີດຣິຊ ເມຣຊ໌ (Friedrich Merz) ຜູ້ນຳ ເຢຍລະມັນ ໃຫ້ຄຳໝັ້ນສັນຍາວ່າ ຈະຊ່ວຍເຫລືອ ຜູ້ບໍລິໂພ

ຂປລ. ສຳນັກຂ່າວ ຣອຍເຕີ ລາຍງານຈາກ ນະຄອນຫລວງ ແບ໋ກແລ໋ງ ປະເທດ ເຢຍລະມັນ ເມື່ອວັນທີ 20 ກັນຍາ ວ່າ: ລັດຖະບານ ເຢຍລະມັນ ລະບຸວ່າ ຈະປັບຫລຸດພາສີ ນ້ຳມັນ ແອັດຊັງ ແລະ ນ້ຳມັນ ກາຊວນ 0,17 ເອີໂຣຕໍ່ລິດ ພຽງບໍ່ເທົ່າໃດວັນ ຫລັງຈາກ ນາຍົກ ລັດຖະມົນຕີ ຟຣີດຣິຊ ເມຣຊ໌ (Friedrich Merz) ຜູ້ນຳ ເຢຍລະມັນ ໃຫ້ຄຳໝັ້ນສັນຍາວ່າ ຈະຊ່ວຍເຫລືອ ຜູ້ບໍລິໂພກ ແລະ ທຸລະກິດ ທີ່ໄດ້ຮັບຜົນກະທົບ ຈາກ ລາຄາເຊື້ອໄຟ ທີ່ເພີ່ມສູງຂຶ້ນ.

ການເຄື່ອນໄຫວ ດັ່ງກ່າວ ຈະຫລຸດຜ່ອນພາສີ ລວມມູນຄ່າ 2.500 ລ້ານເອີໂຣ ລວມເຖິງ ການຫລຸດພາສີພະລັງງານລົງ 0,14 ເອີໂຣ ຫລື ກວມເອົາ ປະມານ 0.17 ເອີໂຣ ຕໍ່ລິດ ເມື່ອຄິດໄລ່ລວມຜົນ ຈາກການ ຫລຸດຜ່ອນ ພາສີມູນຄ່າເພີ່ມ ແລະ ຈະມີຜົນບັງຄັບໃຊ້ ຕັ້ງແຕ່ ວັນທີ 1 ຕຸລາ ໄປຈົນເຖິງ ທ້າຍປີນີ້. ນອກຈາກນັ້ນ, ລັດຖະບານ ເຢຍລະມັນ ຍັງລະບຸໃນຖະແຫລງການວ່າ ຈະມີການປຶກສາຫາລື ກັບ ພາກອຸດສາຫະກຳ ນ້ຳມັນ ເພື່ອກຳນົດ ເພດານ ລາຄາເຊື້ອໄຟ ໂດຍໃຊ້ຮູບແບບດຽວກັນກັບ ແບນຊິກ ເມື່ອວັນທີ 1 ມັງກອນ 2027 ເປັນຢ່າງຊ້າທີ່ສຸດ./

KPL

ຂ່າວອື່ນໆ


Top