ເປີດສັບປະດາໂຄງການພັດທະນາຊາວໜຸ່ມ ຈີນ-ອາຊຽນ

21/09/2026 08:43
Email Print 122
KPL ພິ​ທີ​ເປີດ​ສັບ​ປະ​ດາ​ ໂຄງ​ການ​ພັດ​ທະ​ນາ​ຊາວ​ໜຸ່ມ​ຈີນ-ອາ​ຊຽນ​ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີຂອງ ສປ ​ຈີນ ໂດຍ​ມີ ​​ຫົວ​ໜ້າ​ອົງ​ການ​ຈັດ​ຕັ້ງ​ຊາວ​ໜຸ່ມ ແລະ ຜູ້​ຕາງ​ໜ້າ​ໂຄງ​ການ​ພັດ​ທະ​ນາ​ຊາວ​ໜຸ່ມ​ຈາກ​ຈີນ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ປະ​ມານ 120 ຄົນ​ເຂົ້​າ​ຮ່ວມ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ,ພິ​ທີ​ເປີດ​ສັບ​ປະ​ດາ​ ໂຄງ​ການ​ພັດ​ທະ​ນາ​ຊາວ​ໜຸ່ມ​ຈີນ-ອາ​ຊຽນ​ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີຂອງ ສປ ​ຈີນ ໂດຍ​ມີ ​​ຫົວ​ໜ້າ​ອົງ​ການ​ຈັດ​ຕັ້ງ​ຊາວ​ໜຸ່ມ ແລະ ຜູ້​ຕາງ​ໜ້າ​ໂຄງ​ການ​ພັດ​ທະ​ນາ​ຊາວ​ໜຸ່ມ​ຈາກ​ຈີນ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ປະ​ມານ 120 ຄົນ​ເຂົ້​າ​ຮ່ວມ. ທ່ານ​ ທອງ​ລີ ສີ​ສຸ​ລິດ ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້ກ່າວ​ວ່າ: ສັບ​ປະ​ດາ​ໂຄງ​ການ​ດັ່ງ​ກ່າວ ​ແມ່ນ​ເວ​ທີ​ອັນ​ລ້ຳ​ຄ່າ​ສຳ​ລັບ​ຊາວ​ໜຸ່ມ​ ໃນ​ການແລກ​ປ່ຽນ​ຄວາມ​ຄິດ ແລະ ​ຮ່ວມ​ກັນເສີມ​ສ້າງວິ​ໄສ​ທັດ​ໃໝ່ ​​ສຳ​ລັບ ​ອະ​ນາ​ຄົດ. ພາຍ​ໃຕ້​ສະ​ພາບ​ການ​ຂອງໂລກ ແລະ ພາກ​ພື້ນ​ມີ​ການ​ປ່ຽນ​ແປງ​ຢ່າງວ່ອງ​ໄວ, ການ​ພັດ​ທະ​ນາ​ຂອງ​ຊາວ​ໜຸ່ມ ແລະ ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ ​​ລະ​ຫວ່າງ ສປ ຈີນ-ອາ​ຊຽນ ​ຄວນ​ຖືກ​ເບິ່ງວ່າ ເປັນ​ຄວາມ​ພະ​ຍາ​ຍາມ​​ທີ່​ມີ​ຄວາມ​ໝາຍ ທາງ​ຍຸດ​ທະ​ສາດ ແລະ ຕໍ່​ເນື່ອງ. ສັບ​ປະ​ດາ​ໂຄງ​ການ ​ໄດ້​ຄັດ​ເລືອກ​ໂຄງ​ການ​ພັດ​ທະ​ນາ​ຊາວ​ໜຸ່ມ 50 ກວ່າ​ໂຄງ​ການ​ຈາກ​ ສປ ຈີນ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ ລະ​ຫວ່າງ​ ຊາວ​ໜຸ່ມ​ຈີນ​ກັບ​ ອາ​ຊຽນ ໂດຍ​ຜ່ານ​ຮູບ​ການ​ຕ່າງໆ ເຊັ່ນ: ການ​ຝຶກ​ອົບ​ຮົມ​ຈາກ​ຄູ​ອາ​ຈານ, ການ​ທົດ​ລອງ​ໂຄງ​ການ, ການ​ແບ່ງ​ປັນ​ກໍ​ລະ​ນີ​ສຶກ​ສາ ແລະ ການ​ຈັບ​ຄູ່​ໂຄງ​ການ​ເປັນ​ຕົ້ນ./.

ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top