ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ

11/09/2026 09:52
Email Print 1560
KPL ພິທີສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ “ການຮູ້ໜັງສືເພື່ອປະຊາຊົນ, ມວນມະນຸດໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ” ຈັດຂຶ້ນໃນວັນທີ 8 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈຳການ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາອະດີດການນຳກະຊວງ, ການນຳພັກ-ລັດ, ຄະນະກຳມະການເພື່ອການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ, ການສຶກສາພາກເອກະຊົນ, ຕາງໜ້າຈາກກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຄູ-ອາຈານ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ “ການຮູ້ໜັງສືເພື່ອປະຊາຊົນ, ມວນມະນຸດໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ” ຈັດຂຶ້ນໃນວັນທີ 8 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈຳການ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາອະດີດການນຳກະຊວງ, ການນຳພັກ-ລັດ, ຄະນະກຳມະການເພື່ອການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ, ການສຶກສາພາກເອກະຊົນ, ຕາງໜ້າຈາກກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຄູ-ອາຈານ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: ການຈັດງານຄັ້ງນີ້ ເປັນວາລະທີ່ມີຄວາມໝາຍສຳຄັນຫຼາຍ ທີ່ພວກເຮົາມາຮ່ວມກັນສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ, ຕະຫຼອດ 6 ທົດສະວັດຜ່ານມາ, ການຮູ້ໜັງສືໄດ້ວິວັດທະນາຈາກທັກສະພື້ນຖານມາເປັນສິດທິ, ເປັນປະຕູສູ່ໂອກາດ, ການມີວຽກເຮັດງານທຳ ແລະ ການພັດທະນາປະເທດຊາດ, ພັກ ແລະ ລັດຖະບານ ເຂົ້າໃຈຢ່າງເລິກເຊິ່ງວ່າ ການຮູ້ໜັງສືບໍ່ແມ່ນພຽງການອ່ານອອກຂຽນໄດ້, ແຕ່ແມ່ນເຄື່ອງມືຍົກລະດັບຄຸນນະພາບຊີວິດ, ເປັນພື້ນຖານຂອງການຮຽນຮູ້ຕະຫຼອດຊີວິດ (Lifelong Learning) ແລະ ທັກສະດິຈິຕອນໃນຍຸກໃໝ່, ໃນນາມຕາງໜ້າຄະນະນຳກະຊວງສຶກສາທິການ ແລະ ກິລາ, ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງຄູ-ອາຈານ, ນັກການສຶກສາ, ອົງການປົກຄອງທ້ອງຖິ່ນ, ພາກເອກະຊົນ, ຊຸມຊົນ ແລະ ຄູ່ຮ່ວມພັດທະນາທັງພາຍໃນ ແລະ ສາກົນ ທີ່ໄດ້ສຸມໃສ່ສະຕິປັນຍາ ແລະ ເຫື່ອແຮງ ເຮັດໃຫ້ວຽກງານລົບລ້າງຄວາມບໍ່ຮູ້ໜັງສື ແລະ ບຳລຸງວັດທະນະທຳຢູ່ປະເທດເຮົາມີຜົນງານອັນໃຫຍ່ຫຼວງ ແລະ ຕັ້ງໜ້າ.

ພ້ອມກັນນີ້, ທ່ານຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ກໍໄດ້ເນັ້ນວ່າ: ວັນທີ 8 ກັນຍາ 2026 ເປັນວັນຄົບຮອບ 60 ປີ ຂອງວັນສາກົນແຫ່ງການຮູ້ໜັງສື ຈາກ 60 ປີ ສູ່ວາລະໃໝ່ ການຮູ້ໜັງສືໃນຍຸກດິຈິຕອນ, ປັນຍາປະດິດ (AI) ແລະ ການປ່ຽນແປງຂອງໂລກ ຕ້ອງກ້າວພົ້ນຈາກ “ອ່ານອອກ, ຂຽນໄດ້, ຄິດໄລ່ເປັນ” ໄປສູ່ “ຮູ້ອ່ານ-ຮູ້ຄິດ-ຮູ້ວິເຄາະ-ຮູ້ໃຊ້-ຮູ້ປັບຕົວ-ຮູ້ສ້າງ ແລະ ຮູ້ຮຽນຮູ້ຕະຫຼອດຊີວິດ”; ຫັນຄວາມທ້າທາຍເປັນໂອກາດ ຕ້ອງສ້າງຄົນບໍ່ໃຫ້ເປັນພຽງ “ຜູ້ຮັບຂໍ້ມູນ”, ແຕ່ເປັນຜູ້ມີວິຈາລະນະຍານ, ນຳໃຊ້ເຕັກໂນໂລຊີຢ່າງປອດໄພ, ສ້າງສັນ ແລະ ມີຄວາມຮັບຜິດຊອບ; ແກ້ໄຂບັນຫາທີ່ຕົ້ນເຫດ ຕ້ອງຮ່ວມມືກັນຫຼຸດຜ່ອນອັດຕາການປະລະການຮຽນ, ເລັ່ງຍົກລະດັບຄຸນນະພາບການສຶກສາ, ຫຼັກສູດ, ຄູ-ອາຈານ ແລະ ພື້ນຖານໂຄງລ່າງ, ເຊື່ອມຈອດການສຶກສາກັບຕະຫຼາດແຮງງານ, ເສດຖະກິດ, ການຝຶກອາຊີບ ແລະ ເຊື່ອມໂຍງກັບພາກພື້ນ-ສາກົນ; ສ້າງ “ສັງຄົມແຫ່ງການຮຽນຮູ້” ປ່ຽນຄຳຖາມຈາກ “ເຮັດແນວໃດໃຫ້ຮູ້ໜັງສື” ມາເປັນ “ເຮັດແນວໃດໃຫ້ທຸກຄົນມີໂອກາດຮຽນຮູ້ຕະຫຼອດຊີວິດ” ໂດຍໃຫ້ໂຮງຮຽນ, ຄອບຄົວ, ຊຸມຊົນ, ບ່ອນເຮັດວຽກ ແລະ ທົ່ວສັງຄົມ ເປັນແຫຼ່ງຮຽນຮູ້ ແລະ ຖືການສຶກສາເປັນພາລະກິດຂອງທົ່ວປວງຊົນ ການສ້າງຄົນຄືການສ້າງອະນາຄົດ ພວກເຮົາຕ້ອງການທັງ “ຄົນເກັ່ງ” ທີ່ມີທັກສະ ແລະ “ຄົນດີ” ທີ່ມີຄຸນນະທຳ, ມີວິໄນ, ຮັກຊາດ ແລະ ມີຈິດສຳນຶກຕໍ່ສັງຄົມ.

ນອກນັ້ນ, ໃນພິທີຍັງໄດ້ຮັບຟັງການອ່ານສານ ຈາກທ່ານຜູ້ອຳນວຍການອຸຍແນັສໂກ ປະຈຳພາກພື້ນ ເນື່ອງໃນວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ; ຮັບຟັງການສ້າງການຮຽນຮູ້ຕະຫຼອດຊີວິດຢູ່ ສປປ ລາວ; ວິວັດທະນາການການຮູ້ໜັງສື ແລະ ການຮຽນຮູ້ຕະຫຼອດຊີວິດຂອງ ສປປ ລາວ, ຮັບຊົມການວາງສະແດງຜົນງານການຮູ້ໜັງສື 60 ປີ. ພ້ອມນີ້, ຜູ້ເຂົ້າຮ່ວມ ກໍໄດ້ຢ້ຽມຊົມຫ້ອງວາງສະແດງຜົນງານດ້ານການສຶກສາຕື່ມອີກ.

ຂ່າວ-ພາບ: ບົວລະພາ

KPL

ຂ່າວອື່ນໆ

    • ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອວັດທະນະທຳ-ສັງຄົມ

      ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອ

      10/13/2026 8:26:19 AM

      ພິທີເຊັນສັນຍາຮ່ວມມືສົ່ງເສີມການພັດທະນາພື້ນຖານໂຄງລ່າງ ດ້ານໄອຊີທີ ແລະ ເອໄອ (ICT & AI) ລະຫວ່າງບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ມະຫາວິທະຍາໄລແຫ່ງຊາດ ຈັດຂຶ້ນໃນວັນທີ 8 ຕຸລາ 2026 ໂດຍການລົງນາມລະຫວ່າງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໂດຍມີຄະນະອຳນວຍການ, ຄະນະຜູ້ບໍລິຫານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

    • ໃນປີ 2027 ຄຳມ່ວນວາງແຜນຜະລິດເຂົ້ານາແຊງ 16,000 ກວ່າເຮັກຕ້າວັດທະນະທຳ-ສັງຄົມ

      ໃນປີ 2027 ຄຳມ່ວນວາງແຜນຜະລິດເຂົ້ານາແຊງ 16,000 ກວ່າເຮັກຕ້າ

      10/13/2026 1:04:14 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄຳມ່ວນ ວາງແຜນການຜະລິດເຂົ້ານາແຊງ ປີ 2027 ໃຫ້ໄດ້ 16.199 ເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ ້ 80.130 ໂຕນ ໃນນີ້, ເນື້ອທີ່ແຜນ ການປູກເຂົ້າເພື່ອເປັນສະບຽງ ອາຫານ 5.497 ເຮັກຕາ, ຄາດຄະ ເນຜົນຜະລິດ 26.184 ໂຕນ, ແຜນການປູກເຂົ້າເປັນສິນຄ້າ 10.702 ເຮັກຕາ, ຄາດຄະເນຜົນ ຜະລິດ 53.946 ໂຕນ.

    • ໄຊຍະບູລີ ດຳເນີນກອງປະຊຸມຄະນະກຳມະການປົກຄອງ ປະຈຳເດືອນກັນຍາວັດທະນະທຳ-ສັງຄົມ

      ໄຊຍະບູລີ ດຳເນີນກອງປະຊຸມຄະນະກຳມະການປົກຄອງ ປະຈຳເດືອນກັນຍາ

      10/13/2026 1:00:08 AM

      ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ກອງປະຊຸມຄະ ນະກຳມະການປົກຄອງ ແຂວງ ໄຊຍະບູລີ ປະຈຳ ເດືອນ ກັນຍາ 2026 ຈັດຂຶ້ນໃນມໍ່ໆມານີ້ ທີ່ຫ້ອງ ວ່າການແຂວງ ໂດຍການເປັນ ປະຂອງ ທ່ານ ດວງຕາ ໄຊວຸດ ປະ ທານຄະນະກຳມະການປົກຄອງ ແຂວງໄຊຍະບູລີ ພ້ອມດ້ວຍພະແນກ ການ, ອົງການ, ກົມກອງອ້ອມຂ້າງ ແຂວງ, 11 ເມືອງ ແລະ ພະນັກງານ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ເຜີຍແພ່ກົດໝາຍວ່າດ້ວຍການປະກັນສັງຄົມ ໃຫ້ພະນັກງານລັດຖະກອນ ຢູ່ເມືອງໄຊພູທອງວັດທະນະທຳ-ສັງຄົມ

      ເຜີຍແພ່ກົດໝາຍວ່າດ້ວຍການປະກັນສັງຄົມ ໃຫ້ພະນັກງານລັດຖະກອນ ຢູ່ເມືອງໄຊພູທອງ

      10/9/2026 12:55:21 AM

      ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເມືອງ ໄຊພູທອງ ແຂວງສະຫວັນນະເຂດ ເຜີຍແຜ່ກົດໝາຍວ່າດ້ວຍການ ປະກັນສັງຄົມ, ຂໍ້ຕົກລົງວ່າດ້ວຍ ຊຸດຜົນປະໂຫຍດທາງການແພດ, ວິທີການຈ່າຍເງິນປະກັນສຸຂະພາບ ແລະ ສັນຍາການບໍລິການປິ່ນປົວ ສຸຂະພາບຕາມລະບົບປະກັນສັງ ຄົມ ໃນວັນທີ 5 ຕຸລາ 2026 ໂດຍ ການເປັນປະທານຂອງ ທ່ານ ຈັນ ສະໝອນ ອາລິຍາວົງ ຫົວໜ້າ ຫ້ອງການ ປະກັນສັງຄົມແຂວງ ສະຫວັນນະເຂດ ພ້ອມດ້ວຍພາກ ສ່ວນທຸລະກິດ ແລະ ພະນັກງານ- ລັດຖະກອນເຂົ້າຮ່ວມ.

    • ສສກ ແຂວງຄຳມວນ ສະຫລອງວັນຄູແຫ່ງຊາດ ຄົບຮອບ 32 ປີວັດທະນະທຳ-ສັງຄົມ

      ສສກ ແຂວງຄຳມວນ ສະຫລອງວັນຄູແຫ່ງຊາດ ຄົບຮອບ 32 ປີ

      10/9/2026 12:50:26 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພະແນກສຶກສາທິ ການ ແລະ ກິລາ (ສສກ) ແຂວງ ຄໍາມ່ວນ ສະເຫລີມສະຫລອງວັນ ຄູແຫ່ງຊາດ ຄົບຮອບ 32 ປີ ໃນ ວັນທີ 6 ຕຸລາ 2026 ໂດຍການ ເປັນປະທານຂອງ ທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ, ມີບັນດາຄະນະພະແນກ, ຂະແໜງ ການ, ພະນັກງານບໍານານ ແລະ ພະນັກງານວິຊາການເຂົ້າຮ່ວມ.


Top