ຝຶກອົບຮົມບຳລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ ສສຍລ

16/09/2026 10:20
Email Print 1266
KPL ພິທີເປີດຊຸດຝຶກອົບຮົມ ບຳລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ແກ່ສະມາຊິກພັກ, ພະນັກງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ຊຸດທີ I ຈັດຂຶ້ນໃນວັນທີ 14 ກັນຍາ 2026 ທີ່ສູນກາງສະຫະພັນແມ່ຍິງລາວ

 ໂດຍການເປັນປະທານຂອງ ທ່ານ ນາງ ທຳມາ ເພັດວິໄຊ ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີ ທ່ານ ຄຳກອງ ທຳມະເທວາ ກຳມະການຄະນະພັກ, ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ. ທັງນີ້, ກໍເພື່ອເປັນການສ້າງຄວາມເຂັ້ມແຂງ ໃຫ້ພະນັກງານ-ລັດຖະກອນຂອງສູນກາງສະຫະພັນແມ່ຍິງລາວ ໃນການຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ທິດສະດີ-ແນວທາງຂອງພັກ ໃນແຕ່ລະໄລຍະ ເພື່ອດັດປັບເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ຕາມພາລະບົດບາດ ແລະ ການຈັດຕັ້ງມອບໝາຍໃຫ້.

ຝຶກອົບຮົມຄັ້ງນີ້, ຈະໄດ້ດຳເນີນແຕ່ວັນທີ 14-25 ກັນຍາ 2026, ມີສຳມະນາກອນ ເຂົ້າຮ່ວມທັງໝົດ 41 ສະຫາຍ, ຍິງ 36 ສະຫາຍ. ສ່ວນເນື້ອໃນເອກະສານຝຶກອົບຮົມໃນຄັ້ງນີ້ ປະກອບມີ: ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ວິທີສັດຈະວິພາກວັດຖຸນິຍົມ, ການກຳເນີດພັກປະຊາຊົນປະຕິວັດລາວ, ສ້າງ ແລະ ບູລະນະລະບອບປະຊາທິປະໄຕ, ແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ, ຝຶກຝົນຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ສ້າງການຫັນປ່ຽນວຽກງານພະນັກງານ ໃນເງື່ອນໄຂປັດຈຸບັນ, ສັງຄົມສາມັກຄີປອງດອງ ແມ່ນບໍ່ເກີດແຫ່ງກຳລັງແຮງຂອງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ແນວທາງເສດຖະກິດຂອງພັກ ຕິດພັນກັບການພັດທະນາວັດທະນະທຳ ແລະ ສິ່ງແວດລ້ອມ, ສ້າງລັດແຫ່ງກົດໝາຍເທື່ອລະກ້າວ ພາຍໃຕ້ການນຳພາຂອງພັກ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ການຫັນເປັນອຸດສາຫະກຳ ແລະ ທັນສະໄໝຢູ່ປະເທດເຮົາ, ແນວທາງການຕ່າງປະເທດທີ່ສ້າງສັນ, ການພົວພັນເພື່ອນມິດຍຸດທະສາດ, ການຈັດຕັ້ງປະຕິບັດແນວທາງ ແລະ ແຜນນະໂຍບາຍຂອງພັກເຂົ້າສູ່ຊີວິດຕົວຈິງ.

ໂອກາດນີ້, ທ່ານ ນາງ ທຳມາ ເພັດວິໄຊ ໄດ້ມີຄຳເຫັນວ່າ: ການເປີດຝຶກອົບຮົມໃນຄັ້ງນີ້, ຈຸດປະສົງ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ກໍຄື ແຜນພັດທະນາແມ່ຍິງແຫ່ງຊາດ 5 ປີ ຄັ້ງທີ IX (2026-2030) ໃນການສ້າງຄວາມເຂັ້ມແຂງ ໃຫ້ພະນັກງານ-ລັດຖະກອນຂອງສູນກາງສະຫະພັນແມ່ຍິງລາວ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ທິດສະດີ-ແນວທາງຂອງພັກ ໃນແຕ່ລະໄລຍະ ເພື່ອດັດປັບເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ຕາມພາລະບົດບາດ ແລະ ການຈັດຕັ້ງມອບໝາຍໃຫ້. ນອກນັ້ນ, ເຮັດໃຫ້ພະນັກງານ, ສະມາຊິກພັກ ກໍຄື ສຳມະນາກອນ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການສ້າງ ແລະ ການບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ ໂດຍສະເພາະ ແມ່ນແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ, ການປົກປັກຮັກສາ ແລະ ການສ້າງສາພັດທະນາປະເທດຊາດ ແລະ ຍັງເປັນການເປີດໂອກາດແລກປ່ຽນບົດຮຽນ, ປະສົບການຕົວຈິງ ນຳນັກວິທະຍາກອນ ທີ່ມີປະສົບການ ແລະ ມີບົດຮຽນຫຼາກຫຼາຍ ຊຶ່ງເປັນຂໍ້ມູນພື້ນຖານອັນສຳຄັນ ແລະ ຄວາມຮູ້ອັນລ້ຳຄ່າ ທີ່ສາມາດນຳໄປໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂະແໜງການທີ່ຕົນຮັບຜິດຊອບ, ທັງເປັນການຍົກລະດັບຄວາມຮັບຮູ້, ເຂົ້າໃຈ ຕໍ່ທິດສະດີມາກ-ເລນິນ, ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໃຫ້ແກ່ນັກຝຶກອົບຮົມ, ເປັນການເພີ່ມຄວາມເຊື່ອໝັ້ນ, ຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ແລະ ສືບຕໍ່ອົດທົນ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ສ້າງບາດກ້າວບຸກທະລຸໃນວຽກງານຕ່າງໆ ທີ່ຖືກມອບໝາຍໃຫ້ສຳເລັດ.

ຂ່າວ-ພາບ: ພະແນກອົບຮົມພະນັກງານ ແລະ ສະມາຊິກພັກ

KPL

ຂ່າວອື່ນໆ

    • ລາວ-ຫວຽດນາມ ຮ່ວມມືຍົກລະດັບຄວາມຮູ້ດ້ານວິຊາສະເພາະ ໃຫ້ເຈົ້າໜ້າທີ່ພາສີວັດທະນະທຳ-ສັງຄົມ

      ລາວ-ຫວຽດນາມ ຮ່ວມມືຍົກລະດັບຄວາມຮູ້ດ້ານວິຊາສະເພາະ ໃຫ້ເຈົ້າໜ້າທີ່ພາສີ

      9/17/2026 12:52:23 PM

      ກົມພາສີ ກະຊວງການເງິນ ສປປ ລາວ ແລະ ກົມພາສີ ກະຊວງການເງິນ ສສ ຫວຽດນາມ ຈັດຝຶກອົບຮົມໃນຫົວຂໍ້ “ການກຳນົດມູນຄ່າແຈ້ງພາສີ, ການຈັດລະຫັດສິນຄ້າ ແລະ ການກຳນົດແຫຼ່ງກຳເນີດສິນຄ້າ” ໃນວັນທີ 15 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ພຸດທະນິກອນ ເຄນນະວົງ ຮອງຫົວໜ້າກົມພາສີ ກະຊວງການເງິນ ສປປ ລາວ, ມີວິທະຍາກອນຈາກກົມພາສີ ຫວຽດນາມ ນຳໂດຍ ທ່ານ ນາງ ໄມ ທິ ເວີນ ແອງ ຮອງຫົວໜ້າພະແນກຄຸ້ມຄອງພາສີ ແລະ ອາກອນ, ມີສຳມະນາກອນຈາກກົມພາສີ ແລະ ພາສີປະຈຳແຂວງ, ບັນດາດ່ານ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ຕ້ອນຮັບຄະນະບໍລິຫານສະມາຄົມສຽງແຄນລາວວັດທະນະທຳ-ສັງຄົມ

      ນາຍົກລັດຖະມົນຕີ ຕ້ອນຮັບຄະນະບໍລິຫານສະມາຄົມສຽງແຄນລາວ

      9/17/2026 8:24:37 AM

      ເມື່ອບໍ່ດົນມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບຄະນະບໍລິຫານສະມາຄົມສຽງແຄນລາວ ນຳໂດຍ ທ່ານ ຈະເລີນ ເຍຍປາວເຮີ ອະດີດກຳມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ປະທານກິດຕິມະສັກສະມາຄົມສຽງແຄນລາວ ເພື່ອລາຍງານການເຄື່ອນໄຫວຂອງສະມາຄົມສຽງແຄນລາວ ແລະ ເພື່ອຮັບການຊີ້ນຳຈາກການນຳພັກ-ລັດ.

    • ຜູ້ຖືກເຄາະຮ້າຍຈາກ ລບຕ ຢູ່ລາວ ຍັງຕ້ອງການຄວາມຊ່ວຍເຫລືອ ຈາກທຸກພາກສ່ວນໃນສັງຄົມວັດທະນະທຳ-ສັງຄົມ

      ຜູ້ຖືກເຄາະຮ້າຍຈາກ ລບຕ ຢູ່ລາວ ຍັງຕ້ອງການຄວາມຊ່ວຍເຫລືອ ຈາກທຸກພາກສ່ວນໃນສັງຄົມ

      9/16/2026 10:29:57 AM

      ຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ (ລບຕ) ໃນ ສປປ ລາວ ໄດ້ຮ່ວມແບ່ງປັນປະສົບການອັນເຈັບປວດຈາກເຫດການໃນອະດີດ ໃນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ໃນວັນທີ 14 ກັນຍາ 2026 ໂດຍໄດ້ຍົກໃຫ້ເຫັນເຫດການກ່ອນ ແລະ ຫຼັງຖືກລະເບີດແຕກໃສ່ ຈົນເຮັດໃຫ້ເກີດຄວາມບົກພ່ອງທາງຮ່າງກາຍ, ພ້ອມທັງສະແດງຄວາມຫວັງວ່າ ທຸກພາກສ່ວນຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ຜູ້ເຄາະຮ້າຍ ໂດຍສະເພາະດ້ານການສຶກສາ, ການປິ່ນປົວ, ການຝຶກວິຊາຊີບ ແລະ ການຈ້າງງານ ເພື່ອໃຫ້ສາມາດກັບຄືນມາດຳລົງຊີວິດຢ່າງມີຄຸນຄ່າ.

    • ຕຳຫຼວດຈະລາຈອນ ວາງກຳລັງລະບາຍການສັນຈອນ ໄລຍະກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານວັດທະນະທຳ-ສັງຄົມ

      ຕຳຫຼວດຈະລາຈອນ ວາງກຳລັງລະບາຍການສັນຈອນ ໄລຍະກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

      9/16/2026 10:15:22 AM

      ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ວາງກຳລັງ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ຢູ່ຕາມຈຸດຕ່າງໆ ໂດຍສະເພາະຢູ່ຈຸດດ້ານໜ້າຫໍປະຊຸມແຫ່ງຊາດ ເພື່ອອຳນວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນ ທີ່ມາເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 14-18 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ.

    • ປກສ ເຂດບໍ່ເຕັນຍຶດຢາສູບໄຟຟ້າໄດ້ 35.600ອັນວັດທະນະທຳ-ສັງຄົມ

      ປກສ ເຂດບໍ່ເຕັນຍຶດຢາສູບໄຟຟ້າໄດ້ 35.600ອັນ

      9/16/2026 10:06:37 AM

      ແຫຼ່ງຂ່າວຈາກ ປກສ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເຂດບໍ່ເຕັນ ແຂວງຫຼວງນໍ້າທາ ຢຶດຢາສູບໄຟຟ້າໄດ້ 110 ແກັດໃຫຍ່, 13 ແກັດນ້ອຍ ລວມທັງໝົດ 35.600 ອັນ ທີ່ເຊື່ອງມາກັບສິນຄ້າປະເພດອື່ນ ເພື່ອອຳພາງຕໍ່ເຈົ້າໜ້າທີ່.


Top