ຕຳຫຼວດຈະລາຈອນ ວາງກຳລັງລະບາຍການສັນຈອນ ໄລຍະກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

16/09/2026 10:15
Email Print 1127
KPL ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ວາງກຳລັງ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ຢູ່ຕາມຈຸດຕ່າງໆ ໂດຍສະເພາະຢູ່ຈຸດດ້ານໜ້າຫໍປະຊຸມແຫ່ງຊາດ ເພື່ອອຳນວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນ ທີ່ມາເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 14-18 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ.

ທ່ານ ພັທ ຄອນສະຫວັນ ຈັນທະວົງ ຫົວໜ້າພະແນກຈັດກຳລັງປ້ອງກັນ ແລະ ເປີດທາງ ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໃຫ້ສຳພາດ ໃນວັນທີ 14 ກັນຍາ 2026 ນີ້ວ່າ: ເພື່ອອຳນວຍຄວາມສະດວກໃຫ້ແກ່ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ດຳເນີນໄປດ້ວຍຜົນສຳເລັດ ພະແນກຈັດກຳລັງປ້ອງກັນ ແລະ ເປີດທາງ ໄດ້ຈັດວາງກຳລັງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ຢູ່ຈຸດດ້ານໜ້າຫໍປະຊຸມແຫ່ງຊາດ ແລະ ຈຸດອື່ນໆ ໂດຍໄດ້ບັນຈຸກຳລັງ ເຂົ້າປະຈຳການນັບແຕ່ວັນທີ 11 ກັນຍາ 2026 ເປັນຕົ້ນມາ ເພື່ອກະກຽມຮັບໃຊ້ ແລະ ອຳນວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນທີ່ເດີນທາງມາເຂົ້າຮ່ວມກອງປະຊຸມ CCM ໃຫ້ມີຄວາມສະດວກສະບາຍ, ທັນເວລາ. ນັບແຕ່ມື້ເລີ່ມປະຈຳການ ກຳລັງຕຳຫຼວດຈະລາຈອນໄດ້ຕັ້ງໜ້າປະຕິບັດວຽກວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ໂດຍໄດ້ຈັດລົດເປີດທາງ ແລະ ນຳພາຂະບວນລົດຂອງແຂກ ຈາກສະໜາມບິນສາກົນວັດໄຕ ໄປຍັງສະຖານທີ່ພັກເຊົາ ແລະ ຈາກສະຖານທີ່ພັກເຊົາໄປຫາຫໍປະຊຸມແຫ່ງຊາດ. ນອກຈາກນັ້ນ, ຍັງໄດ້ຈັດກຳລັງລົງປະຈຳຕາມຈຸດສຳຄັນຕ່າງໆ ເພື່ອລະບາຍການສັນຈອນ, ອຳນວຍຄວາມສະດວກ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍໃນການເດີນທາງຂອງຜູ້ແທນ ແລະ ແຂກທີ່ເຂົ້າຮ່ວມກອງປະຊຸມ.

ທ່ານ ພັທ ຄອນສະຫວັນ ຈັນທະວົງ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນລວມທັງປະຊາຊົນ ຜູ້ໃຊ້ລົດໃຊ້ຖະໜົນ ປະຕິບັດຕາມກົດຈະລາຈອນ ແລະ ໃຫ້ການຮ່ວມມືແກ່ເຈົ້າໜ້າທີ່, ພ້ອມທັງຮ່ວມກັນເປັນເຈົ້າພາບທີ່ດີ ເພື່ອເຮັດໃຫ້ກອງປະຊຸມຄັ້ງສຳຄັນໃນຄັ້ງນີ້ ດຳເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ ແລະ ບັນລຸຜົນສຳເລັດ.

ການລະດົມກຳລັງຂອງຕຳຫຼວດຈະລາຈອນໃນຄັ້ງນີ້ ຖືເປັນອີກພາກສ່ວນສຳຄັນໃນການຮັບປະກັນດ້ານການຈະລາຈອນ ແລະ ອຳນວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນຈາກປະເທດຕ່າງໆ, ທັງສະທ້ອນໃຫ້ເຫັນເຖິງຄວາມພ້ອມ ແລະ ຈິດໃຈການເປັນເຈົ້າພາບຂອງ ສປປ ລາວ ໃນການຈັດກອງປະຊຸມໃນຄັ້ງນີ້.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

    • ລາວ-ຫວຽດນາມ ຮ່ວມມືຍົກລະດັບຄວາມຮູ້ດ້ານວິຊາສະເພາະ ໃຫ້ເຈົ້າໜ້າທີ່ພາສີວັດທະນະທຳ-ສັງຄົມ

      ລາວ-ຫວຽດນາມ ຮ່ວມມືຍົກລະດັບຄວາມຮູ້ດ້ານວິຊາສະເພາະ ໃຫ້ເຈົ້າໜ້າທີ່ພາສີ

      9/17/2026 12:52:23 PM

      ກົມພາສີ ກະຊວງການເງິນ ສປປ ລາວ ແລະ ກົມພາສີ ກະຊວງການເງິນ ສສ ຫວຽດນາມ ຈັດຝຶກອົບຮົມໃນຫົວຂໍ້ “ການກຳນົດມູນຄ່າແຈ້ງພາສີ, ການຈັດລະຫັດສິນຄ້າ ແລະ ການກຳນົດແຫຼ່ງກຳເນີດສິນຄ້າ” ໃນວັນທີ 15 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ພຸດທະນິກອນ ເຄນນະວົງ ຮອງຫົວໜ້າກົມພາສີ ກະຊວງການເງິນ ສປປ ລາວ, ມີວິທະຍາກອນຈາກກົມພາສີ ຫວຽດນາມ ນຳໂດຍ ທ່ານ ນາງ ໄມ ທິ ເວີນ ແອງ ຮອງຫົວໜ້າພະແນກຄຸ້ມຄອງພາສີ ແລະ ອາກອນ, ມີສຳມະນາກອນຈາກກົມພາສີ ແລະ ພາສີປະຈຳແຂວງ, ບັນດາດ່ານ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ຕ້ອນຮັບຄະນະບໍລິຫານສະມາຄົມສຽງແຄນລາວວັດທະນະທຳ-ສັງຄົມ

      ນາຍົກລັດຖະມົນຕີ ຕ້ອນຮັບຄະນະບໍລິຫານສະມາຄົມສຽງແຄນລາວ

      9/17/2026 8:24:37 AM

      ເມື່ອບໍ່ດົນມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບຄະນະບໍລິຫານສະມາຄົມສຽງແຄນລາວ ນຳໂດຍ ທ່ານ ຈະເລີນ ເຍຍປາວເຮີ ອະດີດກຳມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ປະທານກິດຕິມະສັກສະມາຄົມສຽງແຄນລາວ ເພື່ອລາຍງານການເຄື່ອນໄຫວຂອງສະມາຄົມສຽງແຄນລາວ ແລະ ເພື່ອຮັບການຊີ້ນຳຈາກການນຳພັກ-ລັດ.

    • ຜູ້ຖືກເຄາະຮ້າຍຈາກ ລບຕ ຢູ່ລາວ ຍັງຕ້ອງການຄວາມຊ່ວຍເຫລືອ ຈາກທຸກພາກສ່ວນໃນສັງຄົມວັດທະນະທຳ-ສັງຄົມ

      ຜູ້ຖືກເຄາະຮ້າຍຈາກ ລບຕ ຢູ່ລາວ ຍັງຕ້ອງການຄວາມຊ່ວຍເຫລືອ ຈາກທຸກພາກສ່ວນໃນສັງຄົມ

      9/16/2026 10:29:57 AM

      ຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ (ລບຕ) ໃນ ສປປ ລາວ ໄດ້ຮ່ວມແບ່ງປັນປະສົບການອັນເຈັບປວດຈາກເຫດການໃນອະດີດ ໃນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ໃນວັນທີ 14 ກັນຍາ 2026 ໂດຍໄດ້ຍົກໃຫ້ເຫັນເຫດການກ່ອນ ແລະ ຫຼັງຖືກລະເບີດແຕກໃສ່ ຈົນເຮັດໃຫ້ເກີດຄວາມບົກພ່ອງທາງຮ່າງກາຍ, ພ້ອມທັງສະແດງຄວາມຫວັງວ່າ ທຸກພາກສ່ວນຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ຜູ້ເຄາະຮ້າຍ ໂດຍສະເພາະດ້ານການສຶກສາ, ການປິ່ນປົວ, ການຝຶກວິຊາຊີບ ແລະ ການຈ້າງງານ ເພື່ອໃຫ້ສາມາດກັບຄືນມາດຳລົງຊີວິດຢ່າງມີຄຸນຄ່າ.

    • ຝຶກອົບຮົມບຳລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ ສສຍລວັດທະນະທຳ-ສັງຄົມ

      ຝຶກອົບຮົມບຳລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ ສສຍລ

      9/16/2026 10:20:15 AM

      ພິທີເປີດຊຸດຝຶກອົບຮົມ ບຳລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ແກ່ສະມາຊິກພັກ, ພະນັກງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ຊຸດທີ I ຈັດຂຶ້ນໃນວັນທີ 14 ກັນຍາ 2026 ທີ່ສູນກາງສະຫະພັນແມ່ຍິງລາວ

    • ປກສ ເຂດບໍ່ເຕັນຍຶດຢາສູບໄຟຟ້າໄດ້ 35.600ອັນວັດທະນະທຳ-ສັງຄົມ

      ປກສ ເຂດບໍ່ເຕັນຍຶດຢາສູບໄຟຟ້າໄດ້ 35.600ອັນ

      9/16/2026 10:06:37 AM

      ແຫຼ່ງຂ່າວຈາກ ປກສ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເຂດບໍ່ເຕັນ ແຂວງຫຼວງນໍ້າທາ ຢຶດຢາສູບໄຟຟ້າໄດ້ 110 ແກັດໃຫຍ່, 13 ແກັດນ້ອຍ ລວມທັງໝົດ 35.600 ອັນ ທີ່ເຊື່ອງມາກັບສິນຄ້າປະເພດອື່ນ ເພື່ອອຳພາງຕໍ່ເຈົ້າໜ້າທີ່.


Top