ງານວາງສະແດງຜະລິດຕະພັນລາວຈະຈັດຂື້ນຕົ້ນເດືອນຕຸລາ 2026 ນີ້

04/09/2026 21:48
Email Print 3994
KPL ງານວາງສະແດງຜະລິດຕະພັນລາວ ປະຈໍາປີ 2026 (Made in Laos 2026) ຈະຈັດຂຶ້ນໃນລະຫວ່າງວັນທີ 3-11 ຕຸລາ 2026 ຢູ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ. ພິທີຖະແຫຼງຂ່າວກ່ຽວກັບການຈັດງານດັ່ງກ່າວ ຈັດຂຶ້ນໃນວັນທີ 1 ກັນຍາ 2026 ນີ້ ໂດຍມີ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ມີຜູ້ຕາງໜ້າຈາກກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫົວພັນ, ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ, ບໍລິສັດ ເບຍລາວ ຈຳກັດ, ພ້ອມດ້ວຍຜູ້ປະກອບການ, ບໍລິສັດ, ຜູ້ສະໜັບສະໜູນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ງານວາງສະແດງຜະລິດຕະພັນລາວ ປະຈໍາປີ 2026 ຈັດຂຶ້ນໂດຍການຮ່ວມມືກັນລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກັບ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫົວພັນ ແລະ ສະພາການຄ້າ ແລະ ອຸດສາຫະກຳແຂວງ ໃນຂອບເຂດທົ່ວປະເທດ ໂດຍໄດ້ຮັບການສະໜັບສະໜູນຫຼັກຈາກ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ແລະ ບໍລິສັດ ເບຍລາວ ຈຳກັດ. ງານວາງສະແດງໃນຄັ້ງນີ້ ມີຫຼາກຫຼາຍຜະລິດຕະພັນທີ່ຜະລິດ ແລະ ປະກອບຢູ່ ສປປ ລາວ ເຂົ້າຮ່ວມຫຼາຍກວ່າ 204 ຫ້ອງວາງສະແດງ. ໃນນັ້ນ, ມີຂະແໜງຜະລິດຕະພັນສິນຄ້າຈາກ 17 ແຂວງ, ມີ 160 ຫົວໜ່ວຍບໍລິສັດ ຊຶ່ງປະກອບມີ: ຂະແໜງຜະລິດຕະພັນສິນຄ້າທີ່ຈົດກາໝາຍ Made in Laos, ຂະແໜງຜະລິດຕະພັນ ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP), ຂະແໜງຜະລິດຕະພັນຫັດຖະກຳແຜ່ນແພ, ຜ້າຝ້າຍ, ຜ້າໄໝ, ຫັດຖະກຳເຄື່ອງເງິນ, ຂະແໜງຜະລິດຕະພັນເຟີນີເຈີ, ເຄື່ອງຕົບແຕ່ງພາຍໃນເຮືອນ, ຂະແໜງຜະລິດ ແລະ ປຸງແຕ່ງກະສິກຳ, ຂະແໜງຜະລິດຕະພັນອາຫານ ແລະ ເຄື່ອງດື່ມ, ຂະແໜງຜະລິດຕະພັນອຸດສາຫະກຳໜັກ-ເບົາ ແລະ ຂະແໜງຜະລິດຕະພັນທ່ອງທ່ຽວ, ບໍລິການ, ຂົນສົ່ງ. ນອກຈາກນີ້, ໃນງານຍັງຈະມີຫຼາຍກິດຈະກຳ ເຊັ່ນ: ການວາງສະແດງສິນຄ້າ, ສຳມະນາໃນຫົວຂໍ້ຕ່າງໆ, ໃຫ້ຄວາມຮູ້, ງານພົບປະທຸລະກິດ, ກິດຈະກຳແຈກຂອງລາງວັນ ແລະ ກິດຈະກຳບັນເທີງອີກຫຼາຍລາຍການ ຕະຫຼອດໄລຍະການຈັດງານ.

ພ້ອມນີ້, ພາຍໃນງານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫົວພັນ ຈະໄດ້ມີການອອກແບບຕົບແຕ່ງຫ້ອງວາງສະແດງພິເສດ (Booth Pavilion) ຢ່າງສວຍງາມ ເພື່ອສະແດງໃຫ້ເຫັນວິຖີຊີວິດການເປັນຢູ່, ຮີດຄອງປະເພນີ, ວັດທະນະທຳທີ່ສວຍງາມ ແລະ ບັນດາແຫຼ່ງທ່ອງທ່ຽວຕ່າງໆ ທາງດ້ານວັດທະນະທຳ ແລະ ທຳມະຊາດ ທີ່ຕິດພັນກັບວິຖີການດຳລົງຊີວິດຂອງຊາວແຂວງຫົວພັນ. ນອກນັ້ນ, ຍັງສະແດງໃຫ້ເຫັນເຖິງການຂະຫຍາຍຕົວທາງດ້ານເສດຖະກິດ ເປັນຕົ້ນ ສະຖານທີ່ທ່ອງທ່ຽວທາງທຳມະຊາດ, ວັດທະນະທຳທີ່ສວຍງາມ, ອາຫານການກິນ, ການນຸ່ງຖື ແລະ ຜະລິດຕະພັນສິນຄ້າອື່ນໆ ທີ່ເປັນທ່າແຮງຂອງແຂວງຫົວພັນ.

ການຈັດງານວາງສະແດງຄັ້ງນີ້ ເພື່ອຊຸກຍູ້ສົ່ງເສີມໃຫ້ຄົນລາວຫັນມານຳໃຊ້ຜະລິດຕະພັນລາວໃຫ້ຫຼາຍຂຶ້ນ, ທັງເປັນການປຸກລະດົມຂົນຂວາຍເພີ່ມທະວີການຜະລິດໃນລະດັບຄອບຄົວ ໃຫ້ກາຍເປັນສິນຄ້າທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້, ທັງເປັນການສົ່ງເສີມການຜະລິດຂະໜາດນ້ອຍ ໃຫ້ກ້າວສູ່ຂະໜາດກາງ ແລະ ໃຫ້ກາຍເປັນຂະໜາດໃຫຍ່, ໃຫ້ກາຍເປັນອຸດສາຫະກຳການຜະລິດທາງດ້ານປະລິມານ ແລະ ຄຸນນະພາບ ທີ່ໄດ້ມາດຕະຖານ ທີ່ພ້ອມແຂ່ງຂັນກັບຕະຫຼາດ ເພື່ອຈຳໜ່າຍຕະຫຼາດພາຍໃນ ແລະ ສົ່ງອອກສູ່ສາກົນໄດ້. ການຈັດງານໃນຄັ້ງນີ້ ຍັງເປັນການເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດທີ່ກຳລັງຊອກຫາຄູ່ຄ້າໃໝ່ໆ, ຕ້ອງການເປີດຕົວສິນຄ້າ ແລະ ບໍລິການໃໝ່ໆ ຂອງບໍລິສັດໃຫ້ແຂກທີ່ມາທ່ຽວຊົມງານທັງພາຍໃນ ແລະ ສາກົນໄດ້ຮັບຊາບ, ທັງເປັນການແລກປ່ຽນຄວາມຮູ້, ເຕັກນິກດ້ານວິຊາການ, ວິທີການຜະລິດ ເພື່ອນຳມາພັດທະນາການຜະລິດສິນຄ້າຂອງຕົນ, ທັງເປັນການໂຄສະນາຄວາມອຸດົມສົມບູນດ້ານຮີດຄອງປະເພນີ-ວັດທະນະທຳ, ການຄ້າ-ການລົງທຶນ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ເປັນເອກະລັກຂອງແຂວງເຈົ້າພາບຮ່ວມຈັດງານ ກໍຄື ແຂວງຫົວພັນ ຕະຫຼອດເຖິງທຸກໆແຂວງທົ່ວປະເທດທີ່ເຂົ້າຮ່ວມງານໃນຄັ້ງນີ້ອີກດ້ວຍ.

ພ້ອມກັນນີ້, ໃນພິທີຖະແຫຼງຂ່າວ ຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການເປັນຄູ່ຮ່ວມຍຸດທະສາດ ໃນການຈັດງານຜະລິດຕະພັນລາວ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ລົງນາມໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ແລະ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ລົງນາມໂດຍ ທ່ານ ນາງ ຈັນທະດອນ ເມກສະຫວັນ ຮອງຜູ້ອຳນວຍການໃຫຍ່ ໂດຍບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ຈະສືບຕໍ່ໃຫ້ການສະໜັບສະໜູນການຈັດງານຜະລິດຕະພັນລາວ ເປັນໄລຍະເວລາ 3 ປີ (ແຕ່ປີ 2027-2029) ລວມມູນຄ່າໃນການສະໜັບສະໜູນທັງໝົດ 900 ລ້ານກີບ.

ຂ່າວ: ທະນູທອງ; ພາບ: ອ່າຍຄຳ


KPL

ຂ່າວອື່ນໆ

    • ຊຸກຍູ້ການຜະລິດພືດຜັກ ເພື່ອສະໜອງການບໍລິໂພກພາຍໃນ ຫຼຸດຜ່ອນການນຳເຂົ້າເສດຖະກິດ

      ຊຸກຍູ້ການຜະລິດພືດຜັກ ເພື່ອສະໜອງການບໍລິໂພກພາຍໃນ ຫຼຸດຜ່ອນການນຳເຂົ້າ

      9/16/2026 9:42:35 AM

      ແຫຼ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານຄະນະປົກຄອງແຂວງບໍ່ແກ້ວ ພ້ອມດ້ວຍພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ເມືອງຫ້ວຍຊາຍ ລົງຕິດຕາມຊຸກຍູ້ການຜະລິດພືດຜັກຂອງປະຊາຊົນ ຢູ່ບ້ານປຸງນາໜູນ ແລະ ກຸ່ມປູກຜັກເຂດບ້ານນ້ຳຄຳ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນທ້າຍອາທິດຜ່ານມາ ເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ປະຊາຊົນ ເພີ່ມການຜະລິດພືດຜັກທີ່ມີຄຸນນະພາບ, ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ໃນການສະໜອງໃຫ້ການບໍລິໂພກພາຍໃນແຂວງຢ່າງພຽງພໍ ເພື່ອຫຼຸດຜ່ອນການນຳເຂົ້າພືດຜັກຈາກຕ່າງປະເທດ.

    • ເປີດໂອກາດໃຫ້ຊາວກະສິກອນລາວເຂັ້າເຖິງຕະຫລາດໝາກເຜັດຈີນ-ສ ເກົາຫລີເສດຖະກິດ

      ເປີດໂອກາດໃຫ້ຊາວກະສິກອນລາວເຂັ້າເຖິງຕະຫລາດໝາກເຜັດຈີນ-ສ ເກົາຫລີ

      9/8/2026 10:21:13 AM

      ງານພົບປະຈັບຄູ່ທາງທຸລະກິດ ຈັດຂຶ້ນໃນວັນທີ 4 ກັນຍາ 2026 ຜ່ານມາ ໂດຍການຮ່ວມເປັນປະທານ ລະຫວ່າງ ລັດຖະບານລາວ ແລະ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ໂດຍໄດ້ນຳເອົາຜູ້ຜະລິດ, ຜູ້ປຸງແຕ່ງ ແລະ ຜູ້ສົ່ງອອກຂອງລາວ ມາພົບປະກັບຜູ້ຊື້ ແລະ ນັກລົງທຶນທີ່ໜ້າເຊື່ອຖື ຈາກ ສປ ຈີນ ແລະ ສ ເກົາຫຼີ.

    • ຫາລືທິດທາງພັດທະນາບົດແນະນຳແຫ່ງຊາດວ່າດ້ວຍການດຳເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບເສດຖະກິດ

      ຫາລືທິດທາງພັດທະນາບົດແນະນຳແຫ່ງຊາດວ່າດ້ວຍການດຳເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບ

      9/8/2026 10:14:34 AM

      ເມື່ອບໍ່ດົນມານີ້, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ/LNCCI) ຈັດກອງປະຊຸມປຶກສາຫາລືສາມຝ່າຍ ຄັ້ງທີ 1 ກ່ຽວກັບການພັດທະນາບົດແນະນຳແຫ່ງຊາດ ວ່າດ້ວຍການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ (Responsible Business Conduct-RBC) ໃນ ສປປ ລາວ ເພື່ອເປີດເວທີໃຫ້ຜູ້ຕາງໜ້າຈາກພາກລັດ, ອົງກອນຕາງໜ້າຜູ້ອອກແຮງງານ, ຜູ້ໃຊ້ແຮງງານ, ສະມາຄົມທຸລະກິດ, ວິສາຫະກິດ, ອົງການແຮງງານສາກົນ (ILO) ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮ່ວມແລກປ່ຽນຄຳເຫັນ ເພື່ອເສີມສ້າງຄວາມເຂົ້າໃຈຮ່ວມກັນກ່ຽວກັບ RBC.

    • ຫາລືຈັດຕັ້ງປະຕິບັດຈຸດເສື່ອມສານການເງິນເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງເສດຖະກິດ

      ຫາລືຈັດຕັ້ງປະຕິບັດຈຸດເສື່ອມສານການເງິນເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ

      9/4/2026 9:54:47 PM

      ກອງປະຊຸມຄະນະຊີ້ນຳລວມ ການຈັດຕັ້ງປະຕິບັດຈຸດເຊື່ອມສານການເງິນ ເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ ໄດ້ຈັດຂຶ້ນໃນວັນທີ 2 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ສິດທິຣົດ ຣາຊະພົນ ຮອງລັດຖະມົນຕີກະຊວງການເງິນ, ມີຜູ້ຕາງໜ້າຈາກບັນດາກະຊວງ-ຂະແໜງການ ພ້ອມດ້ວຍຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ແລະ ທະນາຄານພັດທະນາອາຊີ (ADB) ເຂົ້າຮ່ວມ.

    • ຫາລືສົ່ງເສີມ ແລະ ຄຸ້ມຄອງການລົງທຶນເສດຖະກິດ

      ຫາລືສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

      8/14/2026 8:01:00 AM

       ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ໄດ້ຈັດກອງ ປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນທົ່ວປະເທດ ຄັ້ງທີ I ໃນວັນທີ 11-12 ສິງຫາ 2026 ໂດຍໄດ້ຮັບກຽດເຂົ້າ ຮ່ວມໃຫ້ທິດຊີ້ນໍາຂອງທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແລະ ເປັນປະ ທານໂດຍທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດ ຖະມົນຕີ, ຜູ້ປະຈຳການລັດ ຖະບານ, ປະທານຄະນະກໍາ ມະການສົ່ງເສີມ ແລະ ຄຸ້ມ ຄອງການລົງທຶນ, ມີລັດ ຖະມົນຕີ, ປະທານຄະນະ ກໍາມະການປົກຄອງນະຄອນຫລວງ ວຽງຈັນ, ພະນັກງານຫລັກແຫລ່ງ ຈາກສູນກາງ ແລະ ທ້ອງຖິ່ນ ແລະ ພາກທຸລະກິດ ເຂົ້າຮ່ວມ.


Top