ໂທລະເລກສະແດງຄວາມເສຍໃຈ ຈາກການນຳຂອງບຣູໄນ ດາຣູຊາລາມ

17/08/2026 09:27
Email Print 1790
KPL ອາທິດຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບສານສະແດງຄວາມເຫັນໃຈຈາກສົມເດັດ ຊຸນຕານ ຮາຈິ ຮັດຊະນານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

    ຂປລ. ເນ້ືອໃນໂທລະເລກໄດ້ລະບຸວ່າ: ຂ້າພະເຈ້ົ້າຮູ້ສຶກໂສກເສ້ົ້າໃຈເປັນ ຢ່າງຍ່ິງຕ່ໍການຈາກໄປຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງບໍ່ມີວັນຫວນຄືນ. ຕະຫລອດໄລຍະຊຸມປີຜ່ານມາ, ທ່ານ ໄຊສົມພອນ ພົມວິຫານ ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂ້ົາໃນການຮັບໃຊ້ຊາດຮັບໃຊ້ປະຊາຊົນລາວຢ່າງມີຜົນງານອັນພ້ົນເດ່ັນ. ຕະຫລອດໄລຍະການປະຕິບັດໜ້າທ່ີວຽກງານຂອງທ່ານ,  ທ່ານໄດ້ປະກອບສ່ວນຢ່າງຫລວງຫລາຍ ເຂົ້າໃນການບໍລິຫານ ແລະ ການພັດທະນາປະເທດຊາດ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າ ເພື່ອສ່ົງເສີມຜົນປະໂຫຍດ ແລະ ຄວາມຢູ່ດີກິນດີຂອງປະຊາຊົນລາວທຸກຖ້ວນໜ້າ. ຄວາມທຸ້ມເທ, ການເປັນຜູ້ນຳພາ ແລະ ຄວາມມຸ່ງໝັ້ນໃນການຮັບໃຊ້ປະເທດຊາດ ແລະ ປະຊາຊົນ ຂອງທ່ານຈະຖືກຈົດຈໍາໄວ້ຢ່າງບໍ່ມີວັນຫລົງລືມ.

    ຂ້າພະເຈ້ົາມີຄວາມປິຕິຊົມຊ່ືນ ຕໍ່ການພົບປະຢ່າງອົບອຸ່ນ ແລະ ມີຄວາມໝາຍຢ່າງຍ່ິງກັບທ່ານ ໄຊສົມພອນ ພົມວິຫານ ໃນໂອກາດທີ່ຂ້າພະເຈົ້າເດີນທາງຢ້ຽມຢາມລັດຖະກິດຢູ່ ສປປ ລາວ ໃນປີ 2023 ແລະ ຊົມເຊີຍຄວາມມຸ່ງໝ້ັນອັນແຮງກ້າຂອງທ່ານໃນການສືບຕໍ່ເສີມຂະຫຍາຍຄູ່ຮ່ວມມືຍຸດທະສາດລະ ຫວ່າງສອງປະເທດພວກເຮົາໃຫ້ ເລິກເຊິ່ງຍິ່ງຂຶ້ນ.

    ໃນຊ່ວງເວລາແຫ່ງການສູນເສຍ ແລະ ໄວ້ອາໄລລະດັບຊາດນີ້, ຂ້າພະເຈົ້າພ້ອມດ້ວຍລັດຖະບານ ແລະ ປະຊາຊົນບຣູໄນ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງຈິງໃຈມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸກ ຖ້ວນໜ້າ.

    ໃນວັນທີ 11 ສິງຫາ 2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ຮັບສານສະແດງຄວາມເຫັນໃຈຈາກສົມເດັດ ເຈົ້າຊາຍ ອັບດຸນ ມາຕີນ ໂບນເກຍ ຕ່ໍການຈາກໄປຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ເຊັ່ນດຽວກັນ.

KPL

ຂ່າວອື່ນໆ

    • ແຕ່ງຕັ້ງທ່ານນາງ ສູນທອນ ໄຊຍະຈັກ ເປັນຮັກສາການແທນປະທານສະພາແຫ່ງຊາດການເມືອງ

      ແຕ່ງຕັ້ງທ່ານນາງ ສູນທອນ ໄຊຍະຈັກ ເປັນຮັກສາການແທນປະທານສະພາແຫ່ງຊາດ

      8/23/2026 3:26:09 PM

      ຄະນະຈັດຕັ້ງສູນກາງ ພັກ ແຈ້ງການເຖິງຄະນະປະຈໍາ ສະພາແຫ່ງຊາດ ກ່ຽວກັບການ ແຕ່ງຕັ້ງສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮັກສາການແທນເລຂາຄະນະ ບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ທັງເປັນຮອງປະທານຄະນະປະ ຈໍາສະພາແຫ່ງຊາດ ຊຸດທີ X ເປັນຮັກສາການແທນປະທານສະພາ ແຫ່ງຊາດ, ທັງເປັນຮັກສາການ ແທນປະທານຄະນະປະຈໍາສະພາ ແຫ່ງຊາດ ຊຸດທີ X ນັບແຕ່ວັນລົງ ລາຍເຊັນເປັນຕົ້ນໄປຈົນກວ່າຈະ ມີມະຕິຂອງກອງປະຊຸມສະພາແຫ່ງຊາດ ເພື່ອຮັບຮອງເອົາການ ເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ X.

    • ສານສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວຢ່າງຮຸ່ນແຮງຢູ່ອິນໂດເນເຊຍການເມືອງ

      ສານສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວຢ່າງຮຸ່ນແຮງຢູ່ອິນໂດເນເຊຍ

      8/21/2026 9:34:43 AM

      ໃນວັນທີ 20 ສິງຫາ 2026 ນ້ີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານ ພຣາໂບໂວ ສຸບຽນໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເພື່ອສະແດງຄວາມເຫັນໃຈຕ່ໍກັບເຫດການແຜ່ນດິນໄຫວຢ່າງຮຸນແຮງຢູ່ແຂວງນູຊາເຕັງກາຣາຕາເວັນອອກ, ທາງພາກໃຕ້ສຸດ ຂອງອິນໂດເນເຊຍ ໃນວັນທີ 15 ສິງຫາ 2026 ທີ່ຜ່ານມາ.

    • ຍົກລະດັບຄວາມຮູ້ພື້ນຖານດ້ານການເມືອງການປົກຄອງໃຫ້ພະນັກງານຂັ້ນຕາແສງຢູ່ໄຊຍະບູລີການເມືອງ

      ຍົກລະດັບຄວາມຮູ້ພື້ນຖານດ້ານການເມືອງການປົກຄອງໃຫ້ພະນັກງານຂັ້ນຕາແສງຢູ່ໄຊຍະບູລີ

      8/19/2026 12:28:19 PM

      ກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບຄະນະ ໂຄສະນາອົບຮົມແຂວງໄຊຍະບູລີ (ຄອຂ) ຈັດຝຶກອົບຮົມ ຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງໃຫ້ກັບ ພະນັກງານຂັ້ນຕາແສງ ຊຸດທີ I ເມື່ອບໍ່ດົນມານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໂດຍ ການເປັນປະທານຂອງທ່ານ ສີສອນພັນ ບຸນສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການ ເມືອງ-ແນວຄິດ, ວຽກພັກພະນັກງານ, ອົງການຈັດຕັ້ງມະຫາຊົນ, ມີ ທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະກຳມະການ ຕາແສງ ແລະ ນັກສໍາມະນາກອນ ຈາກຕາແສງທົ່ວແຂວງໄຊຍະບູລີ ເຂົ້າຮ່ວມ.

    • ເລຂາທິການໃຫຍ່ ປະທານປະເທດ ພົບປະຢ້ຽມຢາມ ສມປຊການເມືອງ

      ເລຂາທິການໃຫຍ່ ປະທານປະເທດ ພົບປະຢ້ຽມຢາມ ສມປຊ

      8/19/2026 10:09:21 AM

      ໃນວັນທີ 18 ສິງຫາ 2026 ນ້ີ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ໄດ້ພົບປະຢ້ຽມຢາມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ).

    • ສະແດງຄວາມຊົມເຊີຍວັນປະກາດເອກະລາດ ສ ອິນໂດເນເຊຍ ຄົບຮອບ 81 ປີການເມືອງ

      ສະແດງຄວາມຊົມເຊີຍວັນປະກາດເອກະລາດ ສ ອິນໂດເນເຊຍ ຄົບຮອບ 81 ປີ

      8/18/2026 9:42:13 AM

      ໃນວັນທີ 17 ສິງຫາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງທ່ານ ພຣາໂບໂວ ສຸບຽນໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເນື່ອງໃນໂອກາດວັນປະກາດ ເອກະລາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 81 ປີ.


Top