ການນຳພັກ-ລັດ ຮ່ວມໃສ່ບາດຖວາຍສັງຂະທານ ອຸທິດເຖິງສະຫາຍ ໄຊສົມພອນ ພົມວິຫານ

17/08/2026 09:15
Email Print 822
KPL ໃນວັນທີ 14 ສິງຫາ 2026 ນີ້ ການນຳ, ອະດີດການນຳພັກ-ລັດ ພ້ອມດ້ວຍມວນຊົນໃນນະຄອນຫລວງວຽງຈັນ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະຫາຍ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ຮ່ວມໃສ່ບາດຖວາຍສັງຄະທານແດ່ພະສົງ.

      ຂປລ.  ເພື່ອອຸທິດສ່ວນບຸນສ່ວນກຸສົນໃຫ້ແກ່ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ີໄດ້ເຖິງແກ່ມໍລະນະກຳໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ຜ່ານມາ ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ.

      ການໃສ່ບາດຖວາຍສັງຄະທານໃນຄ້ັງນ້ີ, ດຳເນີນໄປຕາມຮີດຄອປະເພນີ ແລະ ຫລັກພຸດທະສາສະໜາ ໂດຍໄດ້ຟັງທຳມະເທສະໜາ, ຫລັງຈາກນ້ັນບັນດາການນຳພັກ-ລັດ ພ້ອມດ້ວຍມວນຊົນ ໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງດ້ວຍຈິດໃຈເຄົາລົບ ແລະ ສຳລວມ ເພື່ອອຸທິດສ່ວນບຸນສ່ວນກຸສົນໃຫ້ແກ່ສະຫາຍ ໄຊສົມພອນ ພົມວິຫານ ຕາມຄະຕິຄວາມເຊື່ອທາງພຸດທະສາສະໜາ, ທັງສະທ້ອນໃຫ້ເຫັນເຖິງການສືບສານຮັກສາຮີດຄອງປະເພນີ ແລະ ຂະນົບທຳນຽມອັນດີງາມຂອງຊາດລາວເຮົາທີ່ໄດ້ສືບທອດກັນມາ ແຕ່ອະດີດຈົນຮອດປັດຈຸບັນ.

     ການຈາກໄປຂອງສະຫາຍ  ໄຊສົມພອນ ພົມວິຫານ  ເປັນການສູນເສຍທີ່ໃຫຍ່ຫລວງສຳລັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ເຮັດໃຫ້ພັກ-ລັດ ສູນເສຍພະນັກງານການນຳຂັ້ນສູງ, ການນຳຍຸດທະສາດທີ່ສໍາຄັນໄປອີກສະຫາຍໜຶ່ງ ຊຶ່ງໄດ້ນຳເອົາຄວາມໂສກເສົ້າ, ເສຍດາຍ ແລະ ອາໄລອາວອນອັນສຸດຊຶ້ງໃຫ້ແກ່ພັກ -ລັດ  ແລະ ຄອບຄົວ, ຍາດພີ່ນ້ອງ,  ເພື່ອນມິດຜູ້ຢູ່ໃກ້ ແລະ ໄກຢ່າງຫາອັນປຽບບໍ່ໄດ້.  

ຂ່າວ: ທະນູທອງ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ແຕ່ງຕັ້ງທ່ານນາງ ສູນທອນ ໄຊຍະຈັກ ເປັນຮັກສາການແທນປະທານສະພາແຫ່ງຊາດການເມືອງ

      ແຕ່ງຕັ້ງທ່ານນາງ ສູນທອນ ໄຊຍະຈັກ ເປັນຮັກສາການແທນປະທານສະພາແຫ່ງຊາດ

      8/23/2026 3:26:09 PM

      ຄະນະຈັດຕັ້ງສູນກາງ ພັກ ແຈ້ງການເຖິງຄະນະປະຈໍາ ສະພາແຫ່ງຊາດ ກ່ຽວກັບການ ແຕ່ງຕັ້ງສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮັກສາການແທນເລຂາຄະນະ ບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ທັງເປັນຮອງປະທານຄະນະປະ ຈໍາສະພາແຫ່ງຊາດ ຊຸດທີ X ເປັນຮັກສາການແທນປະທານສະພາ ແຫ່ງຊາດ, ທັງເປັນຮັກສາການ ແທນປະທານຄະນະປະຈໍາສະພາ ແຫ່ງຊາດ ຊຸດທີ X ນັບແຕ່ວັນລົງ ລາຍເຊັນເປັນຕົ້ນໄປຈົນກວ່າຈະ ມີມະຕິຂອງກອງປະຊຸມສະພາແຫ່ງຊາດ ເພື່ອຮັບຮອງເອົາການ ເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ X.

    • ສານສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວຢ່າງຮຸ່ນແຮງຢູ່ອິນໂດເນເຊຍການເມືອງ

      ສານສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວຢ່າງຮຸ່ນແຮງຢູ່ອິນໂດເນເຊຍ

      8/21/2026 9:34:43 AM

      ໃນວັນທີ 20 ສິງຫາ 2026 ນ້ີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານ ພຣາໂບໂວ ສຸບຽນໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເພື່ອສະແດງຄວາມເຫັນໃຈຕ່ໍກັບເຫດການແຜ່ນດິນໄຫວຢ່າງຮຸນແຮງຢູ່ແຂວງນູຊາເຕັງກາຣາຕາເວັນອອກ, ທາງພາກໃຕ້ສຸດ ຂອງອິນໂດເນເຊຍ ໃນວັນທີ 15 ສິງຫາ 2026 ທີ່ຜ່ານມາ.

    • ຍົກລະດັບຄວາມຮູ້ພື້ນຖານດ້ານການເມືອງການປົກຄອງໃຫ້ພະນັກງານຂັ້ນຕາແສງຢູ່ໄຊຍະບູລີການເມືອງ

      ຍົກລະດັບຄວາມຮູ້ພື້ນຖານດ້ານການເມືອງການປົກຄອງໃຫ້ພະນັກງານຂັ້ນຕາແສງຢູ່ໄຊຍະບູລີ

      8/19/2026 12:28:19 PM

      ກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບຄະນະ ໂຄສະນາອົບຮົມແຂວງໄຊຍະບູລີ (ຄອຂ) ຈັດຝຶກອົບຮົມ ຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງໃຫ້ກັບ ພະນັກງານຂັ້ນຕາແສງ ຊຸດທີ I ເມື່ອບໍ່ດົນມານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໂດຍ ການເປັນປະທານຂອງທ່ານ ສີສອນພັນ ບຸນສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການ ເມືອງ-ແນວຄິດ, ວຽກພັກພະນັກງານ, ອົງການຈັດຕັ້ງມະຫາຊົນ, ມີ ທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະກຳມະການ ຕາແສງ ແລະ ນັກສໍາມະນາກອນ ຈາກຕາແສງທົ່ວແຂວງໄຊຍະບູລີ ເຂົ້າຮ່ວມ.

    • ເລຂາທິການໃຫຍ່ ປະທານປະເທດ ພົບປະຢ້ຽມຢາມ ສມປຊການເມືອງ

      ເລຂາທິການໃຫຍ່ ປະທານປະເທດ ພົບປະຢ້ຽມຢາມ ສມປຊ

      8/19/2026 10:09:21 AM

      ໃນວັນທີ 18 ສິງຫາ 2026 ນ້ີ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ໄດ້ພົບປະຢ້ຽມຢາມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ).

    • ສະແດງຄວາມຊົມເຊີຍວັນປະກາດເອກະລາດ ສ ອິນໂດເນເຊຍ ຄົບຮອບ 81 ປີການເມືອງ

      ສະແດງຄວາມຊົມເຊີຍວັນປະກາດເອກະລາດ ສ ອິນໂດເນເຊຍ ຄົບຮອບ 81 ປີ

      8/18/2026 9:42:13 AM

      ໃນວັນທີ 17 ສິງຫາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງທ່ານ ພຣາໂບໂວ ສຸບຽນໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເນື່ອງໃນໂອກາດວັນປະກາດ ເອກະລາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 81 ປີ.


Top