KPL
ດັດຊະນີ ລາຄາ ສະບຽງອາຫານ ຂອງ ອົງ ການສະບຽງ ອາຫານໂລກ(FAO) ໄດ້ເພີ່ມຂຶ້ນ ລະດັບ ສະເລ່ຍ 182,5 ຈຸດ, ກວມເອົາ 0,7% ເມື່ອທຽບໃສ່ເດືອນ12/2019 ຜ່ານມາ. ເນື່ອງຈາກ ລາຄາ ນ້ຳມັນພືດ, ທັນຍາພືດ, ນ້ຳຕານ, ເຂົ້າບາເລ ແລະ ອື່ນໆ ໄດ້ເພີ່ມສູງຂຶ້ນ ໃນເດືອນ ມັງກອນ ຜ່ານມາ ເປັນເດືອນທີ 4 ຢ່າງຕໍ່ເນື່ອງ.

ຂປລ. ຕາມຂ່າວສານ ຫວຽດນາມ, ວັນທີ 6 ເດືອນກຸມພາ, ດັດຊະນີ ລາຄາ ສະບຽງ ອາຫານ ຂອງ ອົງ ການສະບຽງ ອາຫານໂລກ (FAO) ໄດ້ເພີ່ມຂຶ້ນ ລະດັບ ສະເລ່ຍ 182,5 ຈຸດ, ກວມເອົາ 0,7% ເມື່ອທຽບໃສ່ ເດືອນ12/2019 ຜ່ານມາ. ເນື່ອງຈາກ ລາຄາ ນ້ຳມັນພືດ, ທັນຍາພືດ, ນ້ຳຕານ, ເຂົ້າບາເລ ແລະ ອື່ນໆ ໄດ້ເພີ່ມສູງຂຶ້ນ ໃນເດືອນ ມັງກອນ ຜ່ານມາ ເປັນເດືອນທີ 4 ຢ່າງຕໍ່ເນື່ອງ. ຂະນະດຽວ ກັນນັ້ນ, FAO ໄດ້ຕີລາຄາ ຕໍ່ການ ປ່ຽນແປງ ລາຄາ ທັນຍາພືດ, ຜະລິດ ຕະພັນນົມ, ຊິ້ນ ແລະ ອື່ນ ໃນແຕ່ລະເດືອນ ໂດຍສະເພາະ ເດືອນມັງກອນ ຜ່ານມາ. ນອກນັ້ນ, FAO ລະບຸວ່າ ການຜະລິດ ທັນຍາພືດ ໄດ້ບັນລຸ ລະດັບສູງ ຄັ້ງໃໝ່ ໃນປີ 2019 ແລະ ເພີ່ມຂຶ້ນ ປະມານ 2,3% ເມື່ອທຽບໃສ່ ປີ 2018 ຜ່ານມາ. ນອກຈາກນັ້ນ, FAO ຄາດວ່າ ປະລິມານ ທັນຍາພືດ ທົ່ວໂລກ ໃນປີນີ້ ຈະບັນລຸເຖິງ 2.715 ຕື້ໂຕນ./.
KPL