ໜັງສືພິມປະຊາຊົນ ເຕີບໃຫຍ່ຂະຫຍາຍຕົວຕິດພັນກັບການປະຕິວັດ

04/08/2025 15:13
Email Print 318
KPL ຂປລ. ຕະຫລອດໄລຍະຜ່ານມາ, ໜັງສືພິມປະຊາຊົນ ໄດ້ເຮັດຫລ້ອນໜ້າທີ່ການເມືອງຂອງຕົນ ​ໃນ​ການເປັນກະບອກສຽງຂອງສູນກາງພັກປະຊາຊົນ ປະຕິວັດລາວ ​ເພື່ອໂຄສະນາເຜີຍແຜ່ແນວທາງ ນະໂຍບາຍຂອງພັກ, ຂໍ້ກຳນົດກົດໝາຍຂອງລັດ, ທັງເປັນເວທີຂອງມະຫາຊົນ ໃນການໂຄສະນາເຜີຍ ແຜ່ຂໍ້ມູນຂ່າວສານຕ່າງໆ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ສັງຄົມ ໄດ້ຮັບຮູ້ຢ່າງທົ່ວເຖິງ ແລະ ທັນການ.

ຂປລ. ຕະຫລອດໄລຍະຜ່ານມາ, ໜັງສືພິມປະຊາຊົນ ໄດ້ເຮັດຫລ້ອນໜ້າທີ່ການເມືອງຂອງຕົນ ​ໃນ​ການເປັນກະບອກສຽງຂອງສູນກາງພັກປະຊາຊົນ ປະຕິວັດລາວ ​ເພື່ອໂຄສະນາເຜີຍແຜ່ແນວທາງ ນະໂຍບາຍຂອງພັກ, ຂໍ້ກຳນົດກົດໝາຍຂອງລັດ, ທັງເປັນເວທີຂອງມະຫາຊົນ ໃນການໂຄສະນາເຜີຍ ແຜ່ຂໍ້ມູນຂ່າວສານຕ່າງໆ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ສັງຄົມ ໄດ້ຮັບຮູ້ຢ່າງທົ່ວເຖິງ ແລະ ທັນການ.

ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ອຳນວຍການໃຫຍ່ໜັງສືພິມປະຊາຊົນ ໃຫ້ສຳພາດໃນໂອກາດກະກຽມສະເຫລີມສະຫລອງ ວັນສ້າງຕັ້ງສືມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ທີ່ຈະມາເຖິງນີ້ ໂດຍທ່ານໄດ້ຍົກໃຫ້ເຫັນ ການຈັດຕັ້ງປະຕິບັດວຽກງານຂອງໜັງສືພິມປະຊາຊົນ ຕະຫລອດໄລຍະ 75 ປີຜ່ານມາ ເຊິ່ງໜັງສືພິມປະຊາຊົນ ໄດ້ສຸມໃສ່ວຽກງານ ວິຊາສະເພາະ ຂອງຕົນຢ່າງຫ້າວຫັນ ແລະ ມີປະສິດທິພາບ-ປະສິດທິຜົນ, ໄດ້ສຸມໃສ່ໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ໃຫ້ມວນຊົນໄດ້ຮັບຮູ້ຢ່າງທົ່ວເຖິງ ເປັນຕົ້ນ ໄດ້ໂຄສະນາແນວທາງ, ມະ ຕິ, ຄຳສັ່ງ ກໍຄື ເຫດການອັນສຳຄັນຕ່າງໆຊາດ, ຂອງພັກ, ລັດ ໃນແຕ່ລະໄລຍະ ດ້ວຍຫລາຍຮູບຫລາຍສີ ຜ່ານໜັງສືພິມປະຊາຊົນລາຍວັນ, ອອກເວັບໄຊ, ເພຈເຟສບຸກປະຊາຊົນ ຢ່າງເປັນປົກກະຕິ. ພ້ອມດຽວກັນນັ້ນ, ໜັງສືພິມປະຊາຊົນ ຍັງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການໂຄສະນາ, ສຶກສາອົບຮົມ, ຈັດຕັ້ງປຸກລະດົມຂົນຂວາຍມະຫາຊົນ ກໍຄື ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມໃນຂະບວນການປະຕິວັດ, ລົ້ມລຸກຄຸກຄານ ກັບຂະບວນຕໍ່ສູ້ກູ້ຊາດ ເພື່ອຍາດເອົາໄຊຊະນະນີ້ ໄປສູ່ໄຊຊະນະໃໝ່ ຈົນເຖິງມື້ປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975. ມາຮອດປັດຈຸບັນ, ໜັງສືພິມປະຊາຊົນ ໄດ້ມີການເຕີບໃຫຍ່ ຂະຫຍາຍຕົວ ທັງດ້ານປະລິມານ ແລະ ຄຸນນະພາບພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະໂຄສະນາອົບຮົມສູນກາງພັກ, ຄວາມເອົາໃຈໃສ່ຢ່າງໃກ້​ຊິດ ຈາກຄະນະບັນນາທິການ, ມີເພື່ອນຮ່ວມງານ, ສິ່ງສໍາຄັນແມ່ນ ຍ້ອນພະນັກງານ-ສາມາຊິກພັກ ໜັງສືພິມປະຊາຊົນ ມີຄວາມມານະອົດທົນ ສາມາດຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ມີຄວາມຮັບຜິດຊອບສູງ ຕໍ່ການປະຕິບັດໜ້າທີ່ ການເມືອງຂອງຕົນ ທີ່ໄດ້ຮັບການ ມອບໜາຍ ຈຶ່ງເຮັດໃຫ້ມີຜົນສໍາເລັດຢ່າງຕໍ່ເນື່ອງ. ສະແດງອອກໃນການຮັບໃຊ້ໜ້າທີ່ການເມືອງ ຍັງຮັບປະກັນເປັນກະບອກສຽງຂອງ ພັກ-ລັດ ໄດ້ເປັນຢ່າງດີ, ສາມາດຮັກສາມູນເຊື້ອ ປະຕິວັດຂອງຕົນ ໃນການນໍາສະເໜີ ເຫດການຕ່າງໆ ຕາມຄວາມເປັນຈິງ, ເປັນຜູ້ແນະນໍາ, ນໍາພາຫາງສຽງສັງຄົມ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ, ທັງໄດ້ຮັບຄວາມເຊື່ອຖື ໃນການສະໜອງຂໍ້ມູນຂ່າວສານ, ສາລະຄວາມຮູ້, ການທ່ອງທ່ຽວ ໃຫ້ແກ່ເປົ້າໝາຍຂອງຕົນ ພ້ອມທັງສາມາດເຊື່ອມຕໍ່ຂໍ້ມູນຂ່າວສານ ໃນພາກພື້ນ ແລະ ສາກົນ.

ປັດຈຸບັນ, ໜັງສືພິມປະຊາຊົນ ສາມາດຜະລິດອອກຈໍາໜ່າຍມື້ໜຶ່ງ 1.300 ສະບັບ, ອອກຂ່າວທາງລະບົບອອນລາຍ ເປັນຕົ້ນ ໜັງສືພິມທາງເວັບໄຊ ແລະ ເຟສບຸກ ມີຄົນເຂົ້າເບິ່ງເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊັ່ນ: ໃນປີ 2022 ມີຄົນເຂົ້າ​ອ່ານ​ເວັບ​ໄຊ 1.450.790 ຄົນ, ປີ 2023 ມີຄົນເຂົ້າອ່ານ 1.575.750 ຄົນ, ປີ 2024 ມີຄົນເຂົ້າອ່ານ 1.380.790 ຄົນ. ສະ​ເພາະ 6 ເດືອນ​ຕົ້ນ​ປີ 2025 ມີ​ເຂົ້າ​​ອ່ານ 375.400 ຄົນ, ສະ​ເລ່ຍ ປະ​ມານ 23.000 ຄົນ​ຕໍ່​ມື້, ເຂົ້າ​ເບິ່ງເຟສບຸກໃນປີ 2022 ມີ 1.044.150 ຄົນ, ປີ 2023 ມີຄົນເຂົ້າ​ເບິ່ງ 1.258.416 ຄົນ; ປີ 2024 ມີ 1.004.8146 ຄົນ. ສະ​ເພາະ 6 ເດືອນ​ຕົ້ນ​ປີ 2025 ມີ​ຄົນ​ເຂົ້າ​ເບິ່ງ 9.815.168, ສະ​ເລ່ຍ​ມີ​ຄົນ​ເຂົ້າ​ເບິ່ງ 53.781 ຄົນ​ຕໍ່​ມື້.

ທ່ານ ວັນໄຊ ຕະວິນຍານ ຍັງໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງສື່ມວນຊົນລາວ ເຊິ່ງຕະຫລອດໄລຍະຜ່ານມາ ຮອດປັດຈຸບັນ ສື່ມວນຊົນລາວ ໄດ້ເປັນເຈົ້າການໂຄສະນາ ການຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ຂອງພັກ ໃນແຕ່ລະຄັ້ງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ວຽກງານຈຸດສຸມຂອງສະພາແຫ່ງຊາດ, ການເຄື່ອນໄຫວວຽກງານ ຈຸດສຸມຂອງລັດຖະບານ ທັງສູນກາງ ແລະ ທ້ອງຖິ່ນ; ການຊຸກຍູ້ສົ່ງເສີມການຜະລິດ ເປັນສິນຄ້າຂອງປະຊາຊົນ ກໍຄື ວຽກດີຄົນເດັ່ນ ແລະ ການສົ່ງເສີມການນໍາໃຊ້ ຜະລິດຕະພັນພາຍໃນປະເທດ. ທັງສ່ອງແສງເຫດການ ແລະ ວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ຕໍ່ເນື່ອງ.  ພ້ອມນີ້, ສື່ມວນຊົນລາວ ຍັງໄດ້ເປັນເຈົ້າການ ໃນການໂຄສະນາຕອບໂຕ້, ນະໂຍບາຍຫັນປ່ຽນ ໂດຍສັນຕິຂອງສັດຕູ ທີ່ຫວັງມ້າງເພ-ທໍາລາຍ ລະ ບອບປະຊາທິປະໄຕ ປະຊາຊົນ, ຕີຖອຍຖ້ອຍທໍານອງບິດເບືອນ ໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີ ແລະ ອິດທິກໍາລັງປໍລະປັກຕໍ່ການນໍາພາ ຂອງ ພັກ-ລັດ ກໍຄື ໝາກຜົນໃນການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ເປັນຕົ້ນ ການພັດທະນາເຂດເສດຖະກິດພິເສດ, ການສ້າງເຂື່ອນໄຟຟ້າ, ການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງກຸ່ມຄົນບໍ່ດີໄດ້ພະຍາຍາມ ສ້າງຂ່າວບິດເບືອນຄວາມຈິງ, ຂ່າວປອມ, ພ້ອມທັງຕັ້ງຂໍ້ກ່າວຫາ ກ່ຽວກັບສິດທິມະນຸດ, ປະຊາທິປະໄຕ, ເຜົ່າ ແລະ ສາສະໜາ. ຕໍ່ບັນຫາດັ່ງກ່າວ, ຍາມໃດສື່ມວນຊົນລາວ ກໍໄດ້ເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບ ໃນການນໍາພາຫາງສຽງສັງຄົມ, ສ້າງຄວາມຮັບຮູ້, ຄວາມເຂົ້າໃຈໃຫ້ ປະຊາຊົນຢ່າງຖືກຕ້ອງ, ວ່ອງໄວ, ເປັນລະບົບ ແລະ ຕໍ່ເນື່ອງ.

ໃນໂອກາດ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ທີ່ຈະໝູນວຽນມາບັນຈົບຄົບຮອບ 75 ປີ ​ໃນ​ປີ 2025 ນີ້, ທ່ານ ວັນໄຊ ຕະວິນຍານ ຍັງໄດ້ຕາງໜ້າໃຫ້ຄະນະບັນນາທິການ, ສະແດງຄວາມຮູ້ ບຸນຄຸນຢ່າງຈິງໃຈ ຕໍ່ການນໍາພັກ, ລັດ, ຄະນະໂຄສະນາອົບຮົມສູນກາງພັກ ທີ່ຍາມໃດກໍເປັນຫ່ວງເປັນ​​ໄຍ ໃຫ້ຄວາມເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ນັກຂ່າວຈາກບັນດາກະຊວງ, ກົມ, ບໍລິສັດຫ້າງຮ້ານທີ່ໃຫ້ການຊຸກຍູ້ ຕະຫລອດຮອດນັກຂ່າວແຂວງ, ເມືອງທີ່ໄດ້ໃຫ້ການຮ່ວມມື, ຊ່ວຍເຫລືອປະກອບສ່ວນສົ່ງຂ່າວ, ບົດ ປະເພດຕ່າງໆ ມາປະກອບສ່ວນອອກ ໃນໜ້າໜັງສືພິມປະຊາຊົນ ດ້ວຍດີຕະຫລອດມາ.


ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ


Top