ໄພທຳມະຊາດ ທຳລາຍເສດຖະກິດໂລກ ຫລາຍກວ່າ 135.000 ລ້ານໂດລາ

07/08/2025 22:51
Email Print 125
KPL ໄພພິບັດ ທາງທຳມະຊາດ ສ້າງຄວາມເສຍຫາຍ ຕໍ່ເສດຖະກິດ ທົ່ວໂລກ ດ້ວຍມູນຄ່າ 135.000 ລ້ານໂດລາ ສະຫະລັດ ໃນໄລຍະ 6 ເດືອນຕົ້ນປີນີ້, ເພີ່ມຂຶ້ນ 123.000 ລ້ານໂດລາສະຫະລັດ ເມື່ອທຽບໃສ່ ໄລຍະດຽວກັນ ໃນປີ 2024.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກເມືອງ ຊູຣິກ ປະເທດສະວິດ ເມື່ອວັນທີ 7 ສິງຫາ,  ບໍລິສັດ ສະວິດຣີ (Swiss Re) ເປັນຜູ້ໃຫ້ ບໍລິການ ດ້ານປະກັນໄພ ລະບຸວ່າ: ໄພພິບັດ ທາງທຳມະຊາດ ສ້າງຄວາມເສຍຫາຍ ຕໍ່ເສດຖະກິດ ທົ່ວໂລກ ດ້ວຍມູນຄ່າ 135.000 ລ້ານໂດລາ ສະຫະລັດ ໃນໄລຍະ 6 ເດືອນຕົ້ນປີນີ້, ເພີ່ມຂຶ້ນ 123.000 ລ້ານໂດລາສະຫະລັດ ເມື່ອທຽບໃສ່ ໄລຍະດຽວກັນ ໃນປີ 2024.

ນອກຈາກນີ້ ບໍລິສັດຍັງປະເມີນວ່າ ຄວາມເສຍຫາຍ ໃນໄລຍະ 6 ເດືອນຕົ້ນປີນີ້ ໂດຍມີການ ເຮັດປະກັນໄພໄວ້80.000 ລ້ານໂດລາ ສະຫະລັດ, ເປັນເກືອບ 2 ເທົ່າເທື່ອ ຂອງ ຄ່າສະເລ່ຍ ໃນໄລຍະ 10 ປີ. ປີ 2025 ໂດຍມີໄຟໄໝ້ ປ່າ ໃນນະຄອນ ລອດແອນເຈລິສ ລັດແຄລິຟໍເນຍ ປະເທດ ສ.ອາເມລິກາ ເມື່ອເດືອນມັງກອນ ທີ່ຜ່ານມາ, ຖືເປັນເຫດການ ທີ່ໄດ້ຮັບການຄຸ້ມຄອງ ຄວາມເສຍຫາຍ ຄັ້ງໃຫຍ່ທີ່ສຸດ ເປັນປະຫວັດສາດ ລວມມີ ມູນຄ່າປະມານ 40.000 ລ້ານໂດລາສະຫະລັດ.

ໃນຂະນະທີ່ ເຫດແຜ່ນດິນໄຫວ ຢູ່ມຽນມາ ເມື່ອເດືອນມີນາ ເປັນໜຶ່ງໃນໄພພິບັດ ທາງທຳມະຊາດ ຄັ້ງໃຫຍ່ ໃນໄລຍະ 6 ເດືອນຂອງປີນີ້ , ໂດຍແຮງສັ່ນສະເທືອນ ສາມາດຮູ້ສຶກໄດ້ ເຖິງປະເທດ ເພື່ອນບ້ານ ເຊັ່ນ: ໄທ, ອິນເດຍ ແລະ ສປຈີນ. ໃນນັ້ນ ໄທ ພຽງປະເທດດຽວ ໄດ້ສ້າງຄວາມ ເສຍຫາຍ ທີ່ໄດ້ຮັບ ການຄຸ້ມຄອງ ດ້ວຍມູນຄ່າ ສູງເຖິງ 1.500 ລ້ານໂດລາສະຫະລັດ./

KPL

ຂ່າວອື່ນໆ


Top