ອິຕາລີ ອະນຸມັດແຜນ ສ້າງຂົວແຂວນຍາວ ທີ່ສຸດໃນໂລກ

07/08/2025 22:52
Email Print 147
KPL ລັດຖະບານ ອິຕາລີ ໄດ້ອະນຸມັດ ໂຄງການ ສ້າງຂົວແຂວນ ຍາວທີ່ສຸດ ໃນໂລກ ທີ່ມີ ມູນຄ່າ 13,5 ຕື້ເອີໂຣ ເພື່ອເຊື່ອມຕໍ່ ເກາະ ຊີຊີລີ ກັບ ອິຕາລີ.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫລວງ ໂຣມ ປະເທດ ອິຕາລີ ເມື່ອວັນທີ 7 ສີງຫາ: ລັດຖະບານ ອິຕາລີ ໄດ້ອະນຸມັດ ໂຄງການ ສ້າງຂົວແຂວນ ຍາວທີ່ສຸດ ໃນໂລກ ທີ່ມີ ມູນຄ່າ 13,5 ຕື້ເອີໂຣ ເພື່ອເຊື່ອມຕໍ່ ເກາະ ຊີຊີລີ ກັບ ອິຕາລີ. ໃນຂະນະດຽວກັນ, ຜູ້ນຳອິຕາລີ ໄດ້ຍ້ອງຍໍ ໂຄງການດັ່ງກ່າວວ່າ ເປັນການກະຕຸ້ນ ເສດຖະກິດ ສຳລັບ ພາກໃຕ້ຂອງອິຕາລີ ທີ່ພວມຜະເຊີນກັບຄວາມທຸກຍາກ.

ຂົວແຫ່ງນີ້ ຈະກຳນົດໃຫ້ສ້າງສໍາເລັດ ໃນປີ 2032, ຊຶ່ງມີ ຄວາມທັນສະໄໝ ທາງດ້ານເຕັກນິກ ວິສະວະກຳ, ໂດຍສາມາດ ຕ້ານທານ ຕໍ່ກະແສລົມແຮງ ແລະ ແຜ່ນດິນໄຫວ ໃນພາກພື້ນ. ຂົວດັ່ງກ່າວ ໄດ້ຖືກ ອອກແບບ ໃຫ້ມີເສັ້ນທາງລົດໄຟ 2 ສາຍແລ່ນຜ່ານ ທາງກາງ ແລະ ເສັ້ນທາງອີກ 6 ເລນ, ແຂວນ ລະຫວ່າງ ເສົາຫລັກ 2 ຕົ້ນ, ດ້ວຍຄວາມສູງ 400 ແມັດ, ໂດຍມີຄວາມຍາວເຖິງ 3,3 ກິໂລແມັດ ຊຶ່ງເປັນ ໄລຍະທາງ ຍາວທີ່ສຸດ ໃນໂລກ. /

KPL

ຂ່າວອື່ນໆ


Top