KPL
ຂປລ. ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດເວທີສົນທະນາ ເນື່ອງໃນໂອກາດວັນສ້າງຕັ້ງ ອົງ ການຈັດຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ໃນວັນທີ 7 ສິງຫາ 2025

ຂປລ. ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດເວທີສົນທະນາ ເນື່ອງໃນໂອກາດວັນສ້າງຕັ້ງ ອົງ ການຈັດຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ໃນວັນທີ 7 ສິງຫາ 2025, ພາຍໃຕ້ການເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ ກຳມະການຄະນະປະຈໍາພັກກະຊວງ, ຮອງລັດ ຖະມົນຕີກະຊວງການຕ່າງປະເທດ ໂດຍມີ ຜູ້ຕາງໜ້າຈາກສູນກາງ ສະຫະພັນ ແມ່ຍິງລາວ, ຜູ້ຕາງໜ້າຈາກອົງການຈັດ ຕັ້ງກຳມະບານ, ຊາວໜຸ່ມ, ຄະນະກົມ ພາຍໃນກະຊວງການຕ່າງປະເທດ, ປະທານສະຫະພັນແມ່ຍິງບັນດາກະຊວງອ້ອມ ຂ້າງ, ພະນັກງານບຳນານເພດຍິງ ແລະ ສະມາຊິກສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ເຂົ້າຮ່ວມ.

ທ່ານ ນາງ ໄກມະນີ ອໍລະບູນ ກໍາມະການຄະນະພັກກະຊວງ, ປະທານຄະນະບໍລິຫານງານ ສະຫະພັນແມ່ ຍິງກະຊວງການຕ່າງປະເທດ ໄດ້ໃຫ້ຮູ້ວ່າ: ການຈັດເວທີສົນທະນາຄັ້ງນີ້ ແມ່ນໜຶ່ງໃນແຜນ ກິດຈະກໍາ ສະເຫລີມສະ ຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ຂອງສະຫະພັນແມ່ຍິງ ກະຊວງການຕ່າງປະເທດ, ຊຶ່ງຫົວ ຂໍ້ສົນທະນາໃນຄັ້ງນີ້ ປະກອບມີ 3 ຫົວຂໍ້ ຄື: ການຮ່ວມມືລະຫວ່າງ ປະເທດທາງອາຍາ; ວຽກງານການ ທູດເສດຖະ ກິດ ຂອງ ສປປ ລາວ; ການກະກຽມໃຫ້ແກ່ການອອກຈາກສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ ແລະ ແຜນຍຸດທະສາດການຂ້າມຜ່ານ ຂອງ ສປປ ລາວ ເພື່ອອອກຈາກ ສະຖານະພາບດ້ອຍພັດທະນາ. ທັງ 3 ຫົວຂໍ້ ສົນທະນາດັ່ງກ່າວ ແມ່ນມີຄວາມສຳຄັນ ແລະ ຈຳເປັນໃຫ້ແກ່ພະນັກງານການທູດທີ່ຕ້ອງກຳໄດ້ ເພື່ອສ້າງຄວາມ ເຂົ້າໃຈ ແລະ ນຳໄປຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງ ສອດຄ່ອງກັບວຽກງານຂອງຕົນ, ທັງ ເປັນໂອກາດອັນດີໃຫ້ພະນັກ ງານ-ເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ໄດ້ແລກປ່ຽນຂໍ້ມູນ, ຄວາມຄິດເຫັນ, ຖອດຖອນບົດຮຽນ ແລະ ພ້ອມກັນຈັດຕັ້ງປະຕິບັດໃນຕໍ່ໜ້າ.

ໃນໂອກາດນີ້, ທ່ານ ໄມທອງ ທໍາມະວົງສາ ໄດ້ມີຄໍາເຫັນໂດຍຍົກໃຫ້ເຫັນເຖິງ ປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວໂດຍຫຍໍ້ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ຄວາມໝາຍ ຄວາມສໍາຄັນຂອງວັນ ດັ່ງກ່າວ ກໍຄື ບົດບາດ-ສິດເສລີພາບ ຂອງແມ່ຍິງລາວ, ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ທາງດ້ານການເມືອງ-ເສດຖະກິດ, ວັດທະນະທຳ-ສັງຄົມ ຊຶ່ງແມ່ຍິງລາວ ກໍໄດ້ປະກອບ ສ່ວນສຳຄັນໃນທຸກຂົງເຂດວຽກງານ ລວມທັງວຽກງານການຕ່າງປະເທດ ໂດຍຄຽງບ່າຄຽງໄຫລ່ກັບເພດຊາຍ, ອັນໄດ້ເຮັດໃຫ້ບົດບາດຂອງແມ່ຍິງລາວ ໂດດເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພ້ອມທັງໄດ້ ສະແດງຄວາມເຊື່ອໝັ້ນວ່າ ຫົວຂໍ້ສົນທະນາໃນຄັ້ງນີ້ ຈະເປັນປະ ໂຫຍດໃຫ້ເອື້ອຍນ້ອງແມ່ຍິງ ເພື່ອເປັນຖານຂໍ້ມູນ ນຳໄປຈັດຕັ້ງປະຕິບັດໃນຂົງເຂດ ວຽກງານຂອງຕົນ ໃຫ້ມີປະສິດທິ ພາບຍິ່ງໆຂຶ້ນ.
ໃນຕອນບ່າຍວັນທີ 7 ສິງຫາ 2025, ຍັງໄດ້ມີການຈັດກວດສຸຂະພາບ ໂດຍໄດ້ຮັບການສະໜັບສະໜູນ ຈາກສູນການແພດ One Medical and Wellness Center ເພື່ອໂຄສະນາສົ່ງເສີມ ສ້າງຄວາມຮູ້ ແລະ ການຕື່ນຕົວ ໃນດ້ານການເບິ່ງແຍງສຸຂະພາບ ແລະ ໂລກໄພທີ່ປິ່ນອ້ອມ ໂດຍສະເພາະ ແມ່ນຄວາມສ່ຽງດ້ານໂລກຫົວ ໃຈທີ່ເກີດຂຶ້ນກັບເພດຍິງ ເຊິ່ງກິດຈະກໍາຄັ້ງນີ້, ຍັງເປັນການປຸກລະດົມ ແນວຄິດຂອງ ຜູ້ເຂົ້າຮ່ວມໃຫ້ສົນໃຈ, ເອົາໃຈ ໃສ່ໃນວຽກງານປ້ອງກັນ ແລະ ເພີ່ມພູນທັກສະຄວາມຮູ້ ດ້ານການກອບກູ້ຊີວິດ ແລະ ການປະຖົມພະຍາບານ ເບື້ອງຕົ້ນ ຫາກເກີດອຸບັດເຫດຂຶ້ນໃນຄອບຄົວ ຫລື ຕາມອົງກອນ ລວມທັງສະຖານທີ່ສາທາລະນະ.

ນອກຈາກ 2 ກິດຈະກໍາດັ່ງກ່າວ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຍັງໄດ້ປະກອບສ່ວນເປີດຫ້ອງວາງສະແດງຮູບພາບ ການເຄື່ອນໄຫວໃນງານວາງສະແດງ ທີ່ສູນກາງສະຫະພັນແມ່ຍິງລາວຈັດຂຶ້ນ ໃນລະຫວ່າງວັນທີ 9-13 ກໍລະກົດ 2025 ທີ່ ສູນການຄ້າລາວ-ໄອເຕັກ; ຄະນະບໍລິຫານງນສະຫະພັນແມ່ຍິງກະຊວງ ຍັງໄດ້ໄປຢ້ຽມຢາມ ພະນັກງານບໍານານ ແລະ ພະນັກງານພັກປິ່ນປົວເພດຍິງ ຂອງກະຊວງການ ຕ່າງປະເທດ ຈຳນວນໜຶ່ງ ເພື່ອສະແດງຄວາມ ເປັນຫ່ວງເປັນໄຍ, ເພື່ອສ້າງຄວາມຮັກແພງ ແລະ ທັງເປັນກຳລັງໃຈໃຫ້ແກ່ພະນັກງານບຳນານ.
ພາບ: ອ່າຍຄໍາ
KPL