KPL
GDP ຂອງ ສປ ຈີນ ໃນໄຕມາດທີ 2 ປີນີ້ ບັນລຸ 34.177 ຕື້ກວ່າຢວນ, ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ
ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນທີ 16 ກໍລະກົດນີ້, ກົມສະຖິຕິ ແຫ່ງຊາດຈີນ ໄດ້ປະກາດວ່າ: ອີງຕາມ ເອກະສານ ແລະ ຂໍ້ມູນພື້ນຖານ ທີ່ກ່ຽວຂ້ອງ ແລະ ວິທີຄິດໄລ່ ລວມຍອດ ຜະລິດຕະພັນພາຍໃນ ຫລື GDP ຜ່ານການຄິດໄລ່ ເບື້ອງຕົ້ນ ສະແດງ ໃຫ້ເຫັນວ່າ GDP ຂອງ ສປ ຈີນ ໃນໄຕມາດທີ 2 ປີນີ້ ບັນລຸ 34.177 ຕື້ກວ່າຢວນ, ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ ຖືວ່າ ມີຈັງຫວະ ການເຕີບໂຕ ຢ່າງເຂັ້ມແຂງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL