KPL
ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ເປີດເຜີຍ ລາຍລະອຽດ ກ່ຽວກັບ ແຜນການຈັດເກັບ ພາສີ ນຳເຂົ້າ ຢາປິ່ນປົວພະຍາດ ໃນທ້າຍເດືອນ ກໍລະກົດ ປີນີ້
ຂປລ.ຕາມຂ່າວຈາກ ວໍຊີງຕັນ, ວັນທີ16 ກໍລະກົດນີ້, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ເປີດເຜີຍ ລາຍລະອຽດ ກ່ຽວກັບ ແຜນການຈັດເກັບ ພາສີ ນຳເຂົ້າ ຢາປິ່ນປົວພະຍາດ ໃນທ້າຍເດືອນ ກໍລະກົດ ປີນີ້ ຊຶ່ງຈະເລີ່ມເກັບ ໃນລະດັບ ຕ່ຳກ່ອນ ເພື່ອໃຫ້ບໍລິສັດຕ່າງໆ ມີເວລາ ຍ້າຍຖານ ການຜະລິດ ມາຍັງ ສ.ອາເມລິກາ ກ່ອນທີ່ຈະເກັບ ໃນອັດຕາທີ່ສູງ ໃນອີກ ປະມານ 1 ປີ ຫລັງຈາກນີ້ ໂດຍມີ 2 ວິທີຄື ເພີ່ມພາສີ ນຳເຂົ້າໄປເລີຍ ຫລື ຍ້າຍຖານ ການຜະລິດ ມາ ສ.ອາເມລິກາ ເພື່ອຈະບໍ່ຕ້ອງ ຈ່າຍພາສີ ທີ່ແພງຂຶ້ນ ໂດຍກຳນົດ ເສັ້ນຕາຍ ໃນວັນທີ 1ສິງຫານີ້ ເພື່ອເຮັດໃຫ້ປະເທດ ເປົ້າໝາຍ ເຈລະຈາ ເຮັດຂໍ້ຕົກລົງ ກ່ຽວກັບ ພາສີ ຂອງ ສ.ອາເມລິກາ ຊຶ່ງກຳນົດເວລາ 90ວັນ ຈະຕ້ອງເຮັດ ຂໍ້ຕົກລົງກັບ 90ປະເທດ ແຕ່ເຖິງ ປັດຈຸບັນນີ້ ມີພຽງ2-3ປະເທດ ທີ່ບັນລຸ ຂໍ້ຕົກລົງກັບ ສ.ອາເມລິກາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL