ຮ້ານກະແລັມໂປະ ແລະ ຄາເຟ ເນັ້ນວັດຖຸດິບສົດໃໝ່

17/07/2025 15:59
Email Print 139
KPL *ຮ້ານກະແລັມໂປະ ແລະ ຄາເຟ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ເປັນຮ້ານອາຫານ ແລະ ເຄື່ອງດື່ມປະເພດເຂົ້າ, ນໍ້າປັ່ນໝາກໄມ້ຕາມລະດູການ

      *ຮ້ານກະແລັມໂປະ ແລະ ຄາເຟ ຕັ້ງຢູ່ບ້ານເມືອງວາ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ເປັນຮ້ານອາຫານ ແລະ ເຄື່ອງດື່ມປະເພດເຂົ້າ, ນໍ້າປັ່ນໝາກໄມ້ຕາມລະດູການ, ກະແລັມ ແລະ ຄາເຟ ທີ່ລູກຄ້າໃຫ້ຄວາມສົນໃຈຫລາຍເນື່ອງຈາກວ່າສະຖານທີ່ກວ້າງຂວາງຕົບແຕ່ງແບບທໍາມະຊາດທີ່ສວຍງາມ ພ້ອມດຽວກັນກໍ່ມີກະແລັມໝາກພ້າວແຊບໆທີ່ຕົບແຕ່ງໜ້າດ້ວຍໝາກຖົ່ວດິນ, ເຂົ້າໜົມຝອງທອງ, ໝາກຕາວ ນອກນີ້, ຍັງມີເມນູນໍ້າທີ່ຫລາກຫລາຍ ແລະ ຕຳເມນູຕ່າງໆໄວ້ບໍລິ ການລູກຄ້າ.  

     ທ່ານນາງ ຈັນສະໝອນ ບຸນປະເສີດ ເຈົ້າຂອງຮ້ານກະແລັມໂປະ ແລະ ຄາເຟ ໄດ້ໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນຂອງຮ້ານອາຫານ ແລະ ຄາເຟແຫ່ງນີ້ ເກີດຈາກຄວາມມັກ ແລະ ຢາກເຮັດທຸລະກິດ ເພື່ອສ້າງລາຍຮັບເຂົ້າຄອບຄົວ ໂດຍຮ້ານຈະມີຄວາມໂດດເດັ່ນຢູ່ທີ່ໝູນໃຊ້ກະໂປະໝາກພ້າວມາໃຊ້ເປັນພາຊະນະບັນຈຸກະແລັມ ຈຶ່ງເປັນທີ່ມາຂອງຊື່ຮ້ານວ່າ: “ກະແລັມໂປະ”  ພ້ອມດຽວກັນນີ້ ກໍ່ມີການຕົບແຕ່ງຮ້ານໃຫ້ໄດ້ບັນຍາກາດແບບທໍາມະຊາດ ຈຶ່ງປະດັບດາປະດ້ວຍການນຳໃຊ້ໄມ້ ແລະ ເຄື່ອງເກົ່າແກ່ມາຕົບແຕ່ງຮ້ານໂດຍປະສົມສານກັບຄວາມທັນສະໄໝໄດ້ຢ່າງລົງຕົວທີ່ສຸດ ແລະ ເນັ້ນຄວາມຮົ່ມເຢັນຂອງຕົ້ນໄມ້ທໍາມະຊາດ. ສໍາລັບກະແລັມພາຍໃນຮ້ານແມ່ນປຸງດ້ວຍສູດສະເພາະທີ່ຂ້າພະເຈົ້າສຶກສາຄົ້ນຄວ້າດ້ວຍຕົນເອງ, ປຸງດ້ວຍວັດຖຸດິບຈາກທໍາມະຊາດທີ່ມີຄຸນນະພາບ ແລະ ຜະລິດສົດໃໝ່ທຸກໆມື້ປາສະຈາກສານກັນບູດ; ນອກຈາກກະແລັມທີ່ເປັນອາຫານຫວານຂຶ້ນຊື່ແລ້ວພາຍໃນຮ້ານແມ່ນມີລາຍການອາຫານປະເພດຕຳອັນເປັນທີ່ນິຍົມຊົມຊອບໄດ້ແກ່: ຕຳຫລວງພະບາງ, ຕຳໝາກໄມ້ຕາມລະດູການ ແລະ ລາຍການອາຫານອື່ນໆ ໂດຍຈະຈຳໜ່າຍໃນລາຄາທີ່ລູກຄ້າທຸກທ່ານສາມາດເຂົ້າເຖິງໄດ້. ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າໃນສັງຄົມທີ່ນັບມື້ນັບເພີ່ມຂຶ້ນຮ້ານກະແລັມໂປະ ແລະ ຄາເຟ ແມ່ນມີແຜນຈະຂະຫຍາຍສາຂາເພີ່ມຕື່ມ ໂດຍຈະຮັກສາມາດຕະຖານການບໍລິການ ແລະ ຄຸນນະພາບຂອງລົດຊາດອາຫານທີ່ເປັນເອກະລັກສະເພາະເອົາໄວ້ໃຫ້ດີທີ່ສຸດ.
      ຮ້ານກະແລັມໂປະ ແລະ ຄາເຟ ເປີດບໍລິການວັນອັງຄານ - ວັດອາທິດ (ປິດທຸກໆວັນຈັນ) ສະຖານທີ່ຕັ້ງຢູ່ບ້ານເມືອງວາ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ; ພິເສດຮ້ານກະແລັມໂປະ ແລະ ຄາເຟ ແມ່ນມີບໍລິການຮັບຈັດງານລ້ຽງງານສັງສັນອີກດ້ວຍ ແລະ ສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ Facebook : ຮ້ານກະແລ້ມໂປະ & ຄາເຟ.

      ໂດຍ: ລູກສາວຫລ້າ


KPL

ຂ່າວອື່ນໆ


Top