KPL
*ນັບວ່າ ເປັນອີກງານໜຶ່ງທີ່ມີຄວາມສຳຄັນໃນການປົກປັກຮັກສາທາງດ້ານວັດທະນະທຳຂອງລາວເຮົາ ໂດຍສະເພາະແມ່ນອາຫານພື້ນເມືອງ ແລະ ການນຸ່ງການຖືລາວ

*ນັບວ່າ ເປັນອີກງານໜຶ່ງທີ່ມີຄວາມສຳຄັນໃນການປົກປັກຮັກສາທາງດ້ານວັດທະນະທຳຂອງລາວເຮົາ ໂດຍສະເພາະແມ່ນອາຫານພື້ນເມືອງ ແລະ ການນຸ່ງການຖືລາວ ເຊິ່ງວັດທະນະທຳດັ່ງກ່າວ ລັດຖະບານກໍ່ໄດ້ເອົາໃຈໃສ່ສົ່ງເສີມປະຊາຊົນບັນດາເຜົ່າເອົາໃຈໃສ່ປົກປັກຮັກສາໃຫ້ຢູ່ຄຽງຄູ່ກັບຊາດລາວຕະຫລອດໄປ. ໃນແຕ່ລະປີບໍ່ວ່າຢູ່ໃນຂັ້ນສູນກາງ, ແຂວງ, ເມືອງ ການນຳກໍ່ໄດ້ມີການຈັດກິດຈະກຳຂຶ້ນໃນວັນສຳຄັນຂອງຊາດ. ດັ່ງເມື່ອມໍ່ໆນີ້, ແຂວງຈຳປາສັກ ໄດ້ຈັດງານອະນຸລັກ-ສົ່ງເສີມອາຫານທີ່ເປັນເອກກະລັກທ້ອງຖິ່ນ ແລະ ວັດທະນະທໍາການນຸ່ງຖືຂອງລາວ ເຊິ່ງງານວາງສະແດງໄດ້ມີການປະກວດອາຫານ, ການເດີນແບບອາພອນລາວ ຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ ຄົບຮອບ 70 ປີ ທີ່ສູນການຄ້າແຟນຊີບມໍ ນະຄອນປາກເຊ ແຂວງຈໍາປາສັກ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ. ມີການນໍາຂອງແຂວງ, ເມືອງ, ນະຄອນປາກເຊ, ມີຮອງປະທານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ແຂກເຊີນ ແລະ ມວນຊົນເຂົ້າຮ່ວມ.
ທ່ານ ນາງ ເຕດາວັນ ແກ້ວພິລາວັນ ປະທານສະຫະພັນແມ່ຍິງແຂວງໃຫ້ຮູ້ວ່າ: ການຈັດງານອະນຸລັກ-ສົ່ງເສີມອາຫານທີ່ເປັນເອກກະລັກທ້ອງຖິ່ນ ແລະ ວັດທະນະທໍາການນຸ່ງຖືຂອງລາວຄັ້ງນີ້, ຈະມີການປະກວດອາຫານທີ່ເປັນເອກກະລັກທ້ອງຖິ່ນ, ການເດີນແບບອາພອນລາວ-ຊຸດຊົນເຜົ່າ, ການວາງສະແດງຜະລິດຕະພັນສິນຄ້າ ເຊິ່ງແມ່ນໜຶ່ງໃນຫລາຍກິດຈະກຳທີ່ສະຫະພັນແມ່ຍິງແຂວງຈັດຂຶ້ນ ເພື່ອຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ການເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ.
ສໍາລັບການປະກວດອາຫານ ກໍ່ມີບັນດາຮ້ານເຂົ້າຮ່ວມປະກວດທັງໝົດ 15 ພາກສ່ວນຄື: ຈາກນະຄອນ-ເມືອງ 10 ຮ້ານ ແລະ ອ້ອມຂ້າງແຂວງ 5 ຮ້ານ, ການວາງສະແດງຜະລິດຕະພັນສິນຄ້າ 18 ຮ້ານ ເພື່ອເປັນການປະກອບ ສ່ວນຢ່າງຕັ້ງໜ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງແຂວງ ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວດີຂຶ້ນ. ຂະນະທີ່ການເດີນແບບກໍ່ໄດ້ຮັບກຽດມາເດີນແບບເປັນນາງແບບກິດຕິມະສັກຈາກຄອບຄົວການນໍາຂອງແຂວງ, ການນໍາເພດຍິງ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ນັກທຸລະກິດຍິງແຂວງ, ສະມາຄົມຫັດຖະກຳແຂວງ ແລະ ສະຖາບັນການສຶກສາຄື: ໂຮງຮຽນວິຊະນຸວິທະຍາ, ປະຖົມແສງອາລຸນ, ມສ ແຮັກມານມາຍເນີ, ມສ ໂພນໄຊ.
ຂະນະທີ່ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຫລາຍບໍ່ພຽງແຕ່ເປັນການສ້າງຂະບວນການໃນການຕ້ອນຮັບ 3 ວັນປະຫວັດສາດຂອງພັກຂອງຊາດ, ຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ IX. ແຕ່ເປັນການສະເຫລີມສະຫລອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ, ເປັນການໂຄສະນາປູກຈິດສໍານຶກການອະນຸລັກ ແລະ ສົ່ງເສີມວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນໃຫ້ຄົງຢູ່ກັບຊາດລາວ ແລະ ຄົນລາວຕະຫລອດໄປທັງເປັນການໂຄສະນາເຜີຍແຜ່ໃຫ້ຕ່າງຊາດ ຮັບຮູ້ເຖິງວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາຢ່າງກວ້າງຂວາງ.

KPL