KPL
ກອງປະຊຸມ ຄົບຄະນະ ປະຈຳປີ ບັນດາ ຜູ້ນຳໜ້າ ຄັ້ງທີ 16 ຂອງເວທີປາໄສ ເສດຖະກິດໂລກ (WEF ທຽນຊີນ 2025, ແຕ່ວັນທີ 24 – 26 ມິຖຸນາ). ຢູ່ນະຄອນ ທຽນຊີນ ດ້ວຍຫົວຂໍ້ “ນ້ຳໃຈ startup ໃຫ້ແກ່ ສັງກາດໃໝ່”

ຂປລ.ວິທຸກະຈາຍສຽງຫວຽດນາມ, ກອງປະຊຸມ ຄົບຄະນະ ປະຈຳປີ ບັນດາ ຜູ້ນຳໜ້າ ຄັ້ງທີ 16 ຂອງເວທີປາໄສ ເສດຖະກິດໂລກ (WEF ທຽນຊີນ 2025, ແຕ່ວັນທີ 24–26 ມິຖຸນາ) ຢູ່ນະຄອນ ທຽນຊີນ ດ້ວຍຫົວຂໍ້ “ນ້ຳໃຈ startup ໃຫ້ແກ່ ສັງກາດໃໝ່”. WEF ທຽນຊີນ 2025 ມີການເຂົ້າຮ່ວມ ຂອງຜູ້ແທນ ຫລາຍກວ່າ 1.700ຄົນ ເຊິ່ງເປັນການນຳຂັ້ນສູງ, ຜູ້ຕາງໜ້າອົງການ, ກະຊວງ ຂະແໜງການ, ອົງການ ຈັດຕັ້ງສາກົນ, ນັກຊ່ຽວຊານ, ນັກຮຽນຮູ້ ແລະ ການນຳວິສາຫະກິດ ທີ່ມາຈາກເກືອບ 100 ປະເທດ ໃນທົ່ວໂລກ. ໃນໂອກາດນີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະແດງ ຄວາມເຊື່ອມໝັ້ນວ່າ ອາຊີ ຈະມີຮາກຖານ, ພື້ນຖານ ຢ່າງພຽງພໍ ເພື່ອສືບຕໍ່ ພັດທະນາ, ບືນຕົວຂຶ້ນ ແລະ ນັບມື້ ນັບຢັ້ງຢືນ ບົດບາດ ເປັນເສົາຄ້ຳ, ພາທາງ ໃນພື້ນຖານ ເສດຖະກິດ ທົ່ວໂລກ. ເພື່ອສ້າງ ສະຕະວັດຂອງ ອາຊີ ຮັ່ງມີ ເຂັ້ມແຂງ, ວັດທະນາ ຖາວອນ ແລະ ພັດທະນາ ແບບຍືນຍົງ ພ້ອມທັງ ສະເໜີ “5 ຂໍ້ນຳໜ້າ” ທີ່ມີຄວາມໝາຍ ຍຸດທະສາດ ສຳລັບ ອາຊີ. ໃນນັ້ນ, ອາຊີ ຕ້ອງ: ນຳໜ້າ ໃນການພັດທະນາ ວິທະຍາສາດ ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນ ດີຈີຕອນ, ຫັນເປັນ ສີຂຽວ; ນຳໜ້າ ໃນການເຊື່ອມຕໍ່ ລະບົບມູນຄ່າ, ຊຸກຍູ້ການຮ່ວມ ສຳພັນ ເສດຖະກິດ ແລະ ເຊື່ອມໂຍງ ເຂົ້າກັບ ສາກົນ; ນຳໜ້າ ໃນການຊຸກຍູ້ຈິດໃຈ startup, ນະວັດຕະກຳ, ພັດທະນາ ວິສາຫະກິດ; ນຳໜ້າ ໃນການເພີ່ມທະວີ ການເຊື່ອມຕໍ່ ວັດທະນະທຳ, ສັງຄົມ, ຮັບປະກັນ ມະນຸດເປັນໃຈກາງ ໃນທຸກນະໂຍບາຍ, ຍຸດທະສາດ ພັດທະນາ.ດັ່ງນັ້ນ ເພື່ອນປະກອບສ່ວນ ໃຫ້ແກ່ ວິວັດທະນາການນີ້, ທ່ານ ຟ້າມມິງຈິງ ສະເໜີ 2 ຂໍ້ລິເລີ່ມ, ລວມມີ: ສ້າງຕາໜ່າງ ນະວັດຕະກຳ ອາຊີ, ເສີມຂະຫຍາຍ ບົດບາດ ນຳພາຂອງ WEF ແລະ ສປ ຈີນ ໃນການເຊື່ອມຕໍ່ ບັນດາສະຖາບັນ ຄົ້ນຄວ້າ, ມະຫາວິທະຍາໄລ ແລະ ວິສາຫະກິດ ຢ່າງແຮງ. ພ້ອມດຽວກັນນັ້ນ, ກໍສ້າງຖານຂໍ້ມູນ ປະດິດຄິດສ້າງ ອາຊີ-ເຊິ່ງແມ່ນແຟລດຟອມ ໜູນຊ່ວຍ ວິສາຫະກິດ ຂະໜາດກາງ-ນ້ອຍ, ວິສາຫະກິດ startup ປະດິດ ຄິດສ້າງ ແບບທາງໄກ ຢ່າງແທດຈິງ ແລະ ມີປະສິດທິຜົນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL