ຍອດມູນຄ່າສິນຄ້າຂາເຂົ້າ-ຂາອອກ ຜ່ານທາງລົດໄຟຈີນ-ລາວ ບັນລຸຫລາຍກວ່າ 10 ຕື້ຢວນໃນປີນີ້

27/06/2025 14:05
Email Print 113
KPL ໃນ 5 ເດືອນຕົ້ນປີນີ້, ປະລິມານ​ ການຂົນສົ່ງ ສິນຄ້າ ຂາ​ເຂົ້າ-​ຂາ​ອອກ ຜ່ານທາງລົດໄຟຈີນ-ລາວ ມີທັງໝົດ 2.482 ລ້ານໂຕນ ມີມູນຄ່າສິນຄ້າເກີນ 10 ຕື້ຢວນ, ເພີ່ມຂຶ້ນ 7,9% ແລະ 33,2% ຕາມ​ລຳ​ດັບ ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 26 ມິຖຸນານີ້, ດ່ານ​ພາ​ສີ ນະຄອນຄຸນ​ມິງ ແຂວງ​ຢຸນ​ນານ​ຂອງ​ ສປ ຈີນ ໃຫ້​ຮູ້ວ່າ: ໃນ 5 ເດືອນຕົ້ນປີນີ້, ປະລິມານ​ ການຂົນສົ່ງ ສິນຄ້າ ຂາ​ເຂົ້າ-​ຂາ​ອອກ ຜ່ານທາງລົດໄຟຈີນ-ລາວ ມີທັງໝົດ 2.482 ລ້ານໂຕນ ມີມູນຄ່າສິນຄ້າເກີນ 10 ຕື້ຢວນ, ເພີ່ມຂຶ້ນ 7,9% ແລະ 33,2% ຕາມ​ລຳ​ດັບ ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ. ໃນ​ນີ້ ສະເພາະ ເດືອນພຶດສະພາ ຜ່ານ​ມາ, ປະລິມານ ການຂົນສົ່ງ ສິນຄ້າ ຂາ​ເຂົ້າ-​ຂາ​ອອກ ຜ່ານທາງລົດໄຟຈີນ-ລາວ ມີເຖິງ 512.000 ໂຕນ, ມູນຄ່າສິນຄ້າ 3,76 ຕື້ຢວນ, ເຊິ່ງເປັນສະ​ຖິ​ຕິ ສູງສຸດ​ໃໝ່ ພາຍໃນເດືອນດຽວ ນັບຕັ້ງແຕ່ ເປີດ​ນຳໃຊ້ ​ທາງລົດໄຟສາຍນີ້ ​ເປັນ​ຕົ້ນ​ມາ. ນັບຕັ້ງແຕ່ ເປີດນຳໃຊ້ ​ທາງ​ລົດ​ໄຟ​ສາຍນີ້ ໃນເດືອນ ທັນວາປິ 2021 ເປັນ​ຕົ້ນ​ມາ, ການຂົນສົ່ງສິນຄ້າ ຜ່ານທາງລົດໄຟຈີນ-ລາວ​ ມີ​​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ​ຢ່າງແຂງແຮງ. ມາ​ຮອດ ວັນທີ 22 ພຶດສະພາ​ປີ 2025 ນີ້, ຍອດປະລິມານ ​ການຂົນສົ່ງສິນຄ້າ ຜ່ານລົດໄຟສາຍນີ້ ບັນ​ລຸຫລາຍກວ່າ 60 ລ້ານໂຕນ, ໃນນັ້ນ ປະລິມານ ​ການຂົນ​ສົ່ງ ສິນຄ້າ ຂ້າມ​ຊາດ ຫລາຍກວ່າ 13,9 ລ້ານໂຕນ. ປະເພດ ສິນຄ້າ ຂ້າມຊາຍແດນ ໄດ້​ເພີ່ມ​ຂຶ້ນຈາກ 10 ກວ່າປະເພດ ໃນໄລຍະ ເລີ່ມຕົ້ນ ເປີດໃຊ້ງານ ມາ​ເປັນ 3.000 ກວ່າປະເພດ ໃນປັດຈຸບັນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ


Top