ວິສາຫະກິດ ຫວຽດນາມ 80% ຮັບມືກັບຜົນກະທົບຈາກນະໂຍບາຍ ພາສີອາກອນຈາກ ສ. ອາເມລິກາ

27/06/2025 14:06
KPL ຕາມໝາກຜົນ ການສຳຫລວດ ຂອງທະນາຄານ UOB ສຳລັບ ວິສາຫະກິດ 800 ແຫ່ງ ພາຍຫລັງ ສ.ອາເມ ລິກາ ປະກາດ ນະໂຍບາຍ ຈັດວາງ ອັດຕາພາສີ ສົມທົບ 46% ສຳລັບ ສສ ຫວຽດນາມ ໃນວັນທີ 2 ເມສາ 2025 ມີ 80% ວິສາຫະກິດ ຫວຽດນາມ ໄດ້ເປັນເຈົ້າການ ຜັນຂະຫຍາຍ ບັນດາມາດຕະການ ເພື່ອແນໃສ່ ຮັບມືກັບ ບັນດາຜົນກະທົບ ທີ່ອາດ ຈະເກີດຂຶ້ນ

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ, ຕາມໝາກຜົນ ການສຳຫລວດ ຂອງທະນາຄານ UOB ສຳລັບ ວິສາຫະກິດ 800 ແຫ່ງ ພາຍຫລັງ ສ.ອາເມລິກາ ປະກາດ ນະໂຍບາຍ ຈັດວາງ ອັດຕາພາສີ ສົມທົບ 46% ສຳລັບ ສສ ຫວຽດນາມ ໃນວັນທີ 2 ເມສາ 2025 ມີ 80% ວິສາຫະກິດ ຫວຽດນາມ ໄດ້ເປັນເຈົ້າການ ຜັນຂະຫຍາຍ ບັນດາມາດຕະການ ເພື່ອແນໃສ່ ຮັບມືກັບ ບັນດາຜົນກະທົບ ທີ່ອາດ ຈະເກີດຂຶ້ນ; 60% ວິສາຫະກິດ ຫວຽດນາມ ຍັງຄົງມີ ແນວຄິດ ຕັ້ງໜ້າ ຕໍ່ແງ່ຫວັງ ໃນປີໜ້າ, ໃນນັ້ນ 46% ວິສາຫະກິດ ໃຫ້ຮູ້ວ່າ ຈະຍູ້ໄວ ແຜນການເປີດກວ້າງ ຕະຫລາດ ຕ່າງປະເທດ ເຖິງວ່າ ສະພາບ ແວດລ້ອມ ດຳເນີນ ທຸລະກິດ ຍັງມີການປັ່ນປ່ວນ ຫລາຍຢ່າງ. ຕາມ UOB, ບັນດາ ວິສາຫະກິດ ຫວຽດນາມ ພວມປະຕິບັດ ຫລາຍມາດຕະການເຊັ່ນ ຫັນບັນດາ ບໍລິສັດ ສະໜອງເປັນ ຫລາຍຮູບ ຫລາຍແບບ, ເພີ່ມທະວີ ການຜະລິດ ຢູ່ພາຍໃນ ແລະ ຫລຸດຜ່ອນ ການເອື່ອຍອີງ ຕະຫລາດ ອາເມລິກາ. ເກືອບ 70% ວິສາຫະກິດ ມີຄວາມຫວັງວ່າ ການຄ້າ ພາຍໃນກຸ່ມ ອາຊຽນ ຈະເພີ່ມລະດັບ ຄວາມໄວ ການເຕີບໂຕ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top