ຫາລື ແບບວົງແຄບ ສົ່ງເສີມການ ທ່ອງທ່ຽວໃນພາກພື້ນ ໃຫ້ມີຄວາມຢືນຍົງ

26/06/2025 12:54
KPL ຂປລ. ກອງປະຊຸມປຶກສາຫາລື ແບບວົງແຄບ ກັບຄະນະບໍລິຫານງານ ຂອງການປະສານງານອະ ນຸພາກພື້ນແມ່ນ້ຳຂອງ ຈັດຂຶ້ນໃນວັນທີ 25 ມິຖຸນາ 2025 ໃນໂອກາດງານມະຫະກຳການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ຫລື GMS ໃນລະຫວ່າງວັນທີ 24-27 ມິຖຸນາ 2025 ທີ່ ສປປ ລາວ



ຂປລ. ກອງປະຊຸມປຶກສາຫາລື ແບບວົງແຄບ ກັບຄະນະບໍລິຫານງານ ຂອງການປະສານງານອະ ນຸພາກພື້ນແມ່ນ້ຳຂອງ ຈັດຂຶ້ນໃນວັນທີ
25 ມິຖຸນາ 2025 ໃນໂອກາດງານມະຫະກຳການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ຫລື GMS ໃນລະຫວ່າງວັນທີ 24-27 ມິຖຸນາ 2025 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນຢູ່ ແຂວງຫລວງພະບາງ ໂດຍການເປັນປະທານຂອງ ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍມີຜູ້ຕາງໜ້າ ຈາກບັນດາປະເທດສະມາຊິກ GSM (ລາວ, ຫວຽດນາມ, ໄທ, ມຽນມາ, ກຳປູເຈຍ, ຈີນ) ພ້ອມດ້ວຍ ໜ່ວຍງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.



ທ່ານ ນາງ ພອນມະລີ ອິນທະພົມ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້
, ຜູ້ຕາງໜ້າຈາກບັນດາປະ ເທດ GMS ໄດ້ສຸມໃສ່ປຶກສາຫາລື ການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ລວມເຖິງທິດທາງແຜນ ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການກະກຽມແນະນໍາແຜນຍຸດທະສາດ ການທ່ອງທ່ຽວຂອງອະນຸພາກພື້ນແມ່ນໍ້າຂອງ ແລະ ປຶກສາຫາລືກ່ຽວກັບການກະກຽມ ເພື່ອສະໜັບສະໜູນພາກທຸລະກິດ ໃນການຈັດກອງປະຊຸມປຶກສາຫາລືຮ່ວມກັນ ເປັນຕົ້ນ ສະມາຄົມທຸລະກິດການທ່ອງທ່ຽວ ຂອງບັນດາປະ ເທດ GMS ຫລື ປະເທດອະນຸພາກພື້ນແມ່ນໍ້າຂອງ ແນໃສ່ຮ່ວມກັນແກ້ໄຂຂໍ້ຄົງຄ້າງຕ່າງໆ ລວມເຖິງທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອຂະຫຍາຍລາຍການທ່ອງທ່ຽວຮ່ວມກັນ ໃຫ້ນັກທ່ອງທ່ຽວສາມາດທ່ຽວໄດ້ຫລາຍແຫ່ງ, ຫລາຍປະເທດ ເພື່ອໃຫ້ນັກທ່ອງທ່ຽວ ມີທາງເລືອກຫລາຍຂຶ້ນ.




ມະຫະກຳການທ່ອງທ່ຽວອະນຸພາກພື້ນແມ່ນ້ຳຂອງ  ແລະ ກອງປະຊຸມປິ່ນອ້ອມ ໄດ້ຖືກຈັດຂຶ້ນທຸກໆປີ ໂດຍປະເທດປະເທດສະມາຊິກ ອະນຸພາກພື້ນແມ່ນ້ຳຂອງ ຈະຜັດປ່ຽນກັນເປັນເຈົ້າພາບ. ສຳ ລັບປີ
2025 ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ເຊິ່ງບັນດາກອງປະຊຸມ ແລະ ງານວາງສະແດງການທ່ອງ​ທ່ຽວ​ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ໃນ​ການ​ວາງ​ແຜນ ​ແລະ ພັດທະນາ​ການທ່ອງ ທ່ຽວ, ​ເນັ້ນ​ໜັກ​ເຖິງ​ຄວາມ​ຮັບຜິດຊອບ​ລວມ ຂອງ​ບັນດາ​ພາກສ່ວນ​ທີ່​ກ່ຽວຂ້ອງ​ ໃນ​ການ​ປະຕິບັດ​ຍຸດ​ທະ​ສາດ​ການທ່ອງທ່ຽວ GMS 2030 ​ໃຫ້​ເປັນ​ແຜນງານທີ່ເຕີບໃຫຍ່​ແບບ​ຍືນ​ຍົງ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ


Top