KPL
ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ ໃນລະຫວ່າງວັນທີ 3-4 ມິຖຸນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ຄູຈາກວິທະຍາໄລຄູທົ່ວປະເທດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ທີ່ບໍ່ຂຶ້ນກັບລັດຖະບານ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ດາລາວອນ ກິດຕິພັນ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ມີຄວາມສໍາຄັນໃນການຊຸກຍູ້ຄວາມພະຍາຍາມຂອງພວກເຮົາ ເພື່ອປັບປຸງຄຸນນະພາບ ການຮຽນ-ການສອນ. ຄູແມ່ນຫົວໃຈຂອງການສຶກສາ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ການສອນເປັນບຸລິມະສິດອັນດັບຕົ້ນ ຂອງກະຊວງສຶກສາທິການ ແລະ ກິລາ, ຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງໄດ້ຖືກພັດທະນາຂຶ້ນ ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ເຊິ່ງເປັນສ່ວນໜຶ່ງ ຂອງຄວາມພະຍາຍາມຂອງ ສສກ ເພື່ອເສີມຂະຫຍາຍການສ້າງລະບົບ ການພັດທະນາວິຊາຊີບຄູ ແບບຕໍ່ເນື່ອງໃນທົ່ວປະເທດ ສຳລັບຄູສອນໃນຂັ້ນໂຮງຮຽນປະຖົມສຶກສາ. ຄຳແນະນຳໄດ້ໃຫ້ຂໍ້ມູນ ເພື່ອຂັບເຄື່ອນລະບົບ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ໃນນີ້ລວມມມີ ພາລະບົດບາດ ແລະ ຄວາມຮັບ ຜິດຊອບ ຂອງແຕ່ລະພາກສ່ວນທີ່ເປັນຜູ້ມີສ່ວນຮ່ວມທີ່ສຳຄັນ.
ໃນຫລາຍປີຜ່ານມາ, ສສກ ແລະ ກົມສ້າງຄູ ໄດ້ມີຄວາມກ້າວໜ້າທີ່ໂດດເດັ່ນໃນການສ້າງ ແລະ ປະຕິບັດລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ເຊິ່ງກອງປະຊຸມຄັ້ງນີ້, ຈະໄດ້ຮັບຟັງຄຳຄິດເຫັນ ເພື່ອປັບປຸງຄຳແນະນຳໃຫ້ເໝາະສົມກັບຈຸດປະສົງ, ເພື່ອໃຫ້ການສະໜັບສະໜູນ ແກ່ຜູ້ທີ່ມີສ່ວນຮ່ວມ ໃນລະບົບການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃຫ້ຈັດຕັ້ງປະຕິບັດຢ່າງມີປະສິດທິ ພາບ ແລະ ມີຄວາມຮັບຜິດຊອບ ຕາມພາລະບົດບາດຂອງຕົນຢ່າງເປັນລະບົບ. ໃນໄລຍະຜ່ານມາ ກະ ຊວງສຶກສາທິການ ແລະ ກິລາ ໄດ້ມີນິຕິກຳທີ່ກ່ຽວຂ້ອງກັບການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງຫລາຍສະບັບ ເຊິ່ງກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມ ຈະເຮັດວຽກຮ່ວມກັນເພື່ອທົບທວນ ຄຳແນະ ນຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ທີ່ພັດທະນາຂຶ້ນ. ທັງນີ້, ກໍເພື່ອໃຫ້ມີຄວາມເປັນເອກະພາບ ໃນການປັບປຸງຄຳແນະນຳ ໃຫ້ສົມບູນຂຶ້ນ ເພື່ອສົ່ງເສີມຄຸນນະພາບການສອນ ແລະ ການຝຶກອົບຮົມຄູ.

ກົມສ້າງຄູ ຈະເຮັດວຽກຢ່າງໃກ້ຊິດຮ່ວມກັບແຜນງານບີຄວາ ເພື່ອທົດລອງລະບົບໃໝ່ການພັດ ທະນາວິຊາຊີບຄູແບບຕົວເນື່ອງຢູ່ໃນ 30 ເມືອງເປົ້າໝາຍ ໂດຍມີຈຸດປະສົງເພື່ອສະໜອງການຊ່ວຍ ເຫລືອຄູທີ່ເຂັ້ມແຂງ ແລະ ຍືນຍົງໃນຂັ້ນໂຮງຮຽນ, ພ້ອມທັງຈະມີການຕິດຕາມຜົນໄດ້ຮັບ, ສຶກສາຄົ້ນ ຄວ້າຜົນໄດ້ຮັບ, ຈາກນັ້ນກໍຈະຂະຫຍາຍລະບົບ ໄປຫາເຂດອື່ນໆໃນທົ່ວປະເທດ ແລະ ກຽມຄວາມພ້ອມເພື່ອການຈັດຕັ້ງປະຕິບັດ ວຽກດັ່ງກ່າວໃຫ້ປາກົດຜົນເປັນຈິງ.
ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ຄຸນນະພາບການສອນ ແມ່ນໝາກຫົວໃຈຂອງລະບົບ ການສຶກສາທີ່ເຂັ້ມແຂງ, ພວກເຮົາພູມໃຈທີ່ໄດ້ໃຫ້ການສະໜັບສະໜູນ ການສ້າງຄວາມເຂັ້ມແຂງໃຫ້ແກ່ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອເປີດໂອກາດໃຫ້ຄູໄດ້ຮຽນຮູ້ ຜ່ານຄຳແນະນຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ຄຳແນະ ນຳເຫລົ່ານີ້ ແມ່ນເປັນຄາດໝາຍສຳລັບການພັດທະນາຄູ. ຂະແໜງການສຶກສາແມ່ນກຳລັງຜະເຊີນກັບ ຄວາມທ້າທາຍທີ່ສຳຄັນຄື ການຂາດແຄນຄູສອນ ເຮັດໃຫ້ການພັດທະນາວິຊາຊີບຄູ ແບບຕໍ່ເນື່ອງມີຄວາມສຳຄັນກວ່າເກົ່າ. ດ້ວຍການສ້າງຄວາມເຂັ້ມແຂງ ໃຫ້ແກ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ເຊິ່ງຮັບປະກັນວ່າ ຄູໃນປັດຈຸບັນ ໄດ້ຮັບການຊ່ວຍເຫລືອທີ່ເຂົາເຈົ້າຕ້ອງການ ເພື່ອມີປະສິດທິພາບໃນການສອນໃນຫ້ອງຮຽນ.
ຄຳແນະນຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສະບັບປັບປຸງ, ແມ່ນໝາກຜົນການຮ່ວມມືຂອງບັນດາພາກສ່ວນທີ່ມີສ່ວນກ່ຽວຂ້ອງ, ຈະເປັນເອກະສານສະບັບສົມບູນ ເພື່ອຂໍອະນຸມັດ ແລະ ນຳໃຊ້ໃນຂອບເຂດທົ່ວປະເທດພາຍໃນ ເດືອນທັນວາ 2025, ເປັນເອກະສານທີ່ຈະໃຫ້ຂໍ້ມູນແກ່ບັນດາພາກສ່ວນທີ່ມີຄວາມກ່ຽວຂ້ອງ ໃນລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໄດ້ມີຂໍ້ມູນທີ່ສຳຄັນ ແລະ ມີຄຳແນະນຳ ທີ່ເຂົາເຈົ້າຕ້ອງການເພື່ອການຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດ.
KPL