ຫ້າມບໍ່ໃຫ້ພົນລະເມືອງຈາກ 12 ປະເທດເດີນທາງເຂົ້າໄປ ສ.ອາເມລິກາ

05/06/2025 16:46
Email Print 372
KPL ທ່ານ ​ໂດ​ນັນ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິກາ ​ໄດ້​ຫ້າມ​ບໍ່​ໃຫ້ ​ພົນ​ລະ​ເມືອງ​​ຈາກ 12 ປະ​ເທດ ລວມມີ: ອາ​ຟ​ະກາ​ນິ​ສະ​ຖານ, ມຽນ​ມາ,ຊາດ,ກົງໂກ,ກິເນ,ອີຣິເຕຣຍ,ໄຮຕິ,ລີບີ,ໂຊມາລີ,ຊູດັງ,ເຢເມນ ແລະ ອີ​ຣານ ​ເຂົ້າ​ໄປ ສ.​ອາ​ເມ​ລິກາ ​ໃນ​ສະຖາ​ນະ​ ຊາວ​ອົບ​ພະ​ຍົບ ຫລື ບໍ່​ແມ່ນ ​ຊາວ​ອົບ​ພະ​ຍົບ ກໍ່ຕາມ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນ​ທີ 4 ມິ​ຖຸ​ນາ​ນີ້, ຖະ​ແຫລງ​ການ ສະ​ບັບ​ໜຶ່ງ ​ຂອງ​ທຳ​ນຽບ​ຂາວ​ ສ.ອາ​ເມ​ລິກາ ​ລະ​ບຸ​ວ່າ: ທ່ານ ​ໂດ​ນັນ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິກາ ​ໄດ້​ຫ້າມ​ບໍ່​ໃຫ້ ​ພົນ​ລະ​ເມືອງ​​ຈາກ 12 ປະ​ເທດ ລວມມີ: ອາ​ຟ​ະກາ​ນິ​ສະ​ຖານ, ມຽນ​ມາ,ຊາດ,ກົງໂກ,ກິເນ,ອີຣິເຕຣຍ,ໄຮຕິ,ລີບີ,ໂຊມາລີ,ຊູດັງ,ເຢເມນ ແລະ ອີ​ຣານ ​ເຂົ້າ​ໄປ ສ.​ອາ​ເມ​ລິກາ ​ໃນ​ສະຖາ​ນະ​ ຊາວ​ອົບ​ພະ​ຍົບ ຫລື ບໍ່​ແມ່ນ ​ຊາວ​ອົບ​ພະ​ຍົບ ກໍ່ຕາມ. ນອກ​ນີ້, ທ່ານ ​ໂດ​ນັນ ທ​ຣຳ ຍັງ​ໄດ້​ປະ​ກາດ ​ມາດ​ຕະ​ການ​ ຈຳ​ກັດ ​ຕໍ່​ພົນ​ລະ​ເມືອງ ຈາກ 7 ປະ​ເທດ ລວມ​ທັງ ບູຣູນດີ, ສ​ປ​ປ ລາວ, ກູ​ບາ,ເວ​ເນ​ຊູ​ເອ​ລາ,ເຊຍຣາເລອອນ,ໂຕໂກ ແລະ ເຕັກເມນິສະຖານ ​ເຂົ້າ​ໄປ ສ.​ອາ​ເມ​ລິ​ກາ. ມາດ​ຕະ​ການ ​ດັ່ງ​ກ່າວ ​ແມ່ນ​ເພື່ອ​ປົກ​ປ້ອງ ຄວາມ​ໝັ້ນ​ຄົງ​ ແຫ່ງ​ຊາດ ຂອງ​ ສ.ອາ​ເມ​ລິ​ກາ. ອີງ​ຕາມ ​ຖະ​ແຫລງ​ການ, ມາດ​ຕະ​ການ​ດັ່ງ​ກ່າວ ​ຈະ​ມີ​ການ​ກຳ​ນົດ ​ຍົກ​ເວັ້ນ ພິ​ເສດ ​ຕໍ່​ບຸກ​ຄົນ​ ທີ່​ມີ​ວີ​ຊາ​ ໃນ​ປັດ​ຈຸ​ບັນ, ວີ​ຊາ​ບາງ​ປະ​ເພດ ແລະ ບຸກ​ຄົນ​ ທີ່​ສອດ​ຄ່ອງ​ກັບ ​ຜົນ​ປະ​ໂຫຍດ​ ແຫ່ງ​ຊາດ​ ຂອງ​ ສ.ອາ​ເມ​ລິກາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top