KPL
ໂດຍ ທ່ານ ເຫຍົາເຫວິນ ເອກອັກຄະລັດຖະທູດ ສປຈີນ ປະຈຳ ນະຄອນ ຫລວງດາກາ ກ່າວ ຢູ່ໂຮງໝໍ 3 ແຫ່ງ ທີ່ກຳນົດ ໃຫ້ເປັນໂຮງໝໍ ສະເພາະ ຄົນເຈັບ ຊາວບັງກລາເທດ ແລະ ພະຍາຍາມ ປັບປຸງ ກົນໄກ ການບໍລິການ ທາງການແພດ
ຂປລ. ສຳນັກຂ່າວ ເອເອຟພ ລາຍງານ ຈາກ ນະຄອນຫລວງ ດາກາ ປະເທດ ບັງກລາເທດ ເມື່ອນທີ 20 ກຸມພາ, ສປຈີນ ຈະສ້າງໂຮງໝໍ ເພື່ອຮັບຮອງ ຄົນເຈັບ ຊາວບັງກລາເທດ. ໂດຍ ທ່ານ ເຫຍົາເຫວິນ ເອກອັກຄະລັດຖະທູດ ສປຈີນ ປະຈຳ ນະຄອນ ຫລວງດາກາ ກ່າວ ຢູ່ໂຮງໝໍ 3 ແຫ່ງ ທີ່ກຳນົດ ໃຫ້ເປັນໂຮງໝໍ ສະເພາະ ຄົນເຈັບ ຊາວບັງກລາເທດ ແລະ ພະຍາຍາມ ປັບປຸງ ກົນໄກ ການບໍລິການ ທາງການແພດ ລວມເຖິງ ການປັບປຸງ ຂັ້ນຕອນ ການຂໍວິຊ່າ.ໂດຍຊາວບັງກລາເທດ ຫລາຍກວ່າ 2 ລ້ານຄົນເດີນທາງໄປ ອິນເດຍ ໃນທຸກປີ ເພື່ອການປິ່ນປົວ ສຸຂະພາບ, ນີ້ຖືເປັນພຽງສ່ວນໜຶ່ງ ຂອງ ຄວາມຮ່ວມມື ທີ່ເພີ່ມຂຶ້ນ ລະຫວ່າງ ສປຈີນ ກັບ ລັດຖະບານ ຮັກສາການ ບັງກລາເທດ ໂດຍ ສປຈີນ ເປັນຜູ້ລົງທຶນ ລາຍໃຫຍ່ທີ່ສູຸດ ຂອງ ບັງກລາເທດ ໃນປັດຈຸບັນ. /
KPL