ຜົນການຮ່ວມມືທີ່ອຸດົມສົມບູນໄດ້ສ່ອງແສງເຖິງຄວາມມີຊີວິດຊີວາແຫ່ງການພັດທະນາໃນພາກພື້ນແມ່ນ້ຳຂອງ

14/11/2024 12:45
Email Print 10445
KPL ແຕ່ວັນທີ 6-7 ພະຈິກນີ້ 2024 , ກອງປະຊຸມຜູ້ນຳຄັ້ງທີ 8 ຂອງກົນໄກການຮ່ວມມືເສດຖະກິດອະນຸພາກພື້ນແມ່ນ້ຳຂອງ

*ແຕ່ວັນທີ 6-7 ພະຈິກນີ້ 2024 , ກອງປະຊຸມຜູ້ນຳຄັ້ງທີ 8 ຂອງກົນໄກການຮ່ວມມືເສດຖະກິດອະນຸພາກພື້ນແມ່ນ້ຳຂອງ ຫລື GMS ໄດ້ ຈັດຂຶ້ນຢູ່ນະຄອນຄຸນໝິງແຂວງຢຸນນານຈີນ. ທ່ານ ຫລີສຽງ ນາຍົກ ລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄຳປາໄສວ່າ: ນັບແຕ່ກົນໄກ GMS ສ້າງຕັ້ງຂຶ້ນຕະຫລອດໄລຍະ 30 ກວ່າປີມານີ້, ກໍນັບມື້ນັບກາຍເປັນເວທີສຳຄັນທີ່ຈີນ ແລະ ປະເທດລຸ່ມແມ່ນ້ຳຂອງປຶກສາຫາລືການຮ່ວມມື ແລະ ຊຸກຍູ້ການພັດທະນາພ້ອມກັນ, ຜົນງານການຮ່ວມມືທີ່ອຸດົມສົມບູນໄດ້ສ່ອງແສງເຖິງຄວາມມີຊີວິດຊີວາແຫ່ງການພັດທະນາ ແລະ ຄວາມແຂງແກ່ນໝັ້ນໜຽວຂອງກົນໄກ GMS.

ນັບແຕ່ເລີ່ມຕົ້ນການຮ່ວມມື GMS ເມື່ອປີ 1992 ເປັນຕົ້ນມາ, ຈີນ ແລະ ປະເທດລຸ່ມແມ່ນ້ຳຂອງໄດ້ສຸມໃສ່ການປັບປຸງພື້ນຖານໂຄງລ່າງຂອງພາກພື້ນໃຫ້ດີຂຶ້ນ, ຊຸກຍູ້ການຮ່ວມມືຕົວຈິງໃນຂົງເຂດຕ່າງໆ, ເຊັ່ນ: ການຄ້າ-ການລົງທຶນ, ການສ້າງຄວາມສະດວກໃຫ້ແກ່ການຂົນສົ່ງຂ້າມຊາດ ແລະ ອື່ນໆມາໂດຍຕະຫລອດ. ໃນ 6 ເດືອນຕົ້ນປີ 2024, ມູນຄ່າການຄ້າລະ ຫວ່າງຈີນກັບປະເທດລຸ່ມແມ່ນ້ຳຂອງໄດ້ລື ່ນກາຍ 200 ຕື້ໂດລາ, ເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ໃນດ້ານການປັບປຸງພື້ນຖານໂຄງລ່າງຂອງພາກພື້ນ, ໃນ 10 ປີຜ່ານມາ, ເຄືອຂ່າຍທາງຫລວງ ຂອງອະນຸພາກພື້ນແມ່ນ້ຳຂອງໄດ້ ເພີ່ມຂຶ້ນປະມາມ 2 ແສນກິໂລແມັດ, ປະລິມານການຂົນສົ່ງທາງບົກໄດ້ ເພີ່ມຂຶ້ນເກືອບເທົ່າຕົວ ເຊິ່ງເປັນການຄ້ຳຊູທີ່ແຂງແຮງໃຫ້ແກ່ການພັດທະນາເສດຖະກິດຂອງພາກພື້ນ. ນັບແຕ່ເສັ້ນທາງລົດໄຟຈີນ-ລາວ ເປີດບໍລິການເມື່ອທ້າຍປີ 2021 ເປັນຕົ້ນມາ, ປະລິມານການຂົນສົ່ງ ຜູ້ໂດຍສານເຮັດໄດ້ຫລາຍກວ່າ 41,7 ລ້ານເທື່ອຄົນ, ປະລິມານຂົນສົ່ງສິນຄ້າຮູບປະທຳມີເຖິງ 46,7 ລ້ານໂຕນ, ໃນນັ້ນໄດ້ຂົນສົ່ງສິນຄ້າຂ້າມຊາດເປັນຈຳນວນ 10,7 ລ້ານໂຕນ ເຊິ່ງໄດ້ເພີ່ມພະລັງຂັບເຄື່ອນອັນ ໃໝ່ໃຫ້ແກ່ຄວາມຈະເລີນຮຸ່ງເຮືອງດ້ານການຄ້າ ແລະ ການພັດທະນາເສດຖະກິດຂອງອະນຸພາກພື້ນແມ່ ນ້ຳຂອງ.

ສັນຍາການສ້າງຄວາມສະດວກ ໃຫ້ແກ່ການຂົນສົ່ງສິນຄ້າ ແລະ ຂົນສົ່ງໂດຍສານຂ້າມຊາດຢູ່ອະນຸພາກພື້ນແມ່ນ້ຳຂອງ ຫລື CBTA ທີ່ເລີ່ມທົດລອງປະຕິບັດໃນເດືອນມິຖຸນາປີ 2024 ນີ້ ໄດ້ປະຢັດເວ ລາ ແລະ ຕົ້ນທຶນການຂົນສົ່ງຜະລິດຕະພັນຂອງປະເທດຕ່າງໆເຂົ້າຈຳໜ່າຍຢູ່ຈີນ. ພາຍໃນຂອບສັນຍາ CBTA, ຂະບວນລົດຈໍລະຈອນ ສິນຄ້າບໍ່ຕ້ອງປ່ຽນລົດ ບໍ່ຕ້ອງເປີດຫີບ, ກໍສາມາດບັນລຸການຂົນສົ່ງ ຂ້າມຊາດຢູ່ພາຍໃນອະນຸພາກພື້ນ ໄດ້, ຂະບວນລົດຂົນສົ່ງສາມາດບັນທຸກຜັກ, ວັດສະດຸກໍ່ສ້າງ ແລະ ຜະ ລິດຕະພັນອື່ນໆຂອງຈີນໄປຈຳໜ່າຍຢູ່ລາວ ແລະ ໄທ, ຈາກນັ້ນກໍສາມາດບັນທຸກຜະລິດຕະພັນກະສິກຳຕ່າງໆເຊັ່ນ: ໝາກໄມ້, ກາເຟ ແລະອື່ນໆຂອງລາວກຳປູເຈຍ ແລະ ປະເທດອື່ນໆກັບຄືນສູ່ປະເທດຈີນ.

ການພັດທະນາວິທະຍາສາດເຕັກໂນໂລຊີຂອງຈີນໃນຂົງເຂດຕ່າງໆ ກໍໄດ້ນຳເອົາຜົນປະໂຫຍດຕົວ ຈິງໃຫ້ແກ່ບັນດາປະເທດອ້ອມຂ້າງ. ໃນຊຸມປີມໍ່ໆມານີ້, ວິສາຫະກິດລົດຍົນຕ່າງໆຂອງຈີນ, ເຊັ່ນ: BYD , GWM, GEELY ແລະອື່ນໆໄດ້ ພາກັນໄປລົງທຶນສ້າງຖານການຜະລິດຢູ່ໄທ ແລະ ປະເທດອື່ນໆ ເຊິ່ງບໍ່ພຽງແຕ່ໄດ້ຫລຸດຕົ້ນທຶນການ ຜະລິດໃຫ້ຕ່ຳລົງ, ແຕ່ຍັງໄດ້ຍົກສູງຄວາມສາມາດການແຂ່ງຂັນຂອງຜະລິດ ຕະພັນອີກດ້ວຍ. ສຳລັບທຸລະກິດຢູ່ຕ່າງປະເທດຂອງບໍລິສັດຜະລິດໝໍ້ໄຟທີ່ຊື່ດັງຂອງຈີນເຊັ່ນ: CATL, SVOLT ແລະອື່ນໆ ກໍໄດ້ເລັ່ງລັດຈັດຕັ້ງການຜະລິດຢູ່ໄທ ກຳປູເຈຍ ແລະ ປະເທດອື່ນໆ. ໃນດ້ານການຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນ, ຫວຽດນາມໄດ້ເຜີຍແຜ່ ແຜນພັດທະນາພະລັງງານໄຟຟ້າສະບັບທີ 8” ໂດຍມີແຜນຈະເພີ່ມທະວີການຮ່ວມມືກັບບໍລິສັດຜະລິດໄຟຟ້າພະລັງງານແສງຕາເວັນຂອງຈີນ ແລະ ມີເປົ້າໝາຍວ່າເມື່ອຮອດປີ 2030 ຈະພັດທະນາໂຮງງານຜະລິດໄຟຟ້າພະລັງງານແສງຕາເວັນ ແລະ ພະລັງງານແບບເກັບສະສົມໃຫ້ມີຈຳນວນເພີ່ມຂຶ້ນຢ່າງຫລວງຫລາຍ. ວິສາຫະກິດພະລັງງານໃໝ່ຂອງຈີນກໍຕັ້ງໜ້າ ຮ່ວມມືກັບວິສາຫະກິດຂອງປະເທດ ລຸ່ມແມ່ນ້ຳຂອງ, ໄປລົງທຶນສ້າງໂຮງງານຢູ່ປະເທດທີ່ກ່ຽວຂ້ອງ, ສ້າງຜະລິດຕະພັນໃໝ່, ປະກອບສ່ວນເຂົ້າ ໃນການຫັນປ່ຽນຮູບແບບການພັດທະນາຕາມທິດສີຂຽວຢູ່ປະເທດລຸ່ມແມ່ນ້ຳຂອງ.

ທຸກວັນນີ້, ເມື່ອຍ່າງເລາະຫລິ້ນ ຕາມຖະໜົນຕ່າງໆໃນນະຄອນຄຸນໝິງເທດສະບານແຂວງຢຸນນານ ຈີນ, ຈະໄດ້ກິ່ນຫອມໝາກນາວຈາກຮ້ານອາຫານໄທ ຫລື ກິ່ນຫອມກາ ເຟຈາກລາວ; ຢູ່ໃນຕະຫລາດຂອງ ລາວ-ໄທ ແລະ ປະເທດອື່ນໆ, ກໍສາມາດພົບເຫັນສິນຄ້າຄຸນນະພາບດີ ແລະ ລາຄາຖືກຂອງຈີນຢູ່ເລື້ອຍໆ. ນັບແຕ່ການສ້າງຕັ້ງກົນໄກການຮ່ວມມື GMS ເປັນຕົ້ນມາ, ການຮ່ວມມືພາກພື້ນໄດ້ຮັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ. ໃນກອງປະຊຸມຜູ້ນຳຄັ້ງທີ 8 ຂອງກົນໄກ GMS, ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມໄດ້ໃຫ້ ຄຳເຫັນຢ່າງເປັນເອກະພາບກັນວ່າ, ຍິນດີສຸມຄວາມພະຍາຍາມຮ່ວມກັນ, ເພີ່ມທະວີການແລກປ່ຽນແລະ ເຊື່ອມຕໍ່ຍຸດທະສາດການພັດທະນາຂອງປະເທດໃນພາກພື້ນ, ຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນ ແລະ ການພັດທະນາແບບກວມລວມ ແລະ ຍືນຍົງຂອງບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ, ຊຸກຍູ້ໃຫ້ການສ້າງປະຊາຄົມຮ່ວມຊາຕາກຳຂອງປະເທດໃນພາກພື້ນລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

KPL

ຂ່າວອື່ນໆ

    • ສາຍການບິນຫວຽດເຈັດໄດ້ຮັບ 3 ລາງວັນລະດັບສາກົນເສດຖະກິດ

      ສາຍການບິນຫວຽດເຈັດໄດ້ຮັບ 3 ລາງວັນລະດັບສາກົນ

      2/21/2025 8:34:11 PM

      ສາຍການບິນຫວຽດເຈັດ (Vietjet ) ໄດ້ຮັບລາງວັນລະດັບສາກົນເຖິງ 3 ລາງວັນໄດ້ແກ່: ບໍລິສັດໃນຝັນທີ່ໜ້າເຮັດວຽກນຳ, ການປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມທີ່ດີທີ່ສຸດ ແລະ ນາຍຈ້າງທີ່ດີທີ່ສຸດໃນໂລກ

    • ປີ 2024 ສາຍການບິນຫວຽດເຈັດ ມີຜົນກຳໄລທາງທຸລະກິດທີ່ໜ້າປະທັບໃຈເສດຖະກິດ

      ປີ 2024 ສາຍການບິນຫວຽດເຈັດ ມີຜົນກຳໄລທາງທຸລະກິດທີ່ໜ້າປະທັບໃຈ

      2/7/2025 6:09:45 PM

      ສາຍການບິນຫວຽດເຈັດ (VietJet) ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024 ໂດຍການຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ ຊຶ່ງຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫລັງຈາກການລະບາດຂອງພະຍາດ Covid-19.

    • ເຂດເສດຖະກິດພິເສດ ຢູ່ ນວ ສ້າງວຽກ ເຮັດງານທຳ ໃຫ້ປະຊາຊົນ 9.500 ກວ່າຄົນເສດຖະກິດ

      ເຂດເສດຖະກິດພິເສດ ຢູ່ ນວ ສ້າງວຽກ ເຮັດງານທຳ ໃຫ້ປະຊາຊົນ 9.500 ກວ່າຄົນ

      1/28/2025 8:26:32 AM

      ຂປລ. ນະຄອນຫລວງວຽງຈັນ (ນວ) ມີເຂດເສດຖະກິດພິເສດ ທັງໝົດ 5 ເຂດຄື: ເຂດພັດ ທະນາກວມລວມໄຊເຊດຖາ, ເຂດເສດຖະກິດພິເສດບຶງທາດຫລວງ, ເຂດເສດຖະກິດພິເສດ ລ່ອງແທ່ງ-ວຽງຈັນ, ເຂດເສດຖະກິດພິເສດ ດົງໂພສີ ແລະ ເຂດໂລຈິສຕິກ ນະຄອນຫລວງວຽງຈັນ

    • ປີ 2024 ເສດຖະກິດຂອງແຂວງ ເຊກອງ ຂະຫຍາຍຕົວໃນລະດັບ 6%ເສດຖະກິດ

      ປີ 2024 ເສດຖະກິດຂອງແຂວງ ເຊກອງ ຂະຫຍາຍຕົວໃນລະດັບ 6%

      1/8/2025 3:31:31 PM

      ຂປລ. ໃນປີ 2024 ຜ່ານມາ, ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງເຊກອງ ມີຜົນສຳເລັດອັນພົ້ນເດັ່ນຫລາຍດ້ານ ເຮັດໃຫ້ເສດຖະກິດຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 6% ຂອງ GDP, ສາມາດເກັບລາຍຮັບໄດ້ 632 ກວ່າຕື້ກີບ, ເທົ່າກັບ 211%, ເກີນແຜນ 111%.

    • ເບທາໂກ ເປີດໂຮງງານຫົວອາຫານສັດ ແຫ່ງທຳອິດໃນ ລາວເສດຖະກິດ

      ເບທາໂກ ເປີດໂຮງງານຫົວອາຫານສັດ ແຫ່ງທຳອິດໃນ ລາວ

      11/12/2024 9:08:50 AM

      ຂປລ. ບໍລິສັດ ເບທາໂກ ຈຳກັດ ມະຫາຊົນ ຫລື "BTG" ໄດ້ເປີດໂຮງງານຫົວອາຫານສັດແຫ່ງທຳອິດ ໃນ ສປປ ລາວ ເມື່ອບໍດົນຜ່ານມານີ້, ພາຍໃຕ້ງົບລົງທຶນ 650 ກວ່າລ້ານບາດ ໂດຍນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການຜະລິດຫົວອາຫານສັດ ແລະ ບໍລິຫານຊັບພະຍາກອນ ດ້ວຍກຳລັງການຜະລິດ 108.000 ໂຕນຕໍ່ປີ


Top