ອົງການກາແດງແຫ່ງຊາດລາວເຄື່ອນໄຫວຮັບບໍລິຈາກເລືອດຢູ່ ຮວຜທ

21/10/2026 09:31
Email Print 742
KPL ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ເຄື່ອນໄຫວຮັບບໍລິຈາກເລືອດແບບສະໝັກໃຈຢູ່ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ໃນວັນທີ 20 ຕຸລາ 2026 ໂດຍມີ ສະຫາຍ ພັນໂທ ທອງສຸກ ອຸດົມພອນ ຮອງຫົວໜ້າຫ້ອງພະລາທິການ-ເຕັກນິກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ສະຫາຍ ພັນໂທ ເພັດສະໝອນ ແກ້ວສຸວັນ ຜູ້ປະສານງານວຽກງານບໍລິຈາກເລືອດຂອງກອງທັບ, ທ່ານ ສຸລິນ ສີປະມວນ ຫົວໜ້າພະແນກເກັບຮັກສາ ແລະ ແຈກຈ່າຍເລືອດ, ພ້ອມດ້ວຍພະນັກງານ-ນັກຮົບ, ນ້ອງນັກຮຽນ, ສະມາຊິກຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມ.

ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ເຄື່ອນໄຫວຮັບບໍລິຈາກເລືອດແບບສະໝັກໃຈຢູ່ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ໃນວັນທີ 20 ຕຸລາ 2026 ໂດຍມີ ສະຫາຍ ພັນໂທ ທອງສຸກ ອຸດົມພອນ ຮອງຫົວໜ້າຫ້ອງພະລາທິການ-ເຕັກນິກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ສະຫາຍ ພັນໂທ ເພັດສະໝອນ ແກ້ວສຸວັນ ຜູ້ປະສານງານວຽກງານບໍລິຈາກເລືອດຂອງກອງທັບ, ທ່ານ ສຸລິນ ສີປະມວນ ຫົວໜ້າພະແນກເກັບຮັກສາ ແລະ ແຈກຈ່າຍເລືອດ, ພ້ອມດ້ວຍພະນັກງານ-ນັກຮົບ, ນ້ອງນັກຮຽນ, ສະມາຊິກຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມ.

ທ່ານ ສຸລິນ ສີປະມວນ ໄດ້ໃຫ້ຮູ້ວ່າ: ການບໍລິຈາກເລືອດໃນຄັ້ງນີ້ ແມ່ນການປະກອບສ່ວນຊ່ວຍເຫຼືອສັງຄົມ, ຊ່ວຍກອບກູ້ເອົາຊີວິດຄົນເຈັບ ບໍ່ວ່າຈະເປັນຄົນເຈັບສຸກເສີນ ແລະ ຄົນເຈັບປິ່ນປົວຍາວນານທີ່ກຳລັງຕ້ອງການເລືອດ. ໃນປັດຈຸບັນ ຄວາມຕ້ອງການເລືອດເພື່ອໃຊ້ເຂົ້າໃນການປິ່ນປົວເພີ່ມສູງຂຶ້ນຫຼາຍໃນແຕ່ລະປີ, ແຕ່ເລືອດບໍ່ມີໂຮງງານຜະລິດ, ບໍ່ແມ່ນວັດຖຸທີ່ຊື້-ຂາຍກັນໄດ້ ແລະ ບໍ່ສາມາດນຳໃຊ້ສານອື່ນມາທົດແທນໄດ້. ສະນັ້ນ, ການບໍລິຈາກເລືອດຈຶ່ງເປັນສິ່ງສຳຄັນ ແລະ ຈຳເປັນທີ່ສຸດ.

ການບໍລິຈາກເລືອດໃນຄັ້ງນີ້, ມີຜູ້ສະໝັກໃຈບໍລິຈາກເລືອດທັງໝົດ 22 ສະຫາຍ, ສາມາດບໍລິຈາກເລືອດຕົວຈິງໄດ້ ຊາຍ 16 ສະຫາຍ, ຍິງ 6 ສະຫາຍ ແລະ ໄດ້ເລືອດທັງໝົດ 16 ຖົງ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ


Top