ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ

09/10/2026 22:19
Email Print 2900
KPL ປັດຈຸບັນລັດຖະບານ ໄດ້ກຳນົດເປົ້າໝາຍສູ້ຊົນໃຫ້ມີອັດຕາການຊົມໃຊ້ລົດໄຟຟ້າໃຫ້ບັນລຸຢ່າງໜ້ອຍ 30% ຂຶ້ນໄປໃນປີ 2030 ແລະ ໄດ້ຍົກລະດັບການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (EV) ເປັນຍຸດທະສາດເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ. ສະນັ້ນ, ການຫັນປ່ຽນໄປສູ່ການນຳໃຊ້ລົດໄຟຟ້າຈຶ່ງບໍ່ແມ່ນທາງເລືອກ ແລະ ທາງລອດໃນໄລຍະຍາວ, ທັງມີຄວາມຈຳເປັນໃນການຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ ແລະ ຫັນມານຳໃຊ້ທ່າແຮງພະລັງງານໄຟຟ້ານໍ້າຕົກ ແລະ ພະລັງງານສະອາດທີ່ຜະລິດໄດ້ເອງພາຍໃນປະເທດແມ່ນຍຸດທະສາດທີ່ສຳຄັນຂອງການພັດທະນາຕາມທິດ ສອຈ.

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ວ່າ: ໃນ 8 ເດືອນຕົ້ນປີ 2026 ໄດ້ມີການນຳເຂົ້າລົດທັງໝົດ 37.475 ຄັນ, ໃນນັ້ນເປັນລົດໄຟຟ້າ 100% ຈໍານວນ 8.330 ຄັນ (ເພີ່ມຂຶ້ນ 107%) ແລະ ລົດໄຮບຣິດ 2.804 ຄັນ (ເພີ່ມຂຶ້ນ 114%), ເຮັດໃຫ້ສັດສ່ວນລົດທີ່ໃຊ້ພະລັງງານໃໝ່ກວມເຖິງ 29,7% ຂອງຍອດການນໍາເຂົ້າ. ດ້ານການຂຶ້ນທະບຽນໃໝ່ 8 ເດືອນຕົ້ນປີສາມາດຂຶ້ນທະບຽນລົດໄຟຟ້າໄດ້ 6.104 ຄັນ. ສຳລັບເຄືອຂ່າຍສະຖານີສາກໄດ້ອະນຸຍາດຜູ້ປະກອບການແລ້ວ 43 ບໍລິສັດ, ມີສະຖານີສາກເປີດບໍລິການແລ້ວ 200 ຈຸດທົ່ວ 18 ແຂວງ/ນະຄອນຫຼວງ, ພ້ອມທັງເປີດໃຊ້ງານແອັບພລິເຄຊັນ Lao EV Charging ເພື່ອອໍານວຍຄວາມສະດວກໃຫ້ແກ່ສັງຄົມໃນການຄົ້ນຫາ ແລະ ນຳໃຊ້ສະຖານີສາກ. ນອກຈາກນີ້, ຍັງຫັນເຂົ້າສູ່ລະບົບການເງິນ ຊຶ່ງທະນາຄານແຫ່ງ ສປປ ລາວ ໄດ້ຊຸກຍູ້ການຊຳລະສະສາງການຊື້-ຂາຍລົດຜ່ານລະບົບທະນາຄານ ແລະ ສຳເລັດການອອກຮຸ້ນກູ້ສີຂຽວ (Green Bond) ເພື່ອລະດົມທຶນເຂົ້າໃສ່ໂຄງລ່າງ EV ເປັນຕົ້ນແບບແລ້ວ.

ເຖິງຢ່າງໃດກໍຕາມ, ກໍຍັງມີບາງບັນຫາ ແລະ ສິ່ງທ້າທາຍໃນການຫັນປ່ຽນໄປສູ່ລົດ EV ເປັນຕົ້ນແມ່ນດ້ານນະໂຍບາຍຍັງຂາດນະໂຍບາຍແມ່, ນະໂຍບາຍພາສີຍັງບໍ່ຊັດເຈນ ແລະ ການປະສານງານລະຫວ່າງຂະແໜງການລັດຍັງບໍ່ທັນກົມກຽວ ແລະ ໄປໃນທິດທາງດຽວກັນ; ດ້ານຕະຫຼາດລາຄາຊື້ລົດຍັງສູງ, ຜູ້ຊົມໃຊ້ຍັງກັງວົນເລື່ອງຄວາມປອດໄພ/ແບັດເຕີຣີ, ສິນເຊື່ອຍັງມີໜ້ອຍ ແລະ ບໍ່ທັນມີຕະຫຼາດລົດມືສອງຮອງຮັບ; ດ້ານການສະໜອງທາງເລືອກຍີ່ຫໍ້ລົດຍັງຈໍາກັດຢູ່ກຸ່ມລົດເບົາ, ສ່ວນລົດຂົນສົ່ງຍັງຈຳກັດ ແລະ ບໍ່ທັນມີລະບົບນິເວດຮັບຮອງ, ຂາດຊ່າງສ້ອມແປງຊ່ຽວຊານ, ອາໄຫຼ່ຕ້ອງນຳເຂົ້າ 100%, ແລະ ຍັງບໍ່ມີລະບົບນໍາເອົາແບັດເຕີຣີມາໃຊ້ຄືນໄດ້; ດ້ານໂຄງລ່າງສະຖານີສາກຍັງມີໜ້ອຍ (200 ກວ່າແຫ່ງ) ແລະ ສ່ວນໃຫຍ່ຢູ່ພຽງນະຄອນຫຼວງວຽງຈັນ, ຫົວສາກບໍ່ເປັນເອກະພາບ (GB/T ປົນ CCS2), ບໍ່ມີຕູ້ສາກໄວສຳລັບລົດບັນທຸກໜັກ ແລະ ຕາຂ່າຍໄຟຟ້າທ້ອງຖິ່ນຍັງສ່ຽງກັບການໃຊ້ໄຟຫຼາຍບາດດຽວ; ສິ່ງທ້າທາຍໃໝ່ທີ່ກົດດັນການແຂ່ງຂັນຈາກລົດໄຮບຣິດທີ່ອາດເຮັດໃຫ້ຫຼຸດເປົ້າໝາຍ EV 100%, ຄວາມສ່ຽງຕູ້ສາກຫຼ້າສະໄໝຍ້ອນເຕັກໂນໂລຊີປ່ຽນໄວ ແລະ ແຮງກົດດັນເງິນຕາຕ່າງປະເທດໄຫຼອອກຈາກການເລັ່ງນຳເຂົ້າລົດໃໝ່.

ເພື່ອບັນລຸເປົ້າໝາຍ 30% ໃນປີ 2030 (ຄາດຄະເນລົດ EV 4 ລໍ້ ປະມານ 222.784 ຄັນ ແລະ ສະຖານີສາກສາທາລະນະ 1.307 ແຫ່ງ), ກະຊວງ ອຄ ໄດ້ສັງລວມທິດທາງ ແລະ ມາດຕະການແກ້ໄຂເປັນຕົ້ນການສົ່ງເສີມດ້ານໂຄງສ້າງລາຄາໄຟຟ້າ ແລະ ສະຖານີສາກ: ລັດວິສາຫະກິດໄຟຟ້າລາວ ໄດ້ສຶກສາຫຼຸດລາຄາໄຟຟ້າສະເລ່ຍ 10% ຈາກລາຄາທຸລະກິດປົກກະຕິສຳລັບສະຖານີສາກ, ພ້ອມທັງກຳນົດໂຄງສ້າງລາຄາໄຟຟ້າຕາມຊ່ວງເວລາ ໂດຍກຳນົດຊ່ວງລາຄາສະໜັບສະໜູນຖືກກວ່າປົກກະຕິໃນຊ່ວງຄົນໃຊ້ໄຟຟ້າບໍ່ຫຼາຍ ເພື່ອຊຸກຍູ້ໃຫ້ປະຊາຊົນໄປສາກຢູ່ສະຖານີ, ຊ່ວຍຫຼຸດຜ່ອນການໂຫຼດກະແສໄຟຟ້າແຮງດັນຕໍ່າຕາມຄົວເຮືອນ; ການຊຸກຍູ້ສິນເຊື່ອເພື່ອໃຫ້ທະນາຄານທຸລະກິດປ່ອຍສິນເຊື່ອຊື້ລົດ EV ດ້ວຍດອກເບ້ຍຜ່ອນຜັນ ແລະ ຂະຫຍາຍໄລຍະເວລາຜ່ອນຊຳລະ; ເລັ່ງຫັນປ່ຽນລົດບໍລິຫານລັດ ແລະ ລົດປະຈໍາຕຳແໜ່ງທີ່ຈັດຊື້ໃໝ່ໃຫ້ເປັນລົດໄຟຟ້າ 100%, ພ້ອມທັງສົ່ງເສີມໃຫ້ບໍລິສັດຂົນສົ່ງສິນຄ້າ ແລະ ໂດຍສານຫັນມານຳໃຊ້ລົດໄຟຟ້າໃຫ້ກວມ 10% ຂຶ້ນໄປ; ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບຮອງຫຼັກສູດວິຊາຊີບສ້ອມແປງລົດໄຟຟ້າ ແລະ ສ້າງສູນຝຶກອົບຮົມເຕັກນິກ EV ຂຶ້ນສະເພາະເພື່ອຮອງຮັບຕະຫຼາດແຮງງານ ແລະ ສູນສ້ອມແປງໃນໄລຍະຍາວ.

ຂ່າວ: ກິດຕາ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ກຸ່ມບໍລິສັດລາວໂທລະຄົມ ຮ່ວມຂັບເຄື່ອນການຫັນປ່ຽນດີຈິຕອນຜ່ານງານສັບປະດາດີຈິຕອນ ປະຈຳປີ 2026ເສດຖະກິດ

      ກຸ່ມບໍລິສັດລາວໂທລະຄົມ ຮ່ວມຂັບເຄື່ອນການຫັນປ່ຽນດີຈິຕອນຜ່ານງານສັບປະດາດີຈິຕອນ ປະຈຳປີ 2026

      10/26/2026 12:19:03 PM

      ກຸ່ມບໍລິສັດລາວໂທລະຄົມ ທີ່ປະກອບດ້ວຍລາວໂທລະຄົມ (Lao Telecom), ທີ-ພລັດ (T-Plus), ເອັມ-ມັນນີເອັກ (M-MoneyX) ແລະ ຄູ່ຮ່ວມງານຕ່າງປະເທດ ໄດ້ເຂົ້າຮ່ວມຈັດວາງສະແດງຜະລິດຕະພັນ, ການບໍລິການດີຈິຕອນ ແລະ ເຕັກໂນໂລຊີໂທລະຄົມມະນາຄົມ ໃນງານສັບປະດາດີຈິຕອນລາວ ປະຈຳປີ 2026 (Lao Digital Week 2026) ທີ່ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2026 ຜ່ານມາ

    • ຜົນສຳເລັດການພິຈາລະນາຮັບຮອງແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ ແຜນຫງົບປະມານແຫ່ງລັດເສດຖະກິດ

      ຜົນສຳເລັດການພິຈາລະນາຮັບຮອງແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ ແຜນຫງົບປະມານແຫ່ງລັດ

      10/21/2026 9:52:45 AM

      ໃນວັນທີ 20 ຕຸລາ 2026 ນີ້, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການພິຈາລະນາຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປີ 2027.

    • ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026ເສດຖະກິດ

      ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026

      10/19/2026 10:43:44 AM

      ອົງການທ່ອງທ່ຽວມາເລເຊຍ ປະຈຳນະຄອນຫຼວງວຽງຈັນ ຮ່ວມກັບສະຖານທູດມາເລເຊຍ ປະຈຳ ລາວ ເປີດມະຫະກຳການທ່ອງທ່ຽວ ແລະ ການສຶກສາມາເລເຊຍ 2026 (Malaysia Travel and Education Fair 2026) ໃນລະຫວ່າງວັນທີ 17-18 ຕຸລາ 2026 ຢູ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວ, ການແລກປ່ຽນການສຶກສາ ແລະ ສົ່ງເສີມຮູບແບບການທ່ອງທ່ຽວ ຫຼື ກິດຈະກຳປີທ່ອງທ່ຽວມາເລເຊຍ 2026-2027 (Visit Malaysia 2026-2027) ໂດຍມີ ທູດມາເລເຊຍປະຈຳລາວ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ຫົວໜ້າສະມາຄົມນັກທ່ອງທ່ຽວລາວ, ບັນດາທູດ, ຜູ້ປະກອບການດ້ານການທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເບິ່ງຄືນການສຶກສາ ພິຈາລະນາ ຫົວຂໍ້: ສະຖິຕິ ແລະ ຕົວເລກຊີ້ບອກເສດຖະກິດ

      ເບິ່ງຄືນການສຶກສາ ພິຈາລະນາ ຫົວຂໍ້: ສະຖິຕິ ແລະ ຕົວເລກຊີ້ບອກ

      10/19/2026 10:17:39 AM

      ກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລືລະດັບຊາດ ວ່າດ້ວຍໄມ້ປ່ອງ, ຫວາຍ ແລະ ເຄື່ອງປ່າຂອງດົງ (NTFPs) ໃນວັນທີ 16 ຕຸລາ 2026 ຢູ່ຕ່າງນະຄອນຫຼວງວຽງຈັນ

    • ເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ເມືອງໜອງບົກ ຄືນໃໝ່ເສດຖະກິດ

      ເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ເມືອງໜອງບົກ ຄືນໃໝ່

      10/14/2026 9:49:34 AM

      ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ (Vinachem) ຮ່ວມກັບ ບໍລິສັດຮຸ້ນສ່ວນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ຫວຽດນາມ ຈັດພິທີລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ຄືນໃໝ່ ດ້ວຍມູນຄ່າ 492 ລ້ານໂດລາສະຫະລັດ ໃນວັນທີ 12 ຕຸລາ 2026 ຢູ່ເມືອງໜອງບົກ ແຂວງຄຳມ່ວນ ໂດຍມີເປົ້າໝາຍຈະນຳໃຊ້ໂຮງງານທີ່ຖືກອອກແບບໃຫ້ມີກຳລັງການຜະລິດ ໂພແທັດຊຽມ ຄລໍໄຣດ໌ (Potassium Chloride) 500.000 ໂຕນຕໍ່ປີ ເຂົ້າສູ່ຂະບວນການຜະລິດພາຍໃນປີ 2028 ແລະ ຄາດວ່າຈະຮັບປະກັນການສະໜອງວັດຖຸດິບໃນໄລຍະຍາວໃຫ້ແກ່ອຸດສາຫະກຳຝຸ່ນເຄມີຂອງຫວຽດນາມ, ສົ່ງເສີມການພັດທະນາເສດຖະກິດທ້ອງຖິ່ນ ແລະ ປະກອບສ່ວນເຂົ້າໃນງົບປະມານຂອງລັດຖະບານລາວ.


Top