KPL
ໃນຕອນເຊົ້າວັນທີ 18 ກັນຍາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ໄດ້ເປັນປະທານກອງປະຊຸມຄົ້ນຄວ້າ ແລະ ຜ່ານນິຕິກຳຂອງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນຮັກຊາດ ແລະ ພັດທະນາ,
ຂປລ. ມີ ທ່ານ ນາງ ສີໃສລື ເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງປະທານຄະນະຊີ້ນຳລະດັບຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທ່ານຄະນະຊີ້ນໍາ ແລະ ກອງເລຂາຄະນະຊີ້ນໍາລະດັບຊາດ, ຕາງໜ້າຈາກກະຊວງ-ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ວຽກງານແຂ່ງຂັນ ແລະ ຍ້ອງຍໍ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ແມ່ນການປຸກລະດົມກຳລັງແຮງຂອງມະຫາຊົນ ແລະ ທຸກຊັ້ນຄົນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນສ້າງການຫັນປ່ຽນໃໝ່ທີ່ແຂງແຮງ, ເລິກເຊິ່ງ, ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງຂະແໜງການ ແລະ ທ້ອງຖ່ິນ ໃຫ້ເຂ້ົາສູ່ການຈັດຕ້ັງປະຕິບັດຕົວຈິງທີ່ມີປະສິດທິຜົນ; ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານດັ່ງກ່າວ ແລະ ຊີ້ນຳຢ່າງໃກ້ຊິດ ຕ່ໍຄະນະຊ້ີນໍາລະດັບຊາດ ໃນການປັບປຸງນິຕິກຳ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິຜົນ. ມາຮອດປັດຈຸບັນ, ບັນດານິຕິກໍາທີ່ກ່ຽວຂ້ອງ ກໍໄດ້ຮັບຮອງຢ່າງເປັນທາງການແລ້ວຈໍານວນ 6 ສະບັບ ເປັນຕົ້ນລັດຖະດໍາລັດ ສະບັບເລກທີ 100/ປປທ, ລົງວັນທີ 29 ພຶດສະພາ 2026 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລະດັບຊາດກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ; ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະຊີ້ນຳລະດັບຊາດກ່ຽວກັບການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ສະບັບເລກທີ 282/ນຍ, ລົງວັນທີ 28 ສິງຫາ 2026; ຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບ ຂອງຄະນະຊີ້ນໍາລະດັບຊາດກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ສະບັບເລກທີ 02/ຄຊຂຍ, ລົງວັນທີ 31 ສິງຫາ 2026; ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງກອງເລຂາຂອງຄະນະຊີ້ນໍາລະດັບຊາດກ່ຽວກັບການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ສະບັບເລກທີ 03/ຄຊຂຍ, ລົງວັນທີ 31 ສິງຫາ 2026; ແຜນການເຄື່ອນໄຫວ ປະຈໍາປີ 2026; ແຜນດໍາເນີນງານປະຈໍາປີ 2026-2030; ການສະຫລຸບລາຍງານຫຍ້ໍຜົນການຈັດຕ້ັງປະຕິບັດວຽກງານແຂ່ງຂັນ ແລະ ຍ້ອງຍໍໄລຍະຜ່ານມາ.
ກອງປະຊຸມຄ້ັງນ້ີ, ຖືເປັນບາດກ້າວສໍາຄັນໃນການກະກຽມທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະຫລຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນທົ່ວປະເທດ ທີ່ຈະຈັດຂຶ້ນໃນທ້າຍປີນີ້, ພ້ອມນີ້ບັນດາຜູ້ເຂົ້າຮ່ວມໄດ້ສຸມສະຕິປັນຍາ, ຍົກສູງຄວາມຮັບຜິດຊອບໃນການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອປັບປຸງນິຕິກຳ ແລະ ຮ່າງດຳລັດ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ອຸດົມສົມບູນ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ແລະ ເຮັດໃຫ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນທົ່ວປະເທດ ມີບັນຍາກາດຟົດຟື້ນ ແລະ ຕໍ່ເນື່ອງ.
ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ກໍຍັງໄດ້ມີຄໍາເຫັນເນັ້ນໜັກຕື່ມ ເປັນຕົ້ນ ບັນດາກະຊວງ-ຂະແໜງການ ໃຫ້ເອົາໃຈໃສ່ກຳນົດບັນດາໜ້າວຽກ ແລະ ເປົ້າໝາຍໃຫ້ຖືກຕ້ອງຊັດເຈນ ເພື່ອຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ; ຫັນໄປສູ່ຄວາມທັນສະໄໝ, ສ້າງຖານຂ້ໍມູນໃຫ້ມີລະບົບການຕິດຕາມ ແລະ ປະເມີນຜົນທີ່ເຂັ້ມແຂງ ເພື່ອເປັນບ່ອນອີງພື້ນຖານໃນການຕັດສິນບັນຫາ ແລະ ການວາງນະໂຍບາຍໃນຕໍ່ໜ້າ; ພ້ອມທັງສືບຕໍ່ໃຫ້ມີກົນໄກການປະສານງານ, ການແບ່ງໜ້າທີ່ຄວາມຮັບຜິດຊອບຂອງບັນດາກອງເລຂາ, ຂະແໜງການ ໃຫ້ມີຄວາມໂລ່ງລ່ຽນ, ກົມກຽວ ແລະ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ຮັບປະກັນມີປະສິດທິຜົນສູງ.
ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ
KPL