ການສ້າງ “ສາຍພົວພັນທີ່ໝັ້ນຄົງທາງຍຸດທະສາດທີ່ສ້າງສັນ ລະຫວ່າງ ສປ ຈີນ-ສ.ອາເມລິກາ”

19/09/2026 14:10
Email Print 426
KPL ການ​ພົວ​ພັນ ​ລະ​ຫວ່າງ ສປ ​ຈີນ-ສ.ອາ​ເມ​ລິກາ ແມ່ນ​ໜຶ່ງ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ​ ສຳ​ຄັນ​ທີ່​ສຸດ ​ໃນ​ໂລກ​ປັດ​ຈຸ​ບັນ, ການ​ຄັດ​ເລືອກ​ທາງ​ຍຸດ​ທະ​ສາດ​ ຂອງ​ສອງ​ປະ​ເທດ ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ອັນ​ເລິກ​ເຊິ່ງ ​ຕໍ່​ທິດ​ທາງ​ການ​ພັດ​ທະ​ນາ​ ປະ​ຫວັດ​ສາດ​ໂລກ.​

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ການ​ພົວ​ພັນ ​ລະ​ຫວ່າງ ສປ ​ຈີນ-ສ.ອາ​ເມ​ລິກາ ແມ່ນ​ໜຶ່ງ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ​ ສຳ​ຄັນ​ທີ່​ສຸດ ​ໃນ​ໂລກ​ປັດ​ຈຸ​ບັນ, ການ​ຄັດ​ເລືອກ​ທາງ​ຍຸດ​ທະ​ສາດ​ ຂອງ​ສອງ​ປະ​ເທດ ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ອັນ​ເລິກ​ເຊິ່ງ ​ຕໍ່​ທິດ​ທາງ​ການ​ພັດ​ທະ​ນາ​ ປະ​ຫວັດ​ສາດ​ໂລກ.​ ປີ 2026, ແມ່ນ​ປີ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ​ຕໍ່ ສປ ​ຈີນ ແລະ ສ.ອາ​ເມ​ລິ​ກາ ເຊິ່ງ​ໃນ​ປີ​ນີ້ ຈີນ​ໄດ້​ເລີ່ມ​ປະ​ຕິ​ບັດ ​ແຜນ​ພັດ​ທະ​ນ​າ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15 ແລະ ສ.ອາ​ເມ​ລິກາ​ ໄດ້ສະຫລອງ ​ຄົບ​ຮອບ 250 ປີ​ແຫ່ງ​ການ​ເປັນ​ເອ​ກະ​ລາດ. ໃນ​ວັນ​ທີ 14 ພຶດ​ສະ​ພາ​ປີ​ນີ້, ທ່ານ ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ​ສະຫະລັດ ອາ​ເມ​ລິ​ກາ ​ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ ສປ ​ຈີນ​ ທາງ​ລັດ​ຖະ​ກິດ ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ​ທີ່​ນະ​ຄອນຫລວງ​ປັກ​ກິ່ງ. ສອງ​ຝ່າຍ​ ໄດ້​ບັນ​ລຸ​ຄວາມ​ເຫັນ​ ທີ່​ເປັນ​ເອ​ກະ​ພາບ​ກັນ ​ກ່ຽວ​ກັບ​ ການ​ສ້າງ​ສາຍພົວພັນ​ທີ່​ໝັ້ນ​ຄົງ ​ທາງ​ຍຸດ​ທະ​ສາດ​ ທີ່ສ້າງສັນ ລະ​ຫວ່າງ ສປ ​ຈີນ-ສ.ອາ​ເມ​ລິກາ ເພື່ອ​ເປັນ​ການ​ຊີ້​ນຳ ​ທິດທາງ​ຍຸດ​ທະ​ສາດ​ ໃຫ້​ແກ່​ ການ​ພົວ​ພັນ ສປ ​ຈີນ-ສ.ອາ​ເມ​ລິ​ກາ​ໃນ 3 ປີ​​.ໃນ​ຖາ​ນະ​ເປັນ​ປະ​ເທດ​ ພວມ​ພັດ​ທະ​ນາ​ໃຫຍ່​ທີ່​ສຸດ ແລະ ປະ​ເທດ​ພັດ​ທະ​ນາ​ໃຫຍ່​ທີ່​ສຸດ​ໃນ​ໂລກ, ສຳ​ລັບ​ ສປ ຈີນ ແລະ ສ.ອາ​ເມ​ລິກາ​ ແລ້ວ, “ການ​ຮ່ວມ​ມື​ ຈະ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ສູ່ ​ທັງ​ສອງ​ປະ​ເທດ, ການ​ຜະ​ເຊີນ​ໜ້າ​ກັນ ​ຈະ​ນຳ​ເອົາ​ຄວາມ​ເສຍ​ຫາຍ​ມາ​ສູ່ ​ທັງ​ສອງ​ຝ່າຍ” ແມ່ນ​ສາ​ມັນ​ສຳ​ນຶກ ​ຜ່ານ​ການກວດ​ສອບ​ຊ້ຳ​ແລ້ວ ​ຊ້ຳ​ອີກ. ພາຍ​ໃຕ້​ ສະ​ພາບ​ການ​ສາ​ກົນ ​ທີ່​ເຕັມ​ໄປ​ດ້ວຍ​ການ​ປ່ຽນ​ແປງ ແລະ ຄວາມ​ວຸ້ນ​ວາຍ​ໃນ​ປັດ​ຈຸ​ບັນ, ຍິ່ງ​ຕ້ອງ​ການ​ການ​ພົວ​ພັນ​ ສປ ຈີນ-ສ.ອາ​ເມ​ລິກາ​ ທີ່​ໝັ້ນ​ຄົງ ເພື່ອ​ເພີ່ມ​ຄວາມ​ແນ່ນອນ​ ອັນ​ລ້ຳ​ຄ່າ​ໃຫ້​ແກ່​ໂລກ.​ ພາຍ​ໃຕ້​ການ​ນຳ​ພາ​ທາງ​ຍຸດ​ທະ​ສາດ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ສອງ​ຝ່າຍ​ຈະ​ສາ​ມາດ ​ຮັກ​ສາ​ສະ​ພາບ ​ຄວາມ​ໝັ້ນ​ທ່ຽງ​ ທີ່​ໄດ້​ມາ​​ບໍ່​ແມ່ນ​ເລື່ອງ​ງ່າຍ, ຄົ້ນ​ຄວ້າ​ສ້າງ​ການ​ພົວ​ພັນ​ ສປ ຈີນ-ສ.ອາ​ເມ​ລິ​ກາ ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ, ສ້າງ​ສັນ ແລະ ໝັ້ນ​​ຄົງ ເພື່ອ​ເພີ່ມ​ພະ​ລັງ​ທາງບວກ ​​ທີ່​ແຂງ​ແຮງຫລາຍກວ່າ ໃຫ້​ແກ່ ​ໂລກ​ໃນ​ການ​ຮັບ​ມື ​ກັບ​ສິ່ງ​ທ້າ​ທາຍ ແລະ ສ້າງ​ອະ​ນາ​ຄົດ​ ທີ່​ດີ​ງາມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ຟີລິບປິນ ຈັດກອງປະຊຸມລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 58ຂ່າວຕ່າງປະເທດ

      ຟີລິບປິນ ຈັດກອງປະຊຸມລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 58

      9/21/2026 7:49:34 AM

      ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ​ ເສດ​ຖະ​ກິດ​ ອາ​ຊຽນ ​ຄັ້ງ​ທີ 58 ແລະ ກອງ​ປະ​ຊຸມ​ຕ່າງໆ ​ທີ່​ປິ່ນ​ອ້ອມ ໄດ້​ຈັດ​ຂຶ້ນ ເມື່ອບໍ່ດົນ ມານີ້ ​ຢູ່ຟີ​ລິບ​ປິນ ​ເຊິ່ງ​ເປັນ​ປະ​ເທດ ​ປະ​ທານ​ໝູນ​ວຽນ ອາ​ຊຽນ. ​ໂດຍທຸ​ກຝ່າຍ​ ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ ຂອງ​ເສດ​ຖະ​ກິດ​ພາກ​ພື້ນ, ການ​ຄ້າ ແລະ ການ​ລົງ​ທຶນ, ເສດ​ຖະ​ກິດ ​ດີ​ຈີ​ຕອນ, ການ​ປະ​ດິດ​ສ້າງ​ໃໝ່, ການ​ພັດ​ທະ​ນາ ​ແບບ​ຍືນ​ຍົງ ແລະ ຫົວ​ຂໍ້​ອື່ນໆ.

    • ເປີດສັບປະດາ ການອອກແບບອຸດສາຫະກໍາຈີນ(ກວາງຊີ)-ອາຊຽນປີ 2026 ຂ່າວຕ່າງປະເທດ

      ເປີດສັບປະດາ ການອອກແບບອຸດສາຫະກໍາຈີນ(ກວາງຊີ)-ອາຊຽນປີ 2026

      9/21/2026 7:49:12 AM

      ພິທີເປີດສັບປະດາ ການອອກແບບ ອຸດສາຫະກໍາຈີນ(ກວາງຊີ)-ອາຊຽນປີ 2026 ໄດ້ຈັດຂຶ້ນຢູ່ ນະຄອນໜານໜິງ ເຂດປົກຄອງຕົນເອງ ເຜ່າຈວ້າງກວາງຊີ ຂອງ ສປ ຈີນ ພາຍໃຕ້ຫົວຂໍ້ “ເຊື່ອມໂຍງອາຊຽນ ດ້ວຍຄວາມອັດສະລິຍະ, ການສ້າງສັນຮ່ວມກັນ ຜ່ານການອອກແບບ”

    • ສປ ຈີນ ມີການນຳເຂົ້າສິນຄ້າ ຈະບັນລຸລະດັບສູງສຸດ ເປັນປະຫວັດສາດອີກຄັ້ງຂ່າວຕ່າງປະເທດ

      ສປ ຈີນ ມີການນຳເຂົ້າສິນຄ້າ ຈະບັນລຸລະດັບສູງສຸດ ເປັນປະຫວັດສາດອີກຄັ້ງ

      9/21/2026 7:48:48 AM

      ໃນຖານະເປັນປະເທດການຄ້າສິນຄ້າ ທີ່ໃຫຍ່ທີ່ສຸດໃນໂລກ, ສປ ຈີນ ຍັງ​ສືບ​ຕໍ່​ເປັນ​ແຮງ​ຂັບ​ເຄື່ອນ​ ທີ່​ສຳ​ຄັນ​ໃນ​ການ​ເຕີບ​ໂຕ​​ ຂອງການຄ້າໂລກ. ຜູ້​ຮັບ​ຜິດ​ຊອບ​ດັ່ງ​ກ່າວ ກ່າວວ່າ: ນັບ​ແຕ່​ເດືອນ​ມັງ​ກອນ ​ຫາ​ເດືອນ​ສິງ​ຫາ​ປີ​ນີ້, ການນຳ ເຂົ້າສິນ​ຄ້າຂອງ ສປ ຈີນ ​ໄດ້ເພີ່ມຂຶ້ນ 22%, ເຊິ່ງເປັນຈັງຫວະ ທີ່ໄວທີ່ສຸດ ນັບຕັ້ງແຕ່ປີ 2021 ເປັນ​ຕົ້ນ​ມາ

    • ສປ ຈີນ-ສ.ອາເມລິກາ ຈະຈັດການເຈລະຈາ ດ້ານເສດຖະກິດການຄ້າ ຮອບໃໝ່ຂ່າວຕ່າງປະເທດ

      ສປ ຈີນ-ສ.ອາເມລິກາ ຈະຈັດການເຈລະຈາ ດ້ານເສດຖະກິດການຄ້າ ຮອບໃໝ່

      9/21/2026 7:48:15 AM

      ​ຕາມການຕົກ​ລົງ​ຂອງ ສປ ​ຈີນ-ສ.ອາ​ເມ​ລິກາ​, ​ທ່ານ​ ເຮີ​ລີ້​ເຟີ່ງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ​ຈະ​ນຳ​ພາ​ຄະ​ນະ​ເດີນ​ທາງ​ໄປ ສ.​ອາ​ເມ​ລິກາ ເພື່ອ​ດຳ​ເນີນ​ການ​ເຈ​ລະ​ຈາ​​ ດ້ານເສດ​ຖະ​ກິດ​ການ​ຄ້າ​ໃນ​ ລະ​ຫວ່າງ ວັນ​ທີ 19 ຫາ 23 ກັນ​ຍາ​ນີ້.

    • ງານມະຫະກໍາກິລາເອຊຽນເກມ ຄັ້ງທີ 20 ເປີດຂຶ້ນຢ່າງເປັນທາງການຂ່າວຕ່າງປະເທດ

      ງານມະຫະກໍາກິລາເອຊຽນເກມ ຄັ້ງທີ 20 ເປີດຂຶ້ນຢ່າງເປັນທາງການ

      9/21/2026 7:46:59 AM

      ພິທີເປີດງານມະຫະກໍາກິລາ ເອຊຽນເກມ ຄັ້ງທີ 20 ໄດ້ຈັດຂຶ້ນຢູ່ນະຄອນນາໂກຢາ ປະເທດຍີ່ປຸ່ນ. ສໍາລັບ ຄະນະນັກກິລາ ຈີນ ທີ່ເຂົ້າຮ່ວມ ແຂ່ງຂັນໃນ ງານກິລາເອຊຽນເກມ ຄັ້ງນີ້ມີທັງໝົດ 815 ຄົນ ຈະເຂົ້າຮ່ວມການແຂ່ງຂັນ 38 ປະເພດ ກິລາ ແລະ 369 ລາຍການ.


Top