ສປ ຈີນ ມີການນຳເຂົ້າສິນຄ້າ ຈະບັນລຸລະດັບສູງສຸດ ເປັນປະຫວັດສາດອີກຄັ້ງ

21/09/2026 07:48
KPL ໃນຖານະເປັນປະເທດການຄ້າສິນຄ້າ ທີ່ໃຫຍ່ທີ່ສຸດໃນໂລກ, ສປ ຈີນ ຍັງ​ສືບ​ຕໍ່​ເປັນ​ແຮງ​ຂັບ​ເຄື່ອນ​ ທີ່​ສຳ​ຄັນ​ໃນ​ການ​ເຕີບ​ໂຕ​​ ຂອງການຄ້າໂລກ. ຜູ້​ຮັບ​ຜິດ​ຊອບ​ດັ່ງ​ກ່າວ ກ່າວວ່າ: ນັບ​ແຕ່​ເດືອນ​ມັງ​ກອນ ​ຫາ​ເດືອນ​ສິງ​ຫາ​ປີ​ນີ້, ການນຳ ເຂົ້າສິນ​ຄ້າຂອງ ສປ ຈີນ ​ໄດ້ເພີ່ມຂຶ້ນ 22%, ເຊິ່ງເປັນຈັງຫວະ ທີ່ໄວທີ່ສຸດ ນັບຕັ້ງແຕ່ປີ 2021 ເປັນ​ຕົ້ນ​ມາ

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ຫ້ອງການຖະ​ແຫລງ​ຂ່າວ ຂອງ​ລັດ​ຖະ​ບານ​ຈີນ ​ໄດ້​ຈັດກອງປະຊຸມ​ຖະ​ແຫລງຂ່າວ, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ ​ຈາກ​ກະ​ຊວງ​ການ​ຄ້າ​ຈີນ​​ ໃຫ້​ຮູ້​ວ່າ: ໃນຖານະເປັນປະເທດການຄ້າສິນຄ້າ ທີ່ໃຫຍ່ທີ່ສຸດໃນໂລກ, ສປ ຈີນ ຍັງ​ສືບ​ຕໍ່​ເປັນ​ແຮງ​ຂັບ​ເຄື່ອນ​ ທີ່​ສຳ​ຄັນ​ໃນ​ການ​ເຕີບ​ໂຕ​​ ຂອງການຄ້າໂລກ. ຜູ້​ຮັບ​ຜິດ​ຊອບ​ດັ່ງ​ກ່າວ ກ່າວວ່າ: ນັບ​ແຕ່​ເດືອນ​ມັງ​ກອນ ​ຫາ​ເດືອນ​ສິງ​ຫາ​ປີ​ນີ້, ການນຳເຂົ້າສິນ​ຄ້າຂອງ ສປ ຈີນ ​ໄດ້ເພີ່ມຂຶ້ນ 22%, ເຊິ່ງເປັນຈັງຫວະ ທີ່ໄວທີ່ສຸດ ນັບຕັ້ງແຕ່ປີ 2021 ເປັນ​ຕົ້ນ​ມາ, ​ຄາດ​ວ່າ: ຍອດມູນຄ່າ ການນຳເຂົ້າທັງໝົດ​ ຂອງປີນີ້​ ອາດຈະບັນ ລຸລະ ດັບສູງສຸດ ເປັນ​ປະ​ຫວັດ​ສາດ​ອີກ​ຄັ້ງ. ສິນຄ້າ ທີ່ມີຄຸນນະພາບສູງ​ ຈາກທົ່ວໂລກ​ນັບ​ມື້​ນັບ​ຫລາຍຂຶ້ນກຳລັງ​ຫລັງ​ໄຫລເຂົ້າສູ່ຕະຫລາດບໍລິໂພກຈີນ ແລະ ເຊື່ອມໂຍງ ເຂົ້າກັບລະບົບ ຕ່ອງໂສ້ ການຜະລິດ ແລະ ການສະໜອງຂອງຈີນ, ນຳເອົາໃບສັ່ງຊື້​ຫລາຍກວ່າ​ເກົ່າມາ​ໃຫ້​ ບໍລິສັດ​ຈາກປະເທດຕ່າງໆ, ​ຊຸກ​ຍູ້ການພັດທະນາ​ ອຸດສາຫະກຳ ທີ່ກ່ຽວຂ້ອງຂອງ​ປະ​ເທດ​ເທົ່າ​ນັ້ນ, ແລະ ເພີ່ມ​ການ​ສ້າງ​ວຽກ​ເຮັດ​ງານ​ທຳໃນ ທ້ອງຖິ່ນ. ອີງຕາມການຄິດໄລ່ ຂໍ້ມູນການຄ້າໂລກ​ ໃນໄຕມາດທຳອິດ ທີ່ປະ​ກາດໂດຍ ​ອົງ​ການ​ການ​ຄ້າ​ໂລກ​ ຫລື WTO ໃນເດືອນກໍລະກົດ​ປີ​ນີ້, ສປ ຈີນ ໄດ້​ປະ​ກອບ​ສ່ວນ​ຕໍ່​ການ​ເຕີບ​ໂຕ ​ຂອງ​ການ​ຄ້າ​ໂລກ 2.1%, ອັດ​ຕາ​ປະ​ກອບ​ສ່ວນ ​ໄດ້​ບັນ​ລຸ 20.3%, ​ເຊິ່ງ​ໄດ້​ຄ້ຳ​ຊູການ​ດຳ​ເນີນ​ງານທີ່​ໝັ້ນ​ທ່ຽງ ​ຂອງລະບົບຕ່ອງໂສ້ການຜະລິດ ແລະ ການສະໜອງທົ່ວໂລກ ​ມີປະສິດທິພາບ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top