KPL
ຕາມການຕົກລົງຂອງ ສປ ຈີນ-ສ.ອາເມລິກາ, ທ່ານ ເຮີລີ້ເຟີ່ງ ກຳມະການກົມການເມືອງສູນກາງພັກ ກອມມູນິດຈີນ ຮອງນາຍົກລັດຖະມົນຕີຈີນ ຈະນຳພາຄະນະເດີນທາງໄປ ສ.ອາເມລິກາ ເພື່ອດຳເນີນການເຈລະຈາ ດ້ານເສດຖະກິດການຄ້າໃນ ລະຫວ່າງ ວັນທີ 19 ຫາ 23 ກັນຍານີ້.
ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ອີງຕາມການປະກາດ ຫລ້າສຸດ ຈາກກະຊວງການຄ້າຈີນ ປະກາດໃຫ້ຮູ້ວ່າ: ຕາມການຕົກລົງຂອງ ສປ ຈີນ-ສ.ອາເມລິກາ, ທ່ານ ເຮີລີ້ເຟີ່ງ ກຳມະການກົມການເມືອງສູນກາງພັກ ກອມມູນິດຈີນ ຮອງນາຍົກລັດຖະມົນຕີຈີນ ຈະນຳພາຄະນະເດີນທາງໄປ ສ.ອາເມລິກາ ເພື່ອດຳເນີນ ການເຈລະຈາ ດ້ານເສດຖະກິດການຄ້າໃນ ລະຫວ່າງ ວັນທີ 19 ຫາ 23 ກັນຍານີ້. ສອງຝ່າຍຈະອີງໃສ່ຄວາມຮັບຮູ້ ທີ່ເປັນເອກະພາບກັນ ອັນສຳຄັນ ລະຫວ່າງ ປະມຸກລັດສອງປະເທດ ເພື່ອດຳເນີນການເຈລະຈາ ກ່ຽວກັບ ບັນຫາເສດຖະກິດ ການຄ້າທີ່ສອງຝ່າຍ ສົນໃຈຮ່ວມກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL