ຟີລິບປິນ ຈັດກອງປະຊຸມລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 58

21/09/2026 07:49
KPL ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ​ ເສດ​ຖະ​ກິດ​ ອາ​ຊຽນ ​ຄັ້ງ​ທີ 58 ແລະ ກອງ​ປະ​ຊຸມ​ຕ່າງໆ ​ທີ່​ປິ່ນ​ອ້ອມ ໄດ້​ຈັດ​ຂຶ້ນ ເມື່ອບໍ່ດົນ ມານີ້ ​ຢູ່ຟີ​ລິບ​ປິນ ​ເຊິ່ງ​ເປັນ​ປະ​ເທດ ​ປະ​ທານ​ໝູນ​ວຽນ ອາ​ຊຽນ. ​ໂດຍທຸ​ກຝ່າຍ​ ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ ຂອງ​ເສດ​ຖະ​ກິດ​ພາກ​ພື້ນ, ການ​ຄ້າ ແລະ ການ​ລົງ​ທຶນ, ເສດ​ຖະ​ກິດ ​ດີ​ຈີ​ຕອນ, ການ​ປະ​ດິດ​ສ້າງ​ໃໝ່, ການ​ພັດ​ທະ​ນາ ​ແບບ​ຍືນ​ຍົງ ແລະ ຫົວ​ຂໍ້​ອື່ນໆ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ​ ເສດ​ຖະ​ກິດ​ ອາ​ຊຽນ ​ຄັ້ງ​ທີ 58 ແລະ ກອງ​ປະ​ຊຸມ​ຕ່າງໆ ​ທີ່​ປິ່ນ​ອ້ອມ ໄດ້​ຈັດ​ຂຶ້ນ ເມື່ອບໍ່ດົນມານີ້ ​ຢູ່ຟີ​ລິບ​ປິນ ​ເຊິ່ງ​ເປັນ​ປະ​ເທດ ​ປະ​ທານ​ໝູນ​ວຽນ ອາ​ຊຽນ. ​ໂດຍທຸ​ກຝ່າຍ​ ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ ຂອງ​ເສດ​ຖະ​ກິດ​ພາກ​ພື້ນ, ການ​ຄ້າ ແລະ ການ​ລົງ​ທຶນ, ເສດ​ຖະ​ກິດ ​ດີ​ຈີ​ຕອນ, ການ​ປະ​ດິດ​ສ້າງ​ໃໝ່, ການ​ພັດ​ທະ​ນາ ​ແບບ​ຍືນ​ຍົງ ແລະ ຫົວ​ຂໍ້​ອື່ນໆ. ກ່ອນ​ໜ້າ​ນີ້, ກະ​ຊວງ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ​ຟີ​ລິບ​ປິນ ເຊິ່ງ​ເປັນ​ເຈົ້າ​ພາບ ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ນີ້ ​ກ່າວ​ວ່າ: ​ເສດ​ຖະ​ກິດ​ ອາ​ຊຽນ​ ໃນ​ປັດ​ຈຸ​ບັນ​ກຳ​ລັງ​ປະ​ເຊີນ​ໜ້າ​ກັບ ​ການ​ຢຸດ​ສະ​ງັກ​ ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ, ການ​ເມືອງ ໃນ​ພາກພື້ນ ​ມີ​ຄວາມ​ເຄັ່ງ​ຕຶງ, ການ​ຄ້າ​ມີ​ຂໍ້​ຈຳ​ກັດ, ຕະຫລາດ​ທົ່ວ​ໂລກ ມີ​ຄວາມ​ບໍ່​ແນ່ນອນ ແລະ ສິ່ງ​ທ້າ​ທາຍ​ຕ່າງໆ. ສະ​ນັ້ນ, ຈະ​ເຮັດ​ແນວ​ໃດ ​ເພື່ອ​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ ​ເຊື່ອມ​ຈອດ​ກັນ ແລະ ຄວາມ​ສາ​ມາດ​​ໃນການ​ແຂ່ງ​ຂັນ ​ຂອງ​ເສດ​ຖະ​ກິດ​ອາ​ຊຽນ ພ້ອມ​ທັງ ​ເຮັດ​ໃຫ້​ເປົ້າ​ໝາຍ​ໄລ​ຍະ​ຍາວ​ຫັນ ເປັນ​ນະ​ໂຍ​ບາຍ ແລະ ໂຄງ​ການ​ທີ່​ເປັນ​ຮູບ​ປະ​ທຳ ແມ່ນ​ຫົວ​ຂໍ້​ສຳ​ຄັນ​ ຂອງ​ການ​ປຶກ​ສາ​ຫາ​ລື​ ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້.\.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top