ກອງປະຊຸມເວທີປຶກສາຫາລືຊ່ຽງຊ່ານປັກກິ່ງຄັ້ງທີ 13 ອັດລົງດ້ວຍຜົນສຳເລັດຫລາຍດ້ານ

19/09/2026 13:44
Email Print 379
KPL ກອງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື​ ຊ່ຽງ​ຊ່ານ​ປັກ​ກິ່ງ​ ຄັ້ງ​ທີ 13 ອັດ​ລົງ ​ດ້ວຍຜົນສຳເລັດ ຫລາຍດ້ານ ຢູ່​ນະ​ຄອນ​ຫວງ​ປັກ​ກິ່ງ ຂອງ ສປ ຈີນ ເມື່ອບໍ່ດົນມານີ້.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ກອງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື​ ຊ່ຽງ​ຊ່ານ​ປັກ​ກິ່ງ​ ຄັ້ງ​ທີ 13 ອັດ​ລົງ ​ດ້ວຍຜົນສຳເລັດ ຫລາຍດ້ານ ຢູ່​ນະ​ຄອນ​ຫວງ​ປັກ​ກິ່ງ ຂອງ ສປ ຈີນ ເມື່ອບໍ່ດົນມານີ້. ປີ​ນີ້​ແມ່ນ​ປີ​ຄົບ​ຮອບ 20 ປີ ​ຂອງ​ການ​ສ້າງ​ຕັ້ງ​ເວ​ທີ​ປຶກ​ສາ​ຫາ​ລື​ ຊ່ຽງ​ຊ່ານ​ປັກ​ກິ່ງ. ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ, ຜູ້​ເຂົ້າ​ຮ່ວມ​ ໄດ້​ແລກ​ປ່ຽນຄວາມ​ຄິດ​ເຫັນ​ ໃນ​ຫົວ​ຂໍ້​ຕ່າງໆ, ເຊັ່ນ: ລະ​ບຽບ​​ສາ​ກົນ ​ແລະ​ ຄວາມ​ໝັ້ນ​ຄົງ ທາງ​ຍຸດ​ທະ​ສາດ, ​ບັນ​ຫາ​ ແລະ ​ວິ​ທີ​ແກ້​ໄຂ​ ການ​ປະ​ທະ​ກັນ ​ໃນ​ບາງ​ພາກ​ພື້ນ ​ແລະ ​ອື່ນໆ, ​ພ້ອມ​ນີ້, ຍັງ​ໄດ້​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ ​ຫົວ​ຂໍ້​ສຳ​ຄັນຕ່າງໆ ເຊັ່ນ: ທ່າ​ອຽງ​ການຫັນ​ເປັນ​ຫລາຍ​​ຂົ້ວ ​ກັບ​ລະ​ບຽບ​​ສາ​ກົນ, ການ​ພົວ​ພັນ ​ລະ​ຫວ່າງ​ ປະ​ເທດ​ໃຫຍ່​ ກັບ​ຄວາມ​ໝັ້ນ​ຄົງ​ ທາງ​ຍຸດ​ທະ​ສາດ, ຄວາມ​ປອດ​ໄພ ​​ຂອງຊ່ອງ​ທາງ​ເດີນ​ເຮືອ​ກັບ ​ການ​ບໍ​ລິ​ຫານ​ຄວາມ​ປອດ​ໄພ​ ທາງ​ທະ​ເລ, ຄວາມ​ສ່ຽງ​ ແລະ​ ການ​ຄຸ້ມ​ຄອງ​ ການ​ນຳ​ໃຊ້​ເຕັກ​​ໂນ​ໂລ​ຊີ ​ທັນ​ສະ​ໄໝ​ເຂົ້າ​ໃນ​ທາງ​ການ​ທະ​ຫານ ແລະ ​ອື່ນໆ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ຟີລິບປິນ ຈັດກອງປະຊຸມລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 58ຂ່າວຕ່າງປະເທດ

      ຟີລິບປິນ ຈັດກອງປະຊຸມລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 58

      9/21/2026 7:49:34 AM

      ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ​ ເສດ​ຖະ​ກິດ​ ອາ​ຊຽນ ​ຄັ້ງ​ທີ 58 ແລະ ກອງ​ປະ​ຊຸມ​ຕ່າງໆ ​ທີ່​ປິ່ນ​ອ້ອມ ໄດ້​ຈັດ​ຂຶ້ນ ເມື່ອບໍ່ດົນ ມານີ້ ​ຢູ່ຟີ​ລິບ​ປິນ ​ເຊິ່ງ​ເປັນ​ປະ​ເທດ ​ປະ​ທານ​ໝູນ​ວຽນ ອາ​ຊຽນ. ​ໂດຍທຸ​ກຝ່າຍ​ ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ ຂອງ​ເສດ​ຖະ​ກິດ​ພາກ​ພື້ນ, ການ​ຄ້າ ແລະ ການ​ລົງ​ທຶນ, ເສດ​ຖະ​ກິດ ​ດີ​ຈີ​ຕອນ, ການ​ປະ​ດິດ​ສ້າງ​ໃໝ່, ການ​ພັດ​ທະ​ນາ ​ແບບ​ຍືນ​ຍົງ ແລະ ຫົວ​ຂໍ້​ອື່ນໆ.

    • ເປີດສັບປະດາ ການອອກແບບອຸດສາຫະກໍາຈີນ(ກວາງຊີ)-ອາຊຽນປີ 2026 ຂ່າວຕ່າງປະເທດ

      ເປີດສັບປະດາ ການອອກແບບອຸດສາຫະກໍາຈີນ(ກວາງຊີ)-ອາຊຽນປີ 2026

      9/21/2026 7:49:12 AM

      ພິທີເປີດສັບປະດາ ການອອກແບບ ອຸດສາຫະກໍາຈີນ(ກວາງຊີ)-ອາຊຽນປີ 2026 ໄດ້ຈັດຂຶ້ນຢູ່ ນະຄອນໜານໜິງ ເຂດປົກຄອງຕົນເອງ ເຜ່າຈວ້າງກວາງຊີ ຂອງ ສປ ຈີນ ພາຍໃຕ້ຫົວຂໍ້ “ເຊື່ອມໂຍງອາຊຽນ ດ້ວຍຄວາມອັດສະລິຍະ, ການສ້າງສັນຮ່ວມກັນ ຜ່ານການອອກແບບ”

    • ສປ ຈີນ ມີການນຳເຂົ້າສິນຄ້າ ຈະບັນລຸລະດັບສູງສຸດ ເປັນປະຫວັດສາດອີກຄັ້ງຂ່າວຕ່າງປະເທດ

      ສປ ຈີນ ມີການນຳເຂົ້າສິນຄ້າ ຈະບັນລຸລະດັບສູງສຸດ ເປັນປະຫວັດສາດອີກຄັ້ງ

      9/21/2026 7:48:48 AM

      ໃນຖານະເປັນປະເທດການຄ້າສິນຄ້າ ທີ່ໃຫຍ່ທີ່ສຸດໃນໂລກ, ສປ ຈີນ ຍັງ​ສືບ​ຕໍ່​ເປັນ​ແຮງ​ຂັບ​ເຄື່ອນ​ ທີ່​ສຳ​ຄັນ​ໃນ​ການ​ເຕີບ​ໂຕ​​ ຂອງການຄ້າໂລກ. ຜູ້​ຮັບ​ຜິດ​ຊອບ​ດັ່ງ​ກ່າວ ກ່າວວ່າ: ນັບ​ແຕ່​ເດືອນ​ມັງ​ກອນ ​ຫາ​ເດືອນ​ສິງ​ຫາ​ປີ​ນີ້, ການນຳ ເຂົ້າສິນ​ຄ້າຂອງ ສປ ຈີນ ​ໄດ້ເພີ່ມຂຶ້ນ 22%, ເຊິ່ງເປັນຈັງຫວະ ທີ່ໄວທີ່ສຸດ ນັບຕັ້ງແຕ່ປີ 2021 ເປັນ​ຕົ້ນ​ມາ

    • ສປ ຈີນ-ສ.ອາເມລິກາ ຈະຈັດການເຈລະຈາ ດ້ານເສດຖະກິດການຄ້າ ຮອບໃໝ່ຂ່າວຕ່າງປະເທດ

      ສປ ຈີນ-ສ.ອາເມລິກາ ຈະຈັດການເຈລະຈາ ດ້ານເສດຖະກິດການຄ້າ ຮອບໃໝ່

      9/21/2026 7:48:15 AM

      ​ຕາມການຕົກ​ລົງ​ຂອງ ສປ ​ຈີນ-ສ.ອາ​ເມ​ລິກາ​, ​ທ່ານ​ ເຮີ​ລີ້​ເຟີ່ງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ​ຈະ​ນຳ​ພາ​ຄະ​ນະ​ເດີນ​ທາງ​ໄປ ສ.​ອາ​ເມ​ລິກາ ເພື່ອ​ດຳ​ເນີນ​ການ​ເຈ​ລະ​ຈາ​​ ດ້ານເສດ​ຖະ​ກິດ​ການ​ຄ້າ​ໃນ​ ລະ​ຫວ່າງ ວັນ​ທີ 19 ຫາ 23 ກັນ​ຍາ​ນີ້.

    • ງານມະຫະກໍາກິລາເອຊຽນເກມ ຄັ້ງທີ 20 ເປີດຂຶ້ນຢ່າງເປັນທາງການຂ່າວຕ່າງປະເທດ

      ງານມະຫະກໍາກິລາເອຊຽນເກມ ຄັ້ງທີ 20 ເປີດຂຶ້ນຢ່າງເປັນທາງການ

      9/21/2026 7:46:59 AM

      ພິທີເປີດງານມະຫະກໍາກິລາ ເອຊຽນເກມ ຄັ້ງທີ 20 ໄດ້ຈັດຂຶ້ນຢູ່ນະຄອນນາໂກຢາ ປະເທດຍີ່ປຸ່ນ. ສໍາລັບ ຄະນະນັກກິລາ ຈີນ ທີ່ເຂົ້າຮ່ວມ ແຂ່ງຂັນໃນ ງານກິລາເອຊຽນເກມ ຄັ້ງນີ້ມີທັງໝົດ 815 ຄົນ ຈະເຂົ້າຮ່ວມການແຂ່ງຂັນ 38 ປະເພດ ກິລາ ແລະ 369 ລາຍການ.


Top