KPL
ປີ 2026, ກຳລັງຕິດຕັ້ງໄຟຟ້າ ພະລັງງານລົມ ແລະ ພະລັງງານແສງຕາເວັນທີ່ເພີ່ມຂຶ້ນໃໝ່ ຂອງ ສປ ຈີນ ຈະມີເຖິງ ປະມານ 300 ລ້ານກິໂລວັດ, ພະລັງງານໝູນວຽນ ຈະສືບຕໍ່ເປັນກໍາລັງແຮງຕົ້ນຕໍ ໃນການຫັນປ່ຽນ ຮູບແບບການ ພັດທະນາ ຕາມທິດສີຂຽວ ແລະ ກາກບອນຕ່ຳຂອງ ສປ ຈີນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ອີງຕາມ “ບົດລາຍງານ ການພັດທະນາ ພະລັງງານໝູນວຽນ ຂອງ ສປ ຈີນ ປະຈໍາປີ 2025” ທີ່ເຜີຍແຜ່ ໂດຍສະຖາບັນ ການວາງແຜນ ແລະ ອອກແບບ ດ້ານພະລັງງານ ໄຟຟ້ານ້ຳຕົກ ແລະ ຊົນລະປະທານຂອງ ສປ ຈີນ ສະແດງໃຫ້ເຫັນວ່າ: ປີ 2026, ກຳລັງຕິດຕັ້ງໄຟຟ້າ ພະລັງງານລົມ ແລະ ພະລັງງານແສງຕາເວັນທີ່ເພີ່ມຂຶ້ນໃໝ່ ຂອງ ສປ ຈີນ ຈະມີເຖິງ ປະມານ 300 ລ້ານກິໂລວັດ, ພະລັງງານໝູນວຽນ ຈະສືບຕໍ່ເປັນກໍາລັງແຮງຕົ້ນຕໍ ໃນການຫັນປ່ຽນ ຮູບແບບ ການພັດທະນາ ຕາມທິດສີຂຽວ ແລະ ກາກບອນຕ່ຳຂອງ ສປ ຈີນ. ນອກນີ້, ບົດລາຍງານ ຊີ້ໃຫ້ເຫັນວ່າ: ກຳລັງຕິດຕັ້ງພະລັງງານໝູນວຽນ ທີ່ເພີ່ມຂຶ້ນໃໝ່ ຂອງໂລກໃນປີ 2025 ມີເຖິງປະມານ 702 ລ້ານກິໂລວັດ, ກວມເອົາ 84,7% ຂອງກໍາລັງຕິດຕັ້ງ ທີ່ເພີ່ມຂຶ້ນໃໝ່ ຂອງຂະແໜງ ການໄຟຟ້າ ທົ່ວໂລກ. ຂະນະທີ່ ສປ ຈີນ ໄດ້ປະກອບສ່ວນ 63,6% ຕໍ່ກໍາລັງຕິດຕັ້ງໄຟຟ້າ ພະລັງງານໝູນວຽນທົ່ວໂລກ ທີ່ເພີ່ມຂຶ້ນໃໝ່ ເຊິ່ງ ສປ ຈີນ ສືບຕໍ່ເປັນແຮງຂັບເຄື່ອນຕົ້ນຕໍ ໃນການຊຸກຍູ້ການເຕີບໂຕ ຂອງພະລັງງານໝູນວຽນທົ່ວໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL