KPL
ເມືອງຫລິງຊານ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນ ກໍາລັງປະສົມປະສານເຕັກໂນໂລຊີກະສິກຳ ທີ່ ທັນສະໄໝເຂົ້າກັບ ໂຄງລ່າງພື້ນຖານ ການຂົນສົ່ງທີ່ສຳຄັນ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ ຖານະຂອງຕົນ

(ຂປລ) ເມືອງຫລິງຊານ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີຂອງຈີນ ກໍາລັງປະສົມປະສານ ເຕັກໂນໂລຊີກະສິກຳ ທີ່ ທັນສະໄໝເຂົ້າກັບ ໂຄງລ່າງພື້ນຖານ ການຂົນສົ່ງທີ່ສຳຄັນ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ ຖານະຂອງຕົນ ໃນການເປັນໜຶ່ງ ໃນເຂດຜະລິດ ໝາກລິ້ນຈີ່ ແຖວໜ້າ ຂອງປະເທດ ແລະ ຂະຫຍາຍການສົ່ງອອກ ໄປສູ່ຕະຫຼາດ ອາຊຽນ ແລະ ທົ່ວໂລກ.
ເມືອງຫລິງຊານ ໄດ້ຮັບການ ຂະໜານນາມວ່າເປັນ “ບ້ານເກີດຂອງໝາກລິ້ນຈີ່ ໃນປະເທດຈີນ” ທີ່ມີການປູກໝາກລິ້ນຈີ່ ໃນເນື້ອທີ່ຫຼາຍກວ່າ 28.000 ເຮັກຕາ ແລະ ມີຜົນຜະລິດປະມານ 160.000ໂຕນຕໍ່ປີ ຈາກ 48 ຄູ່ຮ່ວມມືການຄ້າ. ປະຈຸບັນ, ອໍານາດການປົກຄອງທ້ອງຖິ່ນ ກໍາລັງສຸມໃສ່ ນະວັດຕະກຳ ແລະ ລະບົບໂລຈິສະຕິກ ເພື່ອປັບປຸງສະມັດຖະພາບ ການຜະລິດ, ຮັບປະກັນ ຄວາມປອດໄພ ດ້ານສະບຽງອາຫານ ແລະ ເພີ່ມກໍາລັງ ຄວາມສາມາດ ໃນການແຂ່ງຂັນ ໃນລະດັບສາກົນ.
ເສົາຄໍ້າທີ່ສໍາຄັນ ຂອງ ຍຸດທະສາດນີ້ ແມ່ນສວນສາທິດ ໝາກລິນຈີ່ ຂອງ ລັດ ເຊິ່ງເຮັດໜ້າທີ່ ເປັນສູນວິໄຈ ແລະ ອະນຸລັກຫຼາຍກວ່າ ການ ເປັນສິນຄ້າ. ສວນແຫ່ງນີ້ ກວມເອົາເນື້ອທີ່ ຫລາຍກວ່າ 3.000 ເຮັກຕາ, ໂດຍສ້າງຕັ້ງ ໃຫ້ເປັນແຫຼ່ງອະນຸລັກພັນພືດ ລະດັບແຂວງ ໃນປີ 2021 . ປະຈຸບັນເຂດນີ້ ໄດ້ອະນຸລັກສາຍພັນ ໝາກລິ້ນຈີ່ ທັງພາຍໃນ ແລະຕ່າງປະເທດ ເຖິງ 330 ສາຍພັນ, ກາຍເປັນໜຶ່ງ ໃນແຫຼ່ງສະສົມ ຊັບພະຍາກອນ ທາງພັນທຸກຳ ຂະໜາດໃຫຍ່ທີ່ສຸດ ຂອງຈີນ.

ທ່ານ ຢາງຈ້ຽວ (Yang Jie) ຮອງຫົວໜ້າກົມກະສິກຳ ຝ່າຍຮັບຜິດຊອບ ວຽກງານຊົນນະບົດ ເມືອງຫລິງຊານໃຫ້ຮູ້ວ່າ: ສວນແຫ່ງນີ້ ຍັງມີຕົ້ນ ໝາກລິ້ນຈີ່ບູຮານ ທີ່ມີອາຍຸຍືນຍາວ ແລະໃຫ້ຜົນຜະລິດ ຫຼາຍກວ່າ 800ປີ ເຊິ່ງສະແດງໃຫ້ເຫັນເຖິງ ປະຫວັດສາດ ການປູກຝັງ ອັນຍາວນາ ຂອງພື້ນທີ່ນີ້. ສະນັ້ນ ເພື່ອເພີ່ມຄວາມຍືນຍົງ, ເມືອງຫລິງຊານ ໄດ້ນຳໃຊ້ວິທີ ການຄວບຄຸມ ສັດຕູພືດແບບໃໝ່ ເພື່ອຊ່ວຍຫລຸດຜ່ອນ ການໃຊ້ຢາ ເຄມີຂ້າແມງໄມ້ ຢ່າງຫຼວງຫຼາຍ. ເຕັກໂນໂລຊີ ທີ່ໂດດເດັ່ນທີ່ສຸດ ແມ່ນການນຳໃຊ້ ລະບົບໄຟແສງສະຫວ່າງ ພິເສດໃນຕອນກາງຄືນ ເພື່ອລົບກວນ ວົງຈອນ ຊີວິດຂອງໜອນເຈາະ ໝາກລິ້ນຈີ່, ເຮັດໃຫ້ພວກມັນ ບໍ່ສາມາດກິນອາຫານ, ປະສົມພັນແລະໄຂ່ໄດ້.
ເຕັກນິກທີ່ເປັນມິດ ຕໍ່ສິ່ງແວດລ້ອມນີ້ ຊ່ວຍໃຫ້ໄດ້ຜົນຜະລິດ ທີ່ມີສານເຄມີ ຕົກຄ້າງຕໍ່າຫຼາຍ ພ້ອມທັງ ຊ່ວຍໃຫ້ເກັບກ່ຽວ ໝາກໄມ້ ທີ່ມີຄຸນ ນະພາບສູງຂຶ້ນ. ເຕັກໂນໂລຊີດັ່ງກ່າວ ໄດ້ຮັບລາງວັນຊະນະເລີດ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈາກສະຖາບັນວິທະຍາສາດ ກະສິກຳກວາງຊີ ໃນປີ 2022. ນອກຈາກນັ້ນ, ເມືອງຫລິງຊານ ຍັງກຽມພ້ອມ ທີ່ຈະໄດ້ຮັບຜົນປະໂຫຍດ ຈາກການເປີດນຳໃຊ້ຄອງຜິງລູ່ (Pinglu Canal) ເຊິ່ງເປັນ ໂຄງການຂົນສົ່ງ ຂະໜາດໃຫຍ່ ໂດຍຄາດວ່າ ຈະຊ່ວຍເພີ່ມການເຊື່ອມຕໍ່ ລະຫວ່າງ ເຂດພາຍໃນຂອງກວາງຊີ ກັບ ເສັ້ນທາງ ການຂົນສົ່ງ ທາງທະ ເລສາກົນ. ສິ່ງດັ່ງກ່າວນີ້ ຄາດວ່າ ຈະຊ່ວຍຫຼຸດຜ່ອນຕົ້ນທຶນ ໂລຈິສະຕິກ ແລະ ໃຊ້ເວລາ ໃນການຂົນສົ່ງສັ້ນລົງ ເຮັດໃຫ້ການຂົນສົ່ງ ສິນຄ້າກະ ສິກຳ ສົດ, ໂດຍສະເພາະແມ່ນ ໝາກໄມ້ ທີ່ເນົ່າເປື່ອຍງ່າຍເຊັ່ນ: ໝາກລິ້ນຈີ່.

ປະຈຸບັນ, ເມືອງດັ່ງກ່າວ ໄດ້ສົ່ງໝາກລິ້ນຈີ່ ອອກໄປຍັງຕະຫຼາດ ຫຼາຍແຫ່ງ ແລະ ມີແຜນຈະຂະຫຍາຍ ການຂາຍໄປທົ່ວອາຊຽນ ຂຶ້ນຕື່ມອີກ. ດັ່ງນັ້ນ, ພາກສ່ວນກ່ຽວຂ້ອງ ເຊື່ອໝັ້ນວ່າ ການເຊື່ອມຕໍ່ການຂົນສົ່ງ ທີ່ປັບປຸງດີຂຶ້ນ, ບວກກັບ ການຄວບຄຸມ ຄຸນນະພາບ ແລະ ມາດຕະຖານ ສຸຂະນາໄມ ພືດທີ່ເຂັ້ມງວດ ຈະຊ່ວຍເພີ່ມກໍາລັງ ຄວາມສາມາດ ໃນການແຂ່ງຂັນ ຂອງເມືອງຫລິງຊານ ໃນຕະຫຼາດພາກພື້ນ ແລະ ທົ່ວໂລກ. ໃນຂະ ນະທີ່ ການກະກຽມ ຄວາມພ້ອມ ສຳລັບ ການເປີດນຳໃຊ້ຄອງ ເຊິ່ງຈະຍັງດຳເນີນຕໍ່ໄປ, ອຳນາດການປົກຄອງທ້ອງຖິ່ນ ກຳລັງເລັ່ງປັບປຸງ ການບໍລິຫານ ຈັດການສວນ, ຍົກລະດັບ ມາດຕະຖານ ການສົ່ງອອກ ແລະ ສົ່ງເສີມໝາກລິ້ນຈີ່ ຄຸນນະພາບດີ ຂອງ ເມືອງໃຫ້ເປັນທີ່ຮູ້ຈັກໃນລະດັບສາກົນ ເພື່ອ ເຮັດໃຫ້ເມືອງຫລິງຊານ ເປັນຕົວແບບ ໃນການປະສົມປະສານ ລະຫວ່າງກະສິກຳດັ້ງເດີມ, ນະວັດຕະກຳເຕັກໂນໂລຊີ ແລະ ການຄ້າທີ່ທັນສະໄໝ./
KPL