ຫາລືແຜນການສືບຕໍ່ກໍ່ສ້າງ ຫໍທຳມະສະພາແຂວງຫລວງພະບາງ

15/06/2026 12:14
Email Print 216
KPL ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ຄະນະກຳມະການຮັບຜິດຊອບໂຄງການກໍ່ສ້າງຫໍທໍາມະສະພາ ອົງການພຸດທະສາສະໜາສໍາພັນລາວ ແຂວງ ຫລວງພະບາງ ຈັດກອງປະຊຸມປຶກສາຫາລືວຽກງານສືບຕໍ່ການກໍ່ສ້າງ ໃນວັນ 12 ມິຖຸນາ 2026

      ຂປລ.  ທ່ີຫ້ອງວ່າການແຂວງ ໂດຍເປັນ ປະທານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ປະທານຄະນະຮັບ ຜິດຊອບໂຄງການກໍ່ສ້າງຝ່າຍຄາຣະວາດ, ມີການນຳຂອງແຂວງ, ບັນດາພະເຖຣານຸເຖລະ, ການຈັດຕັ້ງພັກ-ລັດ ທີ່ກ່ຽວຂ້ອງ ແລະ ແຂກຮັບເຊີນເຂົ້າຮ່ວມ. 

      ທ່ານ ທອງວັນ ຈັນນິລາ ຮອງປະທານແນວລາວສ້າງຊາດແຂວງ ຫລວງພະບາງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງວ່າດ້ວຍການແຕ່ງຕັ້ງ ຄະນະກຳມະການຮັບຜິດຊອບໂຄງການກໍ່ສ້າງຫໍທໍາມະສະພາຂອງອົງການພຸດ ທະສາສະໜາສໍາພັນລາວແຂວງ ຫລວງພະບາງ ແລະ ມະຕິຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕ້ັງຄະນະຮັບຜິດຊອບໂຄງການບູລະນະສ້ອມແປງຫລັງ ຄາພັດທະສີມມາ (ອາຣາມ) ວັດຄົກວ່າ. ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານສະພາບການດຳເນີນໂຄງການກໍ່ສ້າງຫໍທໍາມະ ສະພາອົງການພຸດທະສາສະໜາສໍາພັນລາວ ແຂວງຫລວງພະບາງ ໃນໄລຍະຜ່ານມາຊຶ່ງປັດຈຸບັນບັນ ດາໜ້າວຽກໄດ້ສືບຕໍ່ດຳເນີນຕາມແຜນການ ແລະ ມີຄວາມຄືບໜ້າຕາມຄາດໝາຍ ຍ້ອນຄະນະຮັບຜິດຊອບໄດ້ເອົາໃນໃສ່ຊີ້ນຳການກໍ່ສ້າງຢ່າງໃກ້ຊິດ, ທັງໄດ້ຮັບການສະໜັບສະໜູນທຶນຮອນເຂ້ົາໃນການ ກໍ່ສ້າງຈາກພາກສ່ວນຕ່າງໆ. 

     ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນແຂວງ ໄດ້ກ່າວວ່າ: ການແຕ່ງຕັ້ງຄະນະຮັບຜິດຊອບທັງສອງໂຄງການນ້ ເປັນການເພີ່ມທະວີການນໍາພາຂອງພັກ ຕໍ່ວຽກງານອົງການພຸດທະສາສະໜາ ໂດຍສະເພາະການມອບໝາຍຄວາມຮັບຜິດຊອບຂອງທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ມີຄວາມຮັບຜິດຊອບຮ່ວມກັນ ເຮັດໃຫ້ທັງສອງໂຄງການຂອງອົງການພຸດທະສາສະໜາສໍາພັນລາວແຂວງ ຫລວງພະບາງ ສາມາດດຳເນີນການຢ່າງມີປະສິດທິພາບ ແລະ ມີປະສິດທິຜົນສໍາເລັດຕາມຄາດໝາຍທີ່ກຳນົດໄວ້ແນໃສ່ອະນຸລັກ ແລະ ເສີມຂະຫຍາຍວັດທະນະທໍາອັນດີງາມຂອງປະຊາຊົນບັນດາເຜົ່າ ຫລວງພະບາງ ກໍຄືຂອງຊາດລາວ ໄວ້ໃຫ້ຍືນຍົງຕາມແນວທາງຂອງພັກໄດ້ວາງໄວ້. 

     ໂອກາດດຽວກັນ, ໄດ້ມີການ ມອບເງິນ ເພື່ອນໍາໃຊ້ເຂົ້າໃນໂຄງການສ້ອມແປງຫລັງຄາພັດທະສີມມາວັດຄົກວ່າ ປະກອບມີ: ທ່ານ ສົມສະຫວາດ ເລ່ັງສະຫວັດ 25.000 ໂດລາສະຫະລັດ, ທ່ານ ສີສັກ ຮຸ່ງວິໄລ 20.000 ໂດລາ ສະຫະລັດ, ທ່ານ ສະເໜີ ຈຸນລະມະນີ 11.000 ໂດລາສະຫະລັດ, ທ່ານ ສົມບູນ ສິດທິພອນ 2.000 ໂດລາ ສະຫະລັດ. ພ້ອມດຽວກັນນີ້, ພະອາຈານ ຄໍາພັນ ພັນທະມຸຕໂຕ ເຈົ້າອະທິການວັດຊຽງທອງຖວາຍປັດ ໄຈຈາກການຈັດບຸນ 84.000 ພະ ທໍາມະຂັນໃນບຸນຫົດສົງນ້ຳພະເຈົ້າໝ່ານ ປີໃໝ່ລາວ 2026 ຈຳນວນ 200 ລ້ານກີບ ແລະ ບໍລິສັດຊີມັງຄອນ 150 ລ້ານກີບ ເພື່ອນໍາໃຊ້ເຂົ້າໃນໂຄງການກໍ່ສ້າງຫໍທໍາມະສະພາອົງການພຸດທະສາສະໜາສຳພັນລາວ ແຂວງຫລວງພະບາງຕື່ມອີກ.

ຂ່າວ-ພາບ: ສົມສັກ ຈອມແປງສຸກ

KPL

ຂ່າວອື່ນໆ


Top