KPL
ຂປລ. ໃນສົກຮຽນ 2025-2026 ນີ້ ສູນສອບເສັງ ຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ ມສ ວຽງຈັນ ກຽມຄວາມພ້ອມຮອບດ້ານເພື່ອຮອງຮັບໃນບັ້ນສອບເສັງຄັ້ງນີ້ ບັນລຸຕາມຄາດໝາຍ ແລະ ຮັບປະກັນໄດ້ຄວາມໂປ່ງໃສ, ຄວາມປອດໄພ ແລະ ອື່ນໆ ຕາມຄາດໝາຍທີ່ວາງໄວ້.

ຂປລ. ໃນສົກຮຽນ 2025-2026 ນີ້ ສູນສອບເສັງ ຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ ມສ ວຽງຈັນ ກຽມຄວາມພ້ອມຮອບດ້ານເພື່ອຮອງຮັບໃນບັ້ນສອບເສັງຄັ້ງນີ້ ບັນລຸຕາມຄາດໝາຍ ແລະ ຮັບປະກັນໄດ້ຄວາມໂປ່ງໃສ, ຄວາມປອດໄພ ແລະ ອື່ນໆ ຕາມຄາດໝາຍທີ່ວາງໄວ້.
ທ່ານ ທອງພັນ ອຸໄລທອນ ຜູ້ອໍານວຍການໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ໄດ້ໃຫ້ສໍາພາດໃນວັນທີ 8 ມິຖຸນາ 2026 ນີ້ວ່າ: ສຳລັບການກຽມຄວາມພ້ອມໃນບັ້ນສອບເສັງ ມ4 ແລະ ມ7 ນີ້ ມສ ວຽງຈັນ ຂອງພວກເຮົາຖືເປັນສູນໜຶ່ງຂອງເມືອງຈັນທະບູລີ, ເປັນສູນໃຫຍ່ທີ່ສາມາດຮອງຮັບເອົານັກສອບເສັງໄດ້ຈຳນວນຫລາຍ ຊຶ່ງໃນສົກຮຽນນີ້ ສຳລັບບັ້ນສອບເສັງຈົບຊັ້ນ ມ4 ຈະເປີດສາກຂຶ້ນໃນວັນທີ 10-12 ມິຖຸນາ 2026, ມີຫ້ອງສອບເສັງທັງໝົດ 66 ຫ້ອງສອບ ແລະ ຫ້ອງຄະນະກຳມະການກາງ 1 ຫ້ອງ, ມີຈຳນວນນັກສອບເສັງທັງໝົດ 1.499 ນ້ອງ, ຍິງ 747 ນ້ອງ ຊຶ່ງມາຈາກ 15 ໂຮງຮຽນ, ໃນນັ້ນໂຮງຮຽນພາກລັດ 5 ແຫ່ງ ແລະ ມີກຳມະການຍາມຫ້ອງສອບເສັງປະຈຳສູນທັງໝົດ 135 ຄົນ, ຍິງ 95 ຄົນ. ແນວໃດກໍດີ, ເພື່ອກຽມຄວາມພ້ອມຮອບດ້ານໃຫ້ແກ່ບັ້ນສອບເສັງ ມ4 ຄັ້ງນີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ທາງສູນໄດ້ມີການລວມຄູ-ອາຈານ ແລະ ນ້ອງນັກຮຽນ ມ4 ເພື່ອເຜີຍແຜ່ກົດລະບຽບການສອບເສັງ ໂດຍສະເພາະສິດໜ້າທີ່ ແລະ ຂໍ້ຫ້າມຕ່າງໆ. ນອກຈາກນັ້ນ. ກໍໄດ້ອະນາໄມສະຖານອ້ອມຮອບໂຮງຮຽນ, ອະນາໄມຫ້ອງນ້ຳໃຫ້ສະອາດ, ສິດຢາຂ້າຍຸງລາຍ, ສ້ອມແປງໂຕະ-ຕັ່ງ, ຈັດຫ້ອງແຕ່ລະຫ້ອງບັນຈຸໂຕະຕັ່ງເຂົ້າ 22-24 ຊຸດ/ຫ້ອງ ແລະ ສ້ອມແປງດອກຟ້າ, ພັດລົມ ແຕ່ລະຫ້ອງ ແລະ ຕິດຕັ້ງບັ້ງດັບເພີງໄວ້ຕາມຈຸດຕ່າງໆທີ່ສຳຄັນ ເພື່ອປ້ອງກັນການເກີດອັກຄີໄພ ຊຶ່ງຮັບປະກັນວ່າຢູ່ໃນສະພາບພ້ອມໃຊ້ງານ 100%, ມີຄວາມພ້ອມຮອບດ້ານ 100% ໃນການຈັດຕັ້ງການສອບເສັງຈົບ ມ4 ແລະ ມ7 ສົກຮຽນ2025-2026 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ພ້ອມນັ້ນ, ສູນຂອງພວກເຮົາກໍຮັບປະກັນບໍ່ໃຫ້ມີຫົວຂໍ້ສອບຮົ່ວໄຫລເດັດຂາດ, ເພາະກ່ອນຈະມາເຖິງຈຸດນີ້ກໍໄດ້ມີການລວມີຄູ ລວມນັກຮຽນ ເພື່ອເຜີຍແຜ່ລະບຽບ, ສິດໜ້າທີ່ ແລະ ຂໍ້ຫ້າມຕ່າງໆ ເພື່ອບໍ່ໃຫ້ນັກຮຽນເຮັດຜິດລະບຽບ ໂດຍສະເພາະແມ່ນໂທລະສັບມືຖືແມ່ນບໍ່ໃຫ້ມີເດັກຂາດ ກ່ອນຈະເຂົ້າຫ້ອງສອບເສັງຈະໄດ້ກວດຄົ້ນຄັກແນ່ .ສ່ວນຄະນະກຳມະການຍາມຫ້ອງເສັງແມ່ນມີຫລາຍພາກສ່ວນມາຍາມ ກໍຄືຢູ່ແຕ່ລະເມືອງ. ສະນັ້ນ, ຄະນະກຳມະການທເມືອງກໍໄດ້ມາເຜີຍແຜ່ລະບຽບ ແລະ ຂໍ້ຫ້າມຕ່າງໆ ໃຫ້ຄູອາຈານທີ່ມາຍາມຫ້ອງຢູ່ສູນ ມສ ວຽງຈັນ.
ສຳລັບການສອບເສັງຈົບຊັ້ນ ມ7 ທີ່ຈະສອບເສັງໃນລະຫວ່າງວັນທີ 17-19 ມິຖຸນາ 2026 ທີ່ຈະມາເຖິງນີ້, ສູນ ມສ ວຽງຈັນ ໃນ 24 ສູນ ຖືວ່າເປັນສູນໃຫຍ່ກວ່າໝູ່ ໃນນະຄອນຫລວງວຽງຈັນ ໃນດ້ານຈຳນວນພົນ ແລະ ຈຳນວນຫ້ອງສອບ, ມີຫ້ອງສອບເສັງ 64 ຫ້ອງ, ມີ 10 ໂຮງຮຽນ; ໃນນັ້ນໂຮງຮຽນລັດມີ ມສ ວຽງຈັນ, ເພຍວັດ, ເຈົ້າອານຸວົງ ແລະ ມສ ພອນສະຫວັນແຫ່ງຊາດ. ສ່ວນລະບຽບ ແລະ ຂໍ້ຫ້າມຕ່າງໆແມ່ນຄືກັບ ມ4, ອັນທີ່ຕ່າງ ມ7 ແມ່ນກວດບົດສອບເສັງດ້ວຍໃຊ້ເຄື່ອງຈັກກວດເສັງແບບປາລະໄນ, ພາສາລາວ ແລະ ວັນນະຄະດີແມ່ນໃຊ້ຄົນກວດ. ການສອບເສັງຈົບຊັ້ນ ມ7 ຄັ້ງນີ້. ສະເພາະ ມສ ວຽງຈັນ ມີນ້ອງນັກຮຽນເຂົ້າສອບເສັງຈຳນວນ 502 ຄົນ,ຍິງ 215 ຄົນ ລວມຈຳນວນນັກຮຽນທີ່ມາສອບເສັງທັງໝົດຈຳນວນ 1.272 ຄົນ.

ທ່ານ ທອງພັນ ອຸໄລທອນ ກ່າວຕື່ມວ່າ: ໃນສົກຮຽນ 2025-2026 ນີ້ ມສ ວຽງຈັນ ມີນັກຮຽນທັງໝົດ 3.400-3.500 ຄົນ. ການຮຽນການສອນ ຖືວ່າໄດ້ເອົາໃຈໃສ່ ນອກຈາກວຽກງານວິຊາສະເພາະ ກ່ອນເປີດສົກໂຮງກໍໄດ້ມີການຝຶກອົບຮົມໃຫ້ຄູແຕ່ລະວິຊາ ເພື່ອກຽມຄວາມພ້ອມແກ່ສົກຮຽນໃໝ່. ສຳລັບສົກຮຽນນີ້ກໍໄດ້ມີການສອນປົກກະຕິຕາມແຜນໂຮງຮຽນວາງອອກ ໂດຍສະເພາະແມ່ນແຜນດຳເນີນງານທີ່ໄດ້ກຳນົດໄວ້, ຄູແຕ່ລະວິຊາກໍໄດ້ມີການແຕ່ງບົດສອນ ດ້ວຍ 2 ຮູບແບບຄື: ແບບທີ 1 ແມ່ນແຕ່ງໃສ່ປຶ້ມແຕ່ງບົດສອນທີ່ທາງຂັ້ນເທິງແຈກຢາຍໃຫ້ ແລະ ແບບທີ 2 ແມ່ນແຕ່ງບົດສອນດ້ວຍພາວເວີພອຍ ເພາະດຽວນີ້ ຫ້ອງຮຽນຂອງພວກເຮົາ 78 ຫ້ອງແມ່ນມີຄວາມພ້ອມໃນການສິດສອນແບບເອເລັກໂຕຣນິກ. ນອກນັ້ນ ກໍມີແຜນກິດຈະກຳຕ່າງໆໂດຍສະເພາະແມ່ນແຜນບຳລຸງນັກຮຽນເກັ່ງ, ໃນເດືອນ 10 ຂອງທຸກໆປີ ກໍໄດ້ມີການຄັດເລືອກເອົານັກຮຽນເກັ່ງມາຮຽນບຳລຸງເພື່ອໄປສອບເສັງໃນລະດັບເມືອງ, ລະດັບແຂວງ ແລະ ລະດັບຊາດ. ນອກຈາກນັ້ນ, ຍັງມີິກິດຈະກຳຕ່າງໆທີ່ຕິດພັນກັບການສິດສອນຂອງພວກເຮົາເປັນຕົ້ນແມ່ນງານວິທະຍາສາດ ຫລື ກິດຈະກຳສິລະປະກິລາ ແລະ ອື່ນໆ. ສຳລັບສົກຮຽນນີ້ ພວກເຮົາກໍໄດ້ເອົາໃຈໃສ່ນອກຈາກສິດສອນວິຊາສະເພາະແລ້ວ ໄດ້ເນັ້ນໃຫ້ຄູ-ອາຈານແຕ່ລະທ່ານເອົາໃຈໃສ່ສຶກສາອົບຮົມແນວຄິດລູກຫລານຕັ້ງໃຈຮຳ່ຮຽນໜັງສືເພາະຍັງມີນັກຮຽນຈຳນວນໜຶ່ງຍັງຖືເບົາຕໍ່ການສຶກສາຮ່ຳຮຽນ.
ສຸດທ້າຍນີ້ຂ້າພະເຈົ້າຂໍຝາກເຖິງລູກຫລານນັກຮຽນ, ຜູ້ປົກຄອງທຸກໆທ່ານ ໃນໄລຍະທີ່ຈະສອບເສັງຈົບຊັ້ນ ມ4 ແລະ ມ7 ນີ້ ໃຫ້ນ້ອງນັກຮຽນເອົາໃຈໃສ່ສຶກສາຄົ້ນຄວ້າຮ່ຳຮຽນ, ເອົາໃຈໃສ່ມາເຂົ້າຫ້ອງສອບເສັງໃຫ້ທັນເວລາ, ມາເສັງໃຫ້ຄົບທຸກວິຊາ ແລະ ຂໍໃຫ້ຜູ້ປົກຄອງທຸກທ່ານຊ່ວຍເອົາໃຈໃສ່ເບິ່ງແຍງຕິດຕາມລູກຫລານຂອງຕົນໃຫ້ນຸ່ງເຄື່ອງຖືກລະບຽບວິໄນ ແລະ ຕິດຕາມລູກຫລານແຕ່ລະມື້ໃຫ້ມາສອບເສັງໃຫ້ຄົບ.
KPL