ປະຫວັດກອງປະຊຸມໃຫຍ່ຂອງ ພັກປະຊາຊົນປະຕິວັດລາວ ສະໄໝທີ I - X
ເນື້ອໃນ, ທິດທາງ, ໜ້າທີ່ຕົ້ນຕໍ, ທີ່ພັກເຮົາວາງອອກ ໃນແຕ່ລະສະໄໝກອງປະຊຸມໃຫຍ່
ນັບ ແຕ່ມື້ສ້າງຕັ້ງພັກປະຊາຊົນປະຕິວັດລາວຄື: ວັນທີ 22/03/1955 ເປັນຕົ້ນມາ, “ ພັກປະຊາຊົນ ປະຕິວັດລາວ” ໃນຖານະເປັນພັກກໍາອໍານາດ ດຳລົງ ບົດບາດເປັນແກນນຳ ໃນລະບົບການເມືອງ, ເປັນພັກທີ່ມີຄວາມປີຊາສາມາດ ໃນການຊີ້ນໍາ-ນຳພາ ພາລະກິດຕໍ່ສູ້ປົດປ່ອຍຊາດ ຄື: ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ໃນຂະບວນວິວັດ ແຫ່ງປະຫວັດສາດ ອັນລະອິດລະອ້ຽວດັ່ງກ່າວ ພັກເຮົາໄດ້ກຳນົດແນວທາງຍຸດທະສາດ, ບາດກ້າວເດີນ ແລະ ວິທີປະຕິວັດ ຂອງຊາດລາວ ໂດຍສອດຄ່ອງກັບເງື່ອນໄຂສະພາວະຄວາມເປັນຈິງຂອງປະເທດ ແລະ ສະພາບແວດລ້ອມທາງສາກົນ ໃນແຕ່ລະໄລຍະ, ສາມາດສະຫລຸບ ແລະ ຖອດຖອນໄດ້ບົດຮຽນ ໃນແຕ່ລະໄລຍະແຫ່ງບາດລ້ຽວ ປະຫວັດສາດຂອງການປະຕິວັດ ເຊິ່ງສາມາດຍາດໄດ້ໄຊຊະນະ ແລະ ມີຜົນສໍາເລັດ ໃນຫລາຍດ້ານ; ການປັບປຸງແນວທາງ ແຜນນະໂຍບາຍຕ່າງໆ ທີ່ວາງອອກນັ້ນ ນັບມື້ມີຄວາມສົມບູນຍິ່ງຂຶ້ນ.
ເນື້ອໃນ, ທິດທາງ, ໜ້າທີ່ຕົ້ນຕໍ ທີ່ພັກເຮົາວາງອອກ ໃນແຕ່ລະສະໄໝກອງປະຊຸມ, ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ່ I ເຖິງ ຄັ້ງທີ X ຂອງພັກ ເຊິ່ງສັງລວມຫຍໍ້ ມີດັ່ງນີ້:
I. ກອງປະຊຸມໃຫຍ່ ຄັ້ງທີ I ຂອງພັກ: (22/03-06/04/1955)
II. ກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ: (03-06/02/1972)
III. ກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ: (27,30/04/1982)
IV. ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ: (13-15/11/1986)
V. ກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ: (27-29/03/1991)
VI. ກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກ: (18-20/03/1996)
VII. ກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກ: (12-14/03/2001)
VIII. ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ: (18-21/03/2006)
IX. ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ: (17-21 /03/2011)
X. ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ: (18-22/01/2016)