ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ (18-21/3/2006)


- ດຳ​ເນີນ​ແຕ່​ວັນ​ທີ 18 ຫາ​ ວັນ​ທີ 21 ​ເດືອນ​ ມີນາ ປີ 2006, ທີ່​ນະຄອນຫລວງ​ວຽງ​ຈັນ; ພາຍ​ໃຕ້​ການ​ເປັນ ປະທານ​ຂອງ​ສະຫາຍ ຄຳ​ໄຕ ສີ​ພັນ​ດອນ, ປະທານ ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ;
- ​ເຂົ້າຮ່ວມ​ກອງ​ປະຊຸມ​ໃຫຍ່ ຄັ້ງນີ້ ມີ​ຜູ້​ແທນ 498 ສະຫາຍ ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ສະມາຊິກ​ພັກ​ທັງ​ໝົດ ຈຳນວນ 148.590 ສະຫາຍ ຢູ່​ບັນດາ​ຂະ​ແໜງ​ການ ​ອ້ອມ​ຂ້າງ​ສູນ​ກາງ, ທ້ອງ​ຖິ່ນ ​ແລະ​ຮາກ​ຖານ​ຕ່າງໆ ​ໃນ​ທົ່ວປະ​ເທດ;
- ກອງ​ປະຊຸມ​ຄັ້ງນີ້ ​ໄດ້​ເລືອກ​ເອົາ 55 ສະຫາຍ ​ເປັນ​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ ເລືອກເອົາ ສະຫາຍ ຈູມມາລີ ໄຊຍະສອນ ເປັນເລຂາທິການໃຫຍ່, ກົມ​ການ​ເມືອງ ປະກອບມີ 11 ສະຫາຍ, ​ເລືອກ​ຕັ້ງ​ເອົາ​ຄະນະ​ເລຂາທິການ ​ສູນ​ກາງ​ພັກ 7 ສະຫາຍ, ​ເລືອກ​ເອົາ​ປະທານ ​ແລະ ຮອງ​ປະທານ ຄະນະ​ກຳມະການ​ກວດກາພັກ​ຂັ້ນສູນ​ກາງ ຈຳນວນ 3 ສະຫາຍ.

* ​ສັງ​ລວມ​ຫຍໍ້​​ເນື້ອ​ໃນຂອງ​ມະຕິ ມີ​ດັ່ງນີ້ :
1)- ສະຫລຸບ​ຕີ​ລາຄາການ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່ ​ໃນ 20 ປີ ​ແລະ ​ການ​ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່ ຄັ້ງທີ VII ຂອງ​ພັກ ​ໂດຍ​ມີ​ຂໍ້​ສະຫລຸບ ​ທີ່​ສໍາ ຄັນ ​ແລະ ຕົ້ນຕໍ ດັ່ງນີ້:
1.1- ແນວທາງ​ປ່ຽນ​ແປງ​ໃໝ່ ​ແມ່ນ​ຖືກຕ້ອງ​ສອດຄ່ອງ​ກັບ​ສະພາວະ​ຄວາມ​ເປັນ​ຈິງ​ທາງ​ ດ້ານ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ເຮົາ, ຖື​ກກັບ​ຄວາມ​ມຸ່ງ​ມາດ​ປາຖະໜາ ​ຂອງ​ປະຊາຊົນ​ບັນດາ​ເຜົ່າ, ບັນດາ​ຊັ້ນຄົນ ​ແລະ ​ໄດ້​ຮັບ​ການ ​ສະໜັບສະໜູນ​ຈາກ​ພາຍ​ໃນ ​ແລະ ​ຕ່າງປະ​ເທດ​ຢ່າງ​ກວ້າງຂວາງ, ​ເປັນ​ປັດ​​ໄຈ ຮັບປະ ກັນ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ ​ແລະ ​ຄວາມ​ໝັ້ນຄົງ​ຂອງ​ລະບອບ​ປະຊາທິປະ​ໄຕ​ປະຊາຊົນ.
1.2- ​ແນວທາງ​ປ່ຽນ​ແປງ​ໃໝ່​ໄດ້​ສ້າງ​ເງື່ອນ​ໄຂ​ ແລະ ​ກາລະ​ໂອກາດ​ໃໝ່​ໃຫ້​ແກ່​ ການ​ຂຸດ​ຄົ້ນກຳລັງ​ແຮງ​ສັງ​ລວມພາຍ​ໃນ​ຊາດ ສົມທົບ​ກັບ​ກຳລັງ​ແຮງ​ຂອງ​ ສາກົນ​ເຂົ້າ​ໃນ​ການ​ພັດທະນາ, ​ເຮັດ​ໃຫ້​ເສດ​ຖະກິດ​ແຫ່ງ​ຊາດ​ມີ​ຊີວິດ​ຊີວາ ​ແລະ​ຂະຫຍາຍຕົວ​ຕໍ່​ເນື່ອງ​ຕະຫລອດ​ໄລຍະ 20 ​ປີ ​ໃນ​ລະດັບ ​ສະ​ເລ່ຍ 6,2%, ​ເຊິ່ງ​ເຮັດ​ໃຫ້​ລວມຍອດ​ຜະລິດ​ຕະພັນ​ພາຍ​ ໃນ​ໄລ່​ສະ​ເລ່ຍຕາມ​ຫົວ​ຄົນ​ເພີ່ມ​ຂຶ້ນກວ່າ 2 ​ເທົ່າ​ຕົວ, ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ​ ແລະ ​ຈິດ​ໃຈ​ຂອງ​ປະຊາຊົນ ​ໄດ້​ຮັບ​ການ​ປັບປຸງ ​ແລະ​ ຍົກ​ສູງ​ຂຶ້ນລື່ນ​ແຕ່​ກ່ອນ​ຢ່າງ​ຈະ​ແຈ້ງ.
1.3- ແນວທາງ​ປ່ຽນ​ແປງ​ໃໝ່​ໄດ້​ກຳນົດ​ທິດ​ທາງ​ຢ່າງ​ຖືກຕ້ອງ ​ແລະ ​ຮັບປະກັນ​ການ​ປັບປຸງ​ບູລະນະ​ລະບົບ​ການ​ເມືອງ​ ຂອງ​ລະບອບ​ປະຊາທິປະ​ໄຕ ​ປະຊາຊົນ ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມ​ແຂງ​ຍິ່ງ​ຂຶ້ນ, ​ເປັນ​ຕົ້ນ ​ແມ່ນ​ໄດ້​ເຮັດ​ ໃຫ້​ບົດບາດ​ ການ​ນຳພາ​ຂອງ​ພັກ​​ໄດ້​ຮັບ​ການ​ເຊີດ​ຊູ​ສູງ​ຂຶ້ນ ​ແລະ ​ເຮັດ​ໃຫ້​ຄວາມ​ສາມັກຄ ີ​ປອງ​ດອງ ​ຂອງ​ປວງ​ຊົນ​ລາວ​ບັນດາ​ເຜົ່າ​ແໜ້ນ​ແຟ້ນຂຶ້ນ. ພ້ອມ​ກັນນັ້ນກໍ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະ​ເທດ ​ນັບ​ມື້ນັບ​ເປີດ​ກວ້າງ​ ອອກ ​ແລະ​ ບົດບາ​ດ ອິດ​ທິພົນ​ຂອງ​ພັກ ກໍ​ຄື ​ຂອງ​ປະ​ເທດ​ເຮົາ​ສູງ​ເດັ່ນ​ຂຶ້ນ​ໃນ​ເວທີ​ພາກພື້ນ ​ແລະ​ສາກົນ.
2)- ກອງ​ປະຊຸມ​ໃຫຍ່ ​ໄດ້​ຢືນຢັນ ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ 5 ບົດຮຽນ​ແຫ່ງ​ການ​ປ່ຽ​ນ​ແປງ​ໃໝ່​ເຂົ້າ​ໃນ​ພາລະກິດ ປົກ​ປັກ​ຮັກສາ ​ແລະ ​ສ້າງສາ​ປະ​ເທດ​ຊາດ ​ໃນ​ຂັ້ນຕໍ່​ໄປ ຄື :
2.1- ຕ້ອງ​ສືບຕໍ່​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ຕິດ​ແໜ້ນກັບ​ການ​ເຊີດ​ຊູນ້ຳ​ໃຈ​ຮັກ​ຊາດ, ​ເສີມ​ຂະຫຍາຍ​ຈິດ​ໃຈ ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ​ເພິ່ງ​ຕົນ​ເອງ ​ແລະ ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຖື​ອັນ​ນີ້​ເປັນ​ປັດ​​ໄຈ​ຕັດ​ສິນ​ຜົນສຳ​ເລັດ​ຂອງ​ພາລະກິດ​ປ່ຽ​ນ​ແປງ​ໃໝ່.
2.2- ຕ້ອງ​ຢຶດໝັ້ນ​ໃນ​ແນວທາງ ອີງ​ໃສ່​ປະຊາຊົນ, ເສີມ​ຂະຫຍາຍ​ກຳລັງ​ແຮງ​ອັນ​ມະຫາສານ​ຂອງ​ປະຊາຊົນ ​ແລະ ​ເຮັດ​ທຸກ​ສິ່ງ ທຸກ​ຢ່າງ​ເພື່ອ​ຜົນ​ປະ​ໂຫຽດ ຂອງ​ປະຊາຊົນ, ​ເດັດ​ດ່ຽວ​ສະກັດ​ກັ້ນ ແລະ​ ກຳຈັດ​ປັດ​ເປົ່າ ພະຍາດ ​ອາດຍາ​ສິດ.
2.3- ປ່ຽນ​ແປງ​ໃໝ່ ຕ້ອງ​ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ, ຄວາມ​ສະຫງົບ ​ແລະ ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ, ​ເອົາ​ບັນຫານີ້​ເປັນ​ພື້ນຖານ ​ໃຫ້​ແກ່​ການ​ສ້າງສາ​ພັດທະນາ; ການ​ສືບຕໍ່​ພາລະກິດ ປ່ຽນ​ແປງ​ໃໝ່ ຕ້ອງ​ດຳ​ເນີນ​ໄປ​ຢ່າງ​ຄົບ​ຊຸດ, ຮອບ​ຄອບ ດ້ວຍ​ບາດກ້າວ​ອັນ​ເໝາະ​ສົມ ​ໂດຍ​ຢຶດ ໝັ້ນ 6 ຫລັກການ ພື້ນຖານ.
2.4- ປັບປຸງ ​ແລະ ​ເພີ່ມ​ທະວີ​ບົດບາ ນຳ​ພາ​ຂອງ​ພັກ ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ, ພ້ອມ​ກັນນັ້ນ ກໍ່​ເຊີດ​ຊູ​ຄວາມ​ສັກສິດ ​ແຫ່ງ​ການ​ຄຸ້ມ​ຄອງ​ຂອງ​ລັດຕາມ​ກົດໝາຍ, ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າຂອງ​ປະຊາຊົນ, ຮັບປະກັນ​ໃຫ້ການ​ສ້າງສາ ​ພັດທະນາ ດຳ​ເນີນ​ໄປ​ຖືກ​ຕາມ​ແນວທາງ ​ແລະ​ຈຸດໝາຍ​ຂອງ​ພັກ.
2.5- ຕັ້ງໜ້າ​ປະຕິບັດ​ທິດ​ນຳ​ແຫ່ງ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງ​ຊາດ ສົມທົບ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ຍາດ​ແຍ່ງ​ເອົາ​ການ​ສະໜັບສະໜູນ ຊ່ວຍ​ເຫລືອ​ຈາກ​ສາກົນ​ຢ່າງ​ມີ​ຫລັກການ ​ເພື່ອ​ຊຸກຍູ້ການ​ສ້າງສາ ​ພັດທະນາ​ປະ​ເທ​ດຊາດ ​ໃຫ້​ກາວ​ໜ້າ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.
3)- ໂດຍ​ກຳ​ແໜ້ນ​ທ່າ​ອ່ຽງລວມຂອງ​ສະພາບ​ແວດ​ລ້ອມ​ສາກົນ ​ແລະ​ສະພາວະ​ຄວາມ​ເປັນ​ຈິງ​ທາງ​ດ້ານ ​​ເສດຖະກິດ-ສັງຄົມ ຂອງ​ປະ​ເທດ​ເຮົາ, ກອງ​ປະຊຸ​ມ​ໃຫຍ່ ​ໄດ້​ເຫັນ​ພ້ອມ​ຮັບຮອງ​ເອົາ​ຄາດໝາຍ​ສູ້​ຊົນ ສຳລັບ​ໄລຍະ​ຮອດ​ປີ 2020 ​ແລະ​ປີ 2010 ດັ່ງນີ້:
3.1- ​ເມື່ອ​ຮອດ​ປີ 2020 :
- ປະ​ເທດ​ເຮົາ​ຕ້ອງ​ຫລຸດ​ພົ້ນອອກ​ຈາກ​ຄວາມ​ດ້ອຍ​ພັດທະນາ, ​ເປັນ​ປະ​ເທດ​ທີ່​ມີຄວາມ​ໝັ້ນຄົງ​ທາງ​ການ​ເມືອງ ​ແລະ ​ມີ​ຄວາມ​ສະຫງົບ​ປອດ​ໄພ​ທາງ​ສັງຄົມ ​ທີ່​ໜັກ​ແໜ້ນ; ​
- ເສດຖະກິດ​ຂະຫຍາຍ ຕົວ​ຕໍ່​ເນື່ອງ ​ແລະ ​ໝັ້ນທ່ຽງ ດ້ວຍ​ຈັງ​ວະ​ໄວ​ພໍ​ສົມຄວນ;
- ປະຊາຊົນ​ມີ​ຊີວິດ​ການ​ເປັນ​ຢູ່​ ລື່ນ​ລະດັບ​ປັດຈຸບັນ 3 ​ເທົ່າ, ​ເສດຖະກິດ​ແຫ່ງ​ຊາດ​ມີ​ພື້ນຖານ​ອັນ​ໝັ້ນຄົງ ດ້ວຍ​ໂຄງ​ປະກອບ​ກະສິກຳ-ປ່າ​ໄມ້ ຕິດ​ແໜ້ນ​ ກັບ​ອ​ຸດສາ​ຫະກຳ ​ແລະ ​ການ​ບໍລິການ ທີ່​ມີ​ຄວາມ​ສົມ​ສ່ວນ ​ແລະ ​ຕັ້ງໜ້າ, ມີ​ຄວາມ​ສາມາດ​ເຊື່ອມ​ໂຍງ​ເຂົ້າກັບ​ພາກພື້ນ ​ແລະ​ສາກົນ;
- ບັນດາ​ພາກສ່ວນ​ເສດຖະກິດ ລ້ວນ​ແຕ່​ມີ​ກຳລັງ​ແຮງ ​ແລະ ​ຂະຫຍາຍ​ຕົວຢ່າງ​ກົມກຽວ, ​ໃນນັ້ນ ພາກສ່ວນເສດຖະກິດ​ຂອງ​ລັດ ​ແ​ລະ ​ພາກສ່ວນ​ເສດຖະກິດ ​ຮ່ວມ​ມື​ຂອງ​ປະຊາຊົນ ກວມ​ສ່ວນ​ຫລາຍ ​ໃນ​ເສດຖະກິດ​ແຫ່ງ​ຊາດ; ​
- ເສດຖະກິດ​ຕະຫລາດ​ທີ​່ມີ​ການ​ຄຸ້ມ​ຄອງຂອງ​ລັດ ​ໄດ້​ເປັນ​ລະບົບ ​ແລະ ​ມີ​ປັດ​ໄຈ​ພື້ນຖານ ແຫ່ງ​ການ​ຫັນ​ເປັນ​ອຸດສາຫະກຳ ແລະ ​ຫັນ​ເປັນ​ທັນ​ສະ​ໄໝ.
- ລະບົບ​ການ​ເມືອງ​ປະຊາທິປະ​ໄຕ ປະຊາຊົນ ທີ່​ມີ​ພັກ​​ເປັນ​ແກ​ນນຳ ມີ​ຄວາມ​ໜັກ​ແໜ້ນ, ທາດ​ແທ້​ຂອງລັ​ດ​ ທີ່​ເປັນ​ລັດ​ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ, ສິດທິ​ຂອງ​ພົນລະ​ເມ​ືອງ ມີ​ການ​ຮັບ​ປະກັນ ດ້ວຍ​ການ​ຄຸ້ມ​ຄອງ​ຕາມ​ກົດໝາຍ​ຢ່າງ​ສັກສິດ, ປະຊາຊົນ​ບັນ​ດາ​ເຜົ່າ​ ມີ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ ​ແລະ​ ມີ​ເງື່ອນ​ໄຂ​ພັດທະນາ​ຕົນ​ເອງ​ທີ່​ດີ​ຂຶ້ນ ​ໂດຍ​ມີ​ລະດັບ​ການ​ສຶກສາ​ຈົບ​ຊັ້ນປະຖົມ ​ໃນ​ນັ້ນ ສ່ວນ​​ໃຫຍ່​ ແມ່ນ​ຈົບ​ມັດທະຍົມ​ ຕອນ​ຕົ້ນ ​ແລະ ​ໄດ້​ຮັບ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ ຢ່າງ​ທົ່ວ​ເຖິງ ​ແລະ ​ມີ​ຄຸນ​ນະ​ພາບ;

- ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ​ໄດ້​ຮັບການ​ປົກ​ປັກ​ຮັກ​ສາ ​ແລະ ​ພັດທະນາ​ໃຫ້​ອຸດົມ​ຮັ່ງມີ​ຕື່ມ​ອີກ;
- ສປປລາວ ມີ​ການ​ພົວພັນ​ຮ່ວມ​ມື​ອັນ​ກວ້າງຂວາງ​ກັບ​ສາກົນ ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍດມາ​ໃຫ້​ປະ​ເທດ​ຊາດ ​ແລະ​ ສາມາດ​ເຂົ້າຮ່ວມ​ກັບ​ປະຊາ​ຄົມ​ໂລກ ​ໃນ​ພາ ລະກິດ ສັນຕິພາບ, ມິດຕະພາບ ​ແລະ ​ການ​ຮ່ວມ​ມື​ພັດທະນາ.
3.2- ສຳລັບ​ໄລຍະ ​ແຕ່ 2006 ຮອດ​ປີ 2010 ​ແມ່ນ​:
- ​ເຮັດ​ໃຫ້​ທົ່ວ​ປະ​ເທດ​ມີ​ສະຖຽນ​ລະ​ພາບ​ອັນ​ໜັກ​ແໜ້ນ, ສ້າງ​ເງື່ອນ​ໄຂ​ອຳນວຍ​ໃຫ້​ເສດຖະກິດ​ຂະຫຍາຍຕົວ ​ໃນ​ລະດັບ​ຕໍ່​ເນື່ອງ, ບັນລຸ​ຄາດໝາຍ 7,5% ຂຶ້ນ​ໄປ ​ໃນ​ແຕ່ລະ​ປີ, ດ້ວຍ​ການ​ພັດທະນາ​ຂະ​ແໜງ​ການ​ກະສິກຳ-ປ່າ​ໄມ້ ຕິດ​ແໜ້ນ​ກັບອຸດສາຫະກຳ ​ແລະ​ ການ​ບໍລິການ​ຢ່າງ​ແຂງ​ແຮງ ​ແລະ​ມີ​ຈຸດ​ສຸມ.
- ສ້າງ​ໂຄງ​ປະກອບ​ທີ່​ມີ​ຄວາມ​ສົມສ່ວນ​ຫລາຍ​ຂຶ້ນ ​ແລະ ​ມີ​ດ້ານ​ທັນ​ສະ​ໄໝ, ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ທຸກ​ພາກສ່ວນ​ເສດຖະກິດ ​ແລະ ​ການ​ພົວພັນ ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ຢ່າ​ງ​ແຂງ​ແຮງ.
- ບົນ​ພື້ນຖານ​ການ​ຜະລິດ​ກະສິກຳ​ທີ່​ໜັກ​ແໜ້ນ ​ແລະ​ ການ​ຂຸດ​ຄົ້ນຂະ​ແໜງການ ທີ່​ເປັນ​ທ່າ​ແຮງ​ຢ່າງ​ມີ​ປະສິດທິ​ຜົນ​ນັ້ນ ການ​ຖາງ​ປ່າ​ເຮັດ​ໄຮ່​ປູກ​ເຂົ້າ ຕ້ອງ​ຢຸດຕິ​ ຢ່າງ​ສິ້ນ​ເຊີ​ງ ​ໂດຍ​ມີ​ອາຊີບ​ໃໝ່​ປ່ຽນ​ແທນ​ທີ່​ໝັ້ນຄົງ, ຄອບຄົວ​ທີ່​ທຸກ​ຍາກ​ ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ພື້ນຖານ.
- ປະ​ເທດ​ເຮົາ​ມີ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ-​ເຕັກນິກ, ວັດທະນະທຳ, ວິທະຍາສາດ ​ແລະ​ ບຸກຄະລາ​ກອນ​ທີ່​ມີ​ຄຸນ​ນະພາ​ບ ຈຳນວນ​ໜຶ່ງ ​ເພື່ອ​ຮອງ​ຮັບ​ການ​ຫັນ ​ເປັນ​ທັນ​ສະ​ໄໝ;
- ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ​ ແລະ ວັດທະນະທຳ​ ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ ​ແລະ​ ຍົກ​ສູງ​ຂຶ້ນຕື່ມ; ລາຍ​ໄດ້​ສະ​ເລ່ຍຢູ່​ໃນ​ລະດັບ 800 ​ໂດ​ລາ ຕໍ່​ຄົນ​ຕໍ່​ປີ.
4)- ສູ້​ຊົນ​ປະຕິບັດ 7 ທິດ​ທາງ, ​ໜ້າ​ທີ່​ລວມ ດັ່ງນີ້ :
4.1- ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນ​ພັກ ແລະ​ ຄວາມ​ເປັນ​ປຶກ​ແຜ່ນ​ໃນ​ທົ່ວ​ປວງ​ຊົນ, ຍົກ​ສູງ​ຈິດ​ໃຈ​ສູ້​ຊົນ, ຄວາມ​ດຸ​ໝັ່ນປະດິດ​ສ້າງ​ ແລະ ​ນ້ໍາໃຈ​ຮັກ​ຊາດ ​ເອກະລາດ ​ເປັນ​ເຈົ້າຕົນ​ເອງ ສ້າງ​ຄວາມ​ເຂັ້ມ​ແຂງ​ ດ້ວຍ​ຕົນ​ເອງ ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ​ ພັດທະນາ​ປະ​ເທດ​ຊາດ, ​ໂດຍ​ຖື​ເອົາ​ການ ​ພັດທະນາ​ເສດຖະກິດ​ເປັນ​ໃຈກາງ, ຍູ້​ແຮງ​ການ​ເຕີບ​ໂຕ​ທາງ​ເສດຖະກິດ ຕິດ​ພັນ​ກັບ​ການ​ແກ້​ໄຂ​ບັນຫາ​ສັງຄົມ, ຮັບປະກັນ​ໃຫ້​ການ​ຂະຫຍາຍ ຕົວ​ດຳ​ເນີນ​ ໄປ​ຖືກ ​ຕາມ​ຈຸດໝາຍ​ສັງຄົມ​ນິຍົມ, ກ້າວ​ໄປ​ທັນ​ກັບ​ກະ​ແສ​ການ​ພັດທະນາ​ຂອງ​ໂລກ, ກຳຈັດ​ພະຍາດ​ອາດຍາ​ສິດ ​ແລະ ​ການ​ສໍ້​ລາດ​ບັງ​ຫລວງ; ສະກັດ​ກັ້ນການ ​ຫັນປ່ຽນ​ໂດຍ​ສັນຕິ​ ຂອງອິດ​ທິກຳ ລັງ​ປໍລະ​ປັກ.
4.2- ຂຸດ​ຄົ້ນຄວາມ​ອາດ​ສາມາດ​ບົ່ມ​ຊ້ອນ​ຢູ່​ພາຍ​ໃນ​ປະ​ເທດ​ຢ່າງ​ສຸດ​ຂີດ ​ໂດຍ​ອີງ​ໃສ່​ຄົນ​ລາວ ​ແລະ ​ຊັບພະຍາກອນ​ຂອງ​ຊາດ​ທີ່​ເຮົາ​ມີ ສົມທົບ​ກັບ​ການ ​ເປັນ​ເຈົ້າການ​ຍາດ​ແຍ່ງ​ເອົາ​ການ​ຮ່ວມ​ມື​ຈາກ​ພາຍ​ນອກ; ​ເພີ່ມ​ທະວີ​ການ​ ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ, ​ເພີ່ມຄວາມ​ເປັນ​ເຈົ້າການ ​ແລະ​ ຄວາມ​ສາມາດ​ແຂ່ງຂັນ​ໃຫ້​ສູງ​ຂຶ້ນ ​ໃນ​ການ​ເຊື່ອມ​ໂຍງ​ກັບ​ບັນດາ​ປະ​ເທດ​ໃນ​ພາກພື້ນ ​ແລະ​ໃນ​ໂລກ ​ເພື່ອ​ຍູ້​ການຜະລິດ ​ແລະ​ ການ ​ບໍລິການ​ໃຫ້​ຂະຫຍາຍຕົວ; ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ​ ສ້າງ​ຄວາມ​ຮັ່ງມີ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ເທດ​ຊາດ.
4.3- ຂະຫຍາຍ​ກຳລັງ​ການ​ຜະລິດ ຕິດ​ພັນ​ກັບ​ການ​ສ້າງ ​ແລະ ​ປັບປຸງ​ການ​ພົວພັນ​ການ​ຜະລິດ​ໃຫ້​ສອດ​ຄ່ອງ ດ້ວຍ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ ​ແລະ​ ຄຸນ​ປະ​ໂຫຍດຂອງ​ທຸກ​ພາກສ່ວນ​ເສດຖະກິດ ​ໄປ​ຄຽງ​ຄູ່​ກັບ​ການປັບປຸງ ​ແລະ​ກໍ່ສ້າງ​ພາກສ່ວນ​ເສດຖະກິດ​ຂອງ​ລັດ ​ແລະ ​ພາກສ່ວນ​ເສດຖະກິດ​ຮ່ວມ​ມື​ ຂອງ​ປະຊາ​ຊົນ​ໃຫ້​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຂຶ້ນ ​ເພື່ອ​ເປັນ​ຫລັກ​ແຫ​ລ່ງ ​ແລະ ສາມາດ​ດຳລົງ​ບົດບາດ​ເປັ​ນ​ເຈົ້າພາ​ທາງ; ປະຕິບັດ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ​ຫັນ​ເປັນ​ທັນ​ສະ​ໄໝ ບົນ​ພື້ນຖານ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່​ເຂົ້າ​ໃນ​ບາງ​ຂົງ​ເຂດ, ບາງ​ຂະ​ແໜງ​ການ​ທີ່​ເປັນ​ທ່າ​ແຮງ ​ແລະ ​ເສດຖະກິດ​ຊົນນະບົດ ​ເຊັ່ນ: ກະສິກຳ-ປ່າ​ໄມ້, ອຸດສາຫະກຳ​ປຸງ​ແຕ່ງ, ຂະ​ແໜງໄຟຟ້າ ໂດຍ​ສະ​ເພາະ​ ໄຟຟ້າ​ນ້ຳຕົກ;  ການ​ບໍລິການ​ທາງ​ຜ່ານ, ກາ​ນທ່ອງ​ທ່ຽວ ​ແລະ ​ຂະ​ແໜງ​ບໍ່​ແຮ່ ​ເພື່ອ​ສ້າງ​ໂຄງປະກອບ ​ເສດຖະກິດ​ ກະສິກຳ-ປ່າ​ໄມ້ ຕິດ​ພັນ​ກັບ​ອຸດສາຫະກຳ ​ແລະ ​ການ​ບໍລິການ ກໍຄື ​ໂຄງ​ປະກອບ​ເສດຖະກິດ ຕາມ​ເຂດ​ແຄວ້ນ ​ໃຫ້​ເປັນ​ຕົນ ​ເປັນ​ຕົວ​ຂຶ້ນຢ່າງ​ສອດຄ່ອງ​ໃນ​ທົ່ວ​ປະ​ເທດ.
4.4- ຕັ້ງໜ້າ​ສົ່ງ​ເສີມ​ເສດຖະກິດ​ຄອບຄົວ (​ເສດຖະກິດ​ຄອບຄົວ​ ທຳມະ​ດາ, ​ເສດຖະກິດ​ຄອບຄົວ​ແບບ​ເປີດ​ກວ້າງ) ​ເພື່ອ​ຍົກ​ລະດັບ​ລາຍ​ໄດ້ ​ແລະ​ ຊີວິດ​ການ ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ ​ໄປ​ພ້ອມ​ກັບການ​ລົງທຶນ​ເປັນ​ໂຄງການ ຕາມ​ບໍລິ​ເວນ​ເຂດ​ແຄວ້ນ​ທີ່​ເປັນ​ຈຸດ​ສຸມ ​ເພື່ອ​ຊ່ວຍ​ໜູນ​ເສດຖະກິດ​ຄອບຄົວ​ໃຫ້​ຂະຫຍາຍ​ຕົວ. ພ້ອມ​ກັນນັ້ນກໍ່ສ້າງ​ການ​ສະ​ສົມ​ເພື່ອ​ມີ​ທຶນຮອນ​ພັດທະນາ​ຢ່າງ​ເປັນ​ ເຈົ້າການ​ໃນ​ຂັ້ນຕໍ່​ໄປ.
​4.5- ​ເອົາ​ໃຈ​ໃສ່​ພັດທະນາ​ການ​ສຶກສາ, ສາທາລະນະ​ສຸກ ​ແລະ ​ວັດທະນະທໍາ ​ແນ​ໃສ່​ສ້າງ​ບຸກຄະລາ​ກອນ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ, ມີ​ສີມື, ມີວິຊາການ ​ແລະ ​ພະ​ລາ​ນາ​ໄມ​ສົມບູນ​ໃຫ້​ໄດ້ ​ເພື່ອ​ສາມາດ​ຕອບ​ສະ​ໜອງ​ ຄວາມ​ຮຽກ ຮ້ອງ​ຕ້ອງການ​ຂອງ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ​ພັດທະນາ​ປະ​ເທດ​ຊາດ.
​4.6- ສືບຕໍ່​ປັບປຸງ​ລະບົບ​ການ​ເມືອງ, ສ້າ​ງພັກ​ໃຫ້​ປອດ​ໃສ, ​ເຂັ້ມ​ແຂງ ​ແລະ​ ໜັກ​ແໜ້ນ, ສຶກສາ​ອົບຮົມ ແລະ​ ບຳລຸງ​ຖັນ​ແຖວ​ສະມາຊິກ​ພັກ ​ໃຫ້​ເປັນແບບຢ່າງ​ ນຳ​ໜ້າ​ໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ ​ແລະ​ ການ​ດຳລົງ​ຊີວິດ​ທີ່​ສົດ ​ໃສກ້າວໜ້າ; ສ້າງ​ລັດ​ເຮົາ​ໃຫ້​​ເປັນ​ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ​ ເພື່ອ​ປະຊາຊົນ​ຢ່າງ​ແທ້​ຈິງ; ດຳ​ເນີນ​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ສັງຄົມ ຕາມ​ລະບຽບ​ກົດໝາຍ​ຢ່າງ​ສັກສິດ, ​ແກ້​ໄຂ​ບັນຫາ​ສັງຄົມ​ ໃຫ້​ມີ​ປະສິດທິພາບ, ​ເສີມ​ສ້າງ​ ອະລິຍະ​ທຳ​ທາງ​ດ້ານ​ຈິດ​ໃຈ ແລະ ຄວາມ​ຍຸຕິ​ທຳ​ ໃນ​ສັງຄົມ.
4.7- ດຳ​ເນີນ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ໃຫ້​ໄດ້​ດີ ດ້ວຍ​ການ​ດຳ​ເນີນ​ມາດ​ຕະການ​ຫັນ​ວຽກ, ຫັນ​ກຳລັງ​ພະນັກງານ, ພາຫະນະ, ທຶນຮອນ​ລົງ​ສູ່​ຮາກ​ຖານ, ລົງ​ເຖິງ​ປະຊາຊົນ; ສຶກສາ​ອົບຮົມ, ຈັດຕັ້ງ ​ແລະ​ ນຳພາ​ປະຊາຊົນ​ປະຕິບັດ ​ວຽກ​ງານ​ຕ່າງໆ ດ້ວຍ​ຄວາມ​ຕື່ນ​ຕົວ​ເປັນ​ເຈົ້າການ ​ແລະ​ ເປັນ​ຂະ​ບວນການ​ອັນ ​ກວ້າງຂວາງ ​ແລະ ​ຕໍ່​ເນື່ອງ​ຢູ່​ແຕ່ລະ​ຮາກ​ຖານ.
* ບົນ​ພື້ນຖານ​ທິດ​ທາງ​ໜ້າ​ທີ່​ລວມດັ່ງກ່າວ, ກອງ​ປະຊຸມ​ໃຫຍ່​ໄດ້​ກຳນົດ​ທັດສະນະ ​ແລະ​ແຜນ​ນະ​ໂຍບາຍ​​ໃຫຍ່​ຕໍ່​ຂົງ​ເຂດ​ວຽກ​ງານ​ຕ່າງໆ ດັ່ງນີ້ :
1)- ກຳນົດ​ທັດສະນະ ແລະ​ ຈຸດໝາຍ ກ່ຽວ​ກັບ​ການ​ພັດທະນາ​ປະ​ເທດ ​ໂດຍ​ເອົາ​ການ​ພັດທະນາ​ເສດຖະກິດ​ເປັນ​ໃຈກາງ, ສືບຕໍ່​ແກ້​ໄຂ​ຄວາມທຸກ​ຍາກ​ ຂອງ​ປະຊາຊົນ ​ໂດຍ​ຖື​ເອົາ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ຄອບຄົວ​ເປັນ ​ຈຸດ​ສຸມ, ບືນ​ຕົວ​ສຸດ​ຂີດ​ ປະຕິບັດ​ຄາດໝາຍ​ສູ້​ຊົນ​ ແກ້​ໄຂ​ຄວາມທຸກ​ຍາກ​ ຂອງ​ຄອບຄົວ​ ໃຫ້​ໄດ້​ໂດຍ​ພື້ນຖານ ​ໃນ​ປີ 2010;  ຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ແຫ່ງ​ຊາດ​ໃຫ້​ບັນລຸ​ຄາດໝາຍ 7,5% ຂຶ້ນ​ໄປ​ໃນ​ແຕ່ລະ​ປີ.
2)- ​ເພີ່ມ​ປະສິດທິພາບ​ແຫ່ງ​ການ​ຄຸ້ມ​ຄອງ​ມະຫາ​ພາກ​ຂອງ​ລັດ ຕໍ່​ເສດຖະກິດ​ຕະຫລາດ ​ເພື່ອ​ຮັບປະກັນ​ໃຫ້​ເສດຖະກິດ​-ສັງຄົມ​ຂອງ​ປະ​ເທດ​ເຮົາ​ຂະຫຍາຍຕົວ​ ໄປ​ຕາມ​ທິດ​ສັງຄົມ​ນິຍົມ.
3)- ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ໃນ​ທຸກ​ດ້ານ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ​ປະ​ເທດ​ເຮົາ​ໃນ​ໄລຍະ​​ໃໝ່; ​ເອົາ​ໃຈ​ໃສ່ການ​ປະຕິບັດ​ ນະ​ໂຍ ບາຍ​ສັງຄົມ​ໃຫ້​ເໝາະ​ສົມ ​ໂດຍ​ສອດຄ່ອງ​ກັບ​ເງື່ອນ​ໄຂ ​ແລະ​ ຄວາມ​ສາມາດ ​ຕົວ​ຈິງ​ຂອງ ​ເສດຖະກິດ ການ​ເງິນ​ຂອງ​ປະ​ເທດ​ເຮົາ.
4)- ບູລະນະ​ລັດ​ປະຊາທິປະ​ໄຕ ຂອງ​ພວກ​​ເຮົາ ຕາມ​ທິດ​ສ້າງ​ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ຜົນ​ປະ​ໂຫຍດຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ, ສ້າງ​ລັດ​ເຮົາ ​ໃຫ້​ເປັນ​ລັດ​ແຫ່ງ​ກົດໝາຍ​ເທື່ອ​ລະ​ກ້າວ ພາຍ​ໃຕ້​ການ​ນຳພາ​ຂອງ ​ພັກ.
5)- ​ເພີ່ມ​ທະວີ​ຄວາມ​ສາມັກຄີ​​ເປັນ​ປຶ​ກ​ແຜ່ນ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ບົນ​ພື້ນຖານ​ການ​ສ້າງ​ພັນທະ​ພາບ​ກຳມະກອນ, ກະສິກອນ, ນັກຮຽນ​ຮູ້​ປັນຍາ​ຊົນ ​ປະຕິວັດ ​ໃຫ້​ແໜ້ນ​ແກ່ນ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ.
6)- ປະຕິບັດ​ແນວທາງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນຮອບດ້ານ, ປົກ​ປ້ອງ​ເອກະລາດ, ອະທິປະ​ໄຕ ​ແລະ​ ຜື​ນ​ແຜ່ນດິນ ​ອັນ​ຄົບ​ຖ້ວນ ​ຂອງ​ຊາດ​ໄວ້​ໃຫ້​ໝັ້ນຄົງ, ຮັບປະກັນ​ສະຖຽນ​ລະ​ພາບ ​ແລະ​ ຄວາມ​ສະຫງົບ​ ອັນ​ໜັກ​ແໜ້ນສຳລັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ ແລະ​ການ​ທຳ​ມາ​ຫາ​ກິນ​ ຂອງ​ປະຊາຊົນ.
7)- ສືບຕໍ່​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ສ້າງສັນ, ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ຢ່າງ​ຕັ້ງໜ້າ ​ແລະ​ເປັນ​ເຈົ້າການ, ປະຕິບັດ​ນະ​ໂຍບາຍ​ພົວພັນ​ແບບ​ ຫລາຍ​ທິດ, ຫລາຍ​ຝ່າຍ ​ແລະ​ ຫລາຍ​ຮູບ​ແບບ ບົນ​ພື້ນຖານ​ເຄົາລົບ ​ເອກະລາດ, ອະທິປະ​ໄຕ ​ແລະ ​ຜືນ​ແຜ່ນດິນ​ອົນ​ຄົບ​ຖ້ວນ​ຂອງ​ກັນ, ບໍ່​ແຊກ​ແຊງ​ເຂົ້າ ວຽກ​ງານ​ພາຍ​ໃນ​ຂອງ​ກັນ ​ແລະ ​ກັນ, ສະ​ເໝີ​ພາບ ​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບຜົນ​ປະ​ໂຫຍດ.
* ​ເພື່ອ​ສືບຕໍ່​ ນຳພາ-ພາລະກິດ​ປ່ຽນ​ແປງ​ໃໝ່​ ​ໄປ​ສູ່​ຈຸດໝາຍ​ຢ່າງ​ມີ​ໄຊ, ກອງ​ປະຊຸມ​ໃຫຍ່​ໄດ້​ເປັນ​ເອກະ​ພາບ​ກັນ​ຕົກລົງ​ວ່າ: ຕ້ອງ​ຍົກ​ສູງ​ຄວາມ​ສາມາດ ​ແລະ ​ເພີ່ມ​ທະວີ​ບົດບາດ​ການ​ ນຳພາ​ຂອງ​ພັກ​ໃນ​ທຸກ​ດ້ານ, ສ້າງ​ພັກ​ ໃຫ້​ປອດ​ໃສ​ເຂັ້ມ​ແຂງ ​ແລະ​ໜັກ​ແໜ້ນ. ຢາກ​ເຮັດ​ໄດ້​ແນວ​ນັ້ນ ຕ້ອງ​ກຳ​ແໜ້ນ​ບັນດາ​ທິດ​ທາງ​ໜ້າ​ທີ່​ ໃຫຍ່ ດັ່ງ​ລຸ່ມ​ນີ້ :
1)- ຍົກ​ສູງ​ຄຸນ​ນະພາ​ບຂອງ​ວຽກ​ງານ​ການ​ເມືອງ-​ແນວ​ຄິດ ​ແລະ ​ເອົາ​ໃຈ​ໃສ່​ປັບປຸງ​ວຽກ​ງານ​ຄົ້ນຄວ້າ​ທິດ​ສະ​ດີ ບົນ​ພື້ນຖານ​ຢຶດໝັ້ນທິດ​ສະ​ດີ​ ມາກ-​ເລ​ນິນ, ທາດ​ແທ້​ປະຕິວັດ​ຂອງ​ຊົນ​ຊັ້ນກຳມະກອນ ​ແລະ ​ອຸດົມ​ການ​ສັງຄົມ​ນິຍົມ ຢ່າງ​​ເດັດ​ດ່ຽວ.
2)- ​ເພີ່ມ​ທະວີ​ວຽກ​ງານ​ສ້າງ​ພັກ​ໃຫ້​ໜັກ​ແໜ້ນ​ທາງ​ດ້ານ​ການຈັດຕັ້ງ ​ໂດຍ​ຢຶດໝັ້ນຫລັກການ​ລວມສູນ​ປະຊາທິປະ​ໄຕ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ​ໄປ​ພ້ອມ​ກັບ​ການ​ເພີ່ມ​ທະວີ​ລະບຽບ​ວິ​ໄນ​ພາຍ​ໃນ​ພັກຢ່າງ​ເຂັ້ມງວດ; ຕັ້ງໜ້າ​ ປັບປຸງ​ລະບອບ​ລະບຽບ​ການ ກ່ຽວ​ກັບ​ການຈັດຕັ້ງຮາກ​ຖານ​ພັັກ ​ແລະ ​ກົງຈັກ​ຊ່ວຍ​ວຽກ ​ຂອງ​ຄະນະ​ພັກ​ທຸກຂັ້ນ.
3)- ​ເຊີດ​ຊູ​ຄວາມ​ເປັນ​ແບບຢ່າງ​ ນຳ​ໜ້າ ​ຂອງ​ພະນັກງານ​ ສະມາຊິກ​ພັກ ​ໃນ​ທຸກ​ການ​ເຄື່ອນ​ໄຫວ​ວຽກ​ງານ ​ແລະ​ ການ​ດຳລົງ​ຊີວິດ.
4)- ສືບຕໍ່​ປັບປຸງ​ແບບ​ແຜນ​ນຳພາຂອງ​ພັກ ຕາມ​ທິດ​ເສີມ​ຂະຫ​ຍາຍ​ແບບ​ແຜນ​ນຳພາ ຕາມ​ແນວທາງ​ມະຫາຊົນ ອັນ​ເປັນ​ມູນ​ເຊື້ອ​ທີ່​ດີງາມ​ຂອງ​ພັກ​ເຮົາ; ພ້ອມ ​ກັນນັ້ນ ກໍຕ້ອງ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ພາຍ​ໃນ​ພັກ, ກຳຈັດ​ປັດ​ ເປົ່າ​ແບບ​ແຜນ​ອາດຍາ​ສິດ, ອັດຕະວະ​ໄສ ​ແລະ ​ຮູບ​ການ​ໃຫ້​ໄດ້.
5)- ​ເພີ່ມ​ທະວີ ​ແລະ​ ຍົກ​ສູງ​ຄຸນ​ນະພາ​ບຂອງ​ວຽກ​ງານ​ກວດກາ​ ດ້ວຍ​ການຄົ້ນຄວ້າ​ວາງ​ລະບຽບ​ການ ​ແລະ ​ກົນ​ໄກ​ອັນ​ລະອຽດ​ເປັນ​ລະບົບ ​ເພື່ອ​ປະຕິບັດ​ ການ​ກວດກາ ຂອງ​ການຈັດຕັ້ງຕໍ່​ບຸກຄົນ, ການ​ກວດກາ​ລະຫວ່າງ​ການ ຈັດຕັ້ງດ້ວຍ​ກັນ ກໍຄື ການ​ກວດກາຂອງຂັ້ນລຸ່ມ​ຕໍ່​ຂັ້ນ​ເທິງ​ໃຫ້​ປົກກະຕິ, ປະສານສົມທົບ ​ການ​ກວດກາ​ຂອງ​ພັກ, ຂອງລັດ ​ແລະ ​ການ​ກວດກາ​ຂອງ​ປະຊາຊົນ​ໃຫ້​ເໝາະ​ສົມ​ກົມກຽວ, ປະຕິບັດ​ລະບອບ​ກວດກາ ​ເພື່ອ​ສະກັດ​ກັ້ນ, ກວດກາ ​ເພື່ອ​ສົ່ງ​ເສີມ ​ແລະ​ ຂະຫຍາຍ​ອັນຕັ້ງໜ້າ ​ແລະ​ ປັດ​ໄຈ​ໃໝ່​ໃຫ້​ດີກ​ວ່າ​ເກົ່າ; ​ເອົາ​ໃຈ​ໃສ່​ປັບປຸງ​ວຽກ​ງານ​ປ້ອງ​ກັນ​ພັກ​ຕື່ມ​ອີກ.
6)- ບຳລຸງ​ຖັນ​ແຖວ​ພະນັກງານ ທັງ​ທາງ​ດ້ານ​ຄຸນສົມບັດ ​ແລະ ​ຄວາມ​ສາມາດ, ປັບປຸງ ​ແລະ ​ເພີ່ມ​ທະວີ​ຫລັກ​ໝັ້ນການ​ເມືອງ​ໃຫ້​ໜັກ​ແໜ້ນ, ມີ​ຄວາມ​ຈົງ ຮັກ​ພັກດີ​ຕໍ່​ປະ​ເທດ​ຊາດ ​ແລະ ມີນ້ຳ​ໃຈ​ຮັບ​ໃຊ້​ຊາດ-ຮັບ​ໃຊ້​ປະຊາຊົນ, ມີ​ແບບ​ແຜນ​ດຳລົງ​ຊີວິດ​ອັນ​ສົດ​ໃສ ​ແລະ ​ກ້າວໜ້າ, ມີ​ສະຕິ​ຕໍ່​ການຈັດຕັ້ງ ມີ​ລະບຽບວິ​ໄນ ​ແລະ ​ເຄົາລົບ​ກົດໝາຍ.



ສະຫາຍ ຈູມມາລີ ໄຊຍະສອນ

ສະຫາຍ ສະໝານ ວິຍະເກດ
ສະຫາຍ ທອງສີງ ທໍາມະວົງ
ສະຫາຍ ບຸນຍັງ ວໍລະຈິດ
ສະຫາຍ ສີສະຫວາດ ແກ້ວບຸນພັນ
ສະຫາຍ ອາຊາງ ລາວລີ

ສະຫາຍ ບົວສອນ ບຸບຜາວັນ

ສະຫາຍ ທອງລຸນ ສີສຸລິດ

ສະຫາຍພົນໂທ ດວງໃຈ ພິຈິດ

ສະຫາຍ ສົມສະຫວາດ ເລັ່ງສະຫວັດ

ສະຫາຍ ນາງ ປານີ ຢາທໍ່ຕູ້









Top