ກອງ​ປະຊຸມ​ໃຫຍ່​ ຄັ້ງທີ III ຂອງ​ພັກ (27-30/4/1982)


- ​ເປັນ​ກອງ​ປະຊຸມ​ເປີດ​ເຜີຍ​ທາງ​ການ ​ເທື່ອ​ທໍາ​ອິດ​ຕໍ່​ພາຍ​ໃນ ແລະ​ຕ່າງປະ​ເທດ. - ​ໄຂ​ຂຶ້ນ ວັນ​ທີ 27-30/04/1982, ສະຖານ​ທີ່ ນະຄອນຫລວງ​ວຽງ​ຈັນ. - ຜູ້​ແທນ​ເຂົ້າຮ່ວມ 228 ສະຫາຍ, ທີ່​ມາ​ຈາກ​ທຸກ​ຂົງ​ເຂດ​ການ​ເຄື່ອນ​ໄຫວ ແລະ ​ຈາກ​ທຸກໆ​ແຂວງ​ທີ່​ເປັນຕົວ​ແທນ​ໃຫ້​ແກ່​ສະມາຊິກ​ພັກ 35.000 ສະຫາຍ ​ໃນ​ທົ່ວ ​ປະ​ເທດ; ມີ​​ແຂກ​ພາຍ​ໃນ​ປະ​ເທດ 105 ສະຫາຍ, ​ແຂກ​ຕ່າງ​ປະ​ເທດ 11 ຄະນະ. - ກອງ​ປະຊຸມ​ໄດ້​ເລືອກ​ຕັ້ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ 55 ສະຫາຍ, ​ໃນ​ນັ້ນ ກຳມະການ​ສົມບູນ ມີ 49 ສະຫາຍ ​ແລະ ​ສໍາຮອງ 6 ສະຫາຍ, ສະຫາຍ ​ໄກສອນ ພົມວິຫານ ​ໄດ້​ຖືກ​ເລືອກ​ຕັ້ງ​ໃຫ້​ເປັນ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ ​ເປັນ​ສະ​ໄໝ​ທີ 3, ​ເລືອກ​ຕັ້ງກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ປະກອບ​ມີ 7 ສະຫາຍ ​ແລະ​ ຄະນະ​ເລຂາທິການ​ສູນ​ກາງ​ພັກ ປະກອບ​ມີ 9 ສະຫາຍ. * ​ສັງ​ລວມ​ໂດຍ​ຫຍໍ້ເນື້ອ​​ໃນ ຂອງກອງ​ປະຊຸມ​ໃຫຍ່​ ຄັ້ງທີ III ຂອງ​ພັກ: - ​ສະຫລຸບ​ສັງ​ລວມ​ໄຊຊະນະ​ຂອງ​ການ​ປະຕິວັດ​ຊາດ ປະຊາທິປະ​ໄຕ ​ແລະ ​ຜົນງານ ທີ່​ຍາດ​ມາ​ໄດ້ ​ໃນ 6 ປີ​ແຫ່ງ​ການ​ກໍ່ສ້າງ​ລະບອບ​ໃໝ່; ກຳນົດ​ແນວທາງ, ທິດ​ທາງ​ໜ້າ​ທີ່​ຂອງ​ການ​ປະຕິວັດ​ໃນ​ໄລຍະ​ໃໝ່, ​ໄລຍະ​ແຫ່ງ​ການ​ ປົກ​ປັກ​ຮັກສາ​ເອກະລາດ​ແຫ່ງ​ຊາດ ​ແລະ ​ຂ້າມ​ຜ່ານ​ກ້າວ​ຂຶ້ນສັງຄົມ​ນິຍົມ​ເທື່ອ​ລະ​ກ້າວ. - ຍ​ົກ​ໃຫ້​ເຫັນ 3 ຈຸດ​ພິ​ເສດ​ໃຫຍ່​ຂອງ​ການ​ປະຕິວັດ​ລາວ ​ໃນ​ໄລຍະ​ໃໝ່ຄື: + ປະ​ເທດ​ລາວ ພ້ອມ​ກັບ​ຫວຽດນາມ ​ແລະ​ ກໍາປູ​ເຈຍ ​ໄດ້​ກາຍ​ເປັນ​ປ້ອມ​ດ່ານ​ໜ້າ​ຂອງ​ລະບົບ​ສັງຄົມ​ນິຍົມ ຢູ່​ໃນ​ອາຊີ​ອາຄະ​ເນ, ດ້ວຍ​ເຫດ​ນັ້ນການ​ຕໍ່ສູ້​ ປົກ​ປັກ​ຮັກສາ​ເອກະລາດ ອະທິປະ​ໄຕ ​ແລະ ​ກໍ່ສ້າງ​ລະບອບ​ໃໝ່ ​ແມ່ນ​ດຸ​ເດືອດ​ຂ້ຽວຂາດ ​ແລະ​ ຍາວ​ນານ; + ປະ​ເທດ​ລາວ​ໄດ້​ສະຖາ​ປາ​ນາ​ລະບອບ​ການ​ເມືອງ​ທີ່​ກ້າວໜ້າ​ຂຶ້ນ, ປະຊາຊົນ​ລາວ​ບັນດາ​ເຜົ່າ ​ໄດ​້​ເປັນ​ເຈົ້າປະ​ເທດ​ຊາດ, ມີ​ຊັບພະຍາກອນທີ່​ອຸດົມສົມບູນ, ​ແຕ່​ ເສດຖະກິດ​ຍັງ​ດ້ອຍ​ພັດທະນາ, ລະດັບ​ວັດທະນະທຳ​ຍັງ​ຕ່ຳ; + ປະ​ເທດ​ລາວ​ກ້າວ​ເຂົ້າສູ່​ໄລຍະ​ໃໝ່​ຂອງ​ການ​ປະຕິວັດ ​ໃນ​ຂະ​ນະ​ທີ່​ການ​ປະຕິວັດ​ວິທະຍາສາດ-​ເຕັກນິກ​ ຄັ້ງທີ່ 3 ​ໃນ​ໂລກ​ພວມ​ຂະຫຍາຍຕົວ​ຢ່າງ​ຟົດຟື້ນ ​ແລະ ​ກວ້າງຂວາງ. - ກຳນົດ​ແນວທາງ​ລວມຂອງ​ການ​ປະຕິວັດ​ລາວ ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ກ້າວ​ຂຶ້ນສັງຄົມ​ນິຍົມ ຄື: + ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ​ແລະ ​ນໍາພາ​ປະຊາຊົນ​ບັນດາ​ເຜົ່າ​ປັບປຸງ ​ແລະ ​ເພີ່ມ​ທະວີຜະເດັດ​ການ​ກໍາມະ​ຊີບ​ຢ່າງ​ບໍ່​ຢຸດ​ຢັ້ງ, ຈັດຕັ້ງ ​ແລະ ​ຮັບ ປະກັນ​ໃຫ້​ປະ​ຊາ​ຊົນ​ຜູ້ອອກ​ແຮງ​ງານ​ເຜົ່າ​ຕ່າງໆ ສາມັກຄີ​ແໜ້ນ​ແຟ້ນ ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າປະ​ເທດ​ຊາດ, ​ເປັນ​ເຈົ້າສັງຄົມ, ດຳ​ເນີນ​ການ​ປະຕິວັດ ​ທັງ​ສາມ​ປະການ​ໄປ​ພ້ອມໆ​ກັນ, ​ໃນ​ນັ້ນ ການ​ປະຕິວັດ​ການ​ພົວພັນ​​ແຫ່ງການ​ຜະລິດ ມີ​ລັກສະນະ​​ໄຂ​ຊ່ອງ​ທາງ​ໃຫ້​ກຳລັງ​ການ​ຜະລິດ ​ຂະຫຍາຍຕົວ, ການ​ປະຕິ ວັດ ​ວິທະຍາສາດ-​ເຕັກນິກ ​ເປັນ​ຂໍ​ກຸນ​ແຈ​ຕົ້ນຕໍ, ການ​ປະ​ຕິ​ວັດ​ວັດທະນະທຳ​ແນວ​ຄິດ ຕ້ອງ​ໄປ​ກ່ອນ​ກ້າວ​ໜຶ່ງ, ທັງ​ໝົດ​ເຫລົ່ານັ້ນ ​ແມ່ນ​ເພື່ອ​ກໍ່ສ້າງສັງຄົມ​ນິຍົມ ຢູ່ປະ​ເທດ​ເຮົາ​. + ກ່ຽວ​ກັບ​ວຽກ​ງານ​ພັກ: ອອກ​ແຮງ​ກໍ່ສ້າງ​ພັກ​ໃຫ້​ເຂັ້ມ​ແຂງ​ຮອບດ້ານ, ຍົກ​ສູງ​ລັກສະນະ​ຊົນ​ຊັ້ນກຳມະກອນ ​ແລະ ​ລັກສະນະ​ນໍາ​ໜ້າ​ຕໍ່ສູ້, ຍົກ​ສູງ​ຄວາມ​ສາມາດ​ຂອງ​ພັກ ​ເພື່ອ​ກ້າວ​ໄປ​ຕາມ​ວັດຖຸ​ປະສົງ ​ແລະ ​ເປົ້າໝາຍ ​ທີ່​ພັກໄດ້​ ກໍານົດ​ໄວ້. + ຂຸດ​ຄົ້ນ ​ແລະ ​ເສີມ​ຂະຫຍາຍ​ທຸກ​ຄວາມ​ອາດສາມາດ​ບົ່ມ​ຊ້ອນ ຂອງ​ປະ​ເທດ​ຊາດ, ​ໂດຍ​ຫັນ​ຈາກ​ກະສິກໍາ-ປ່າ​ໄມ້, ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ຂະຫຍາຍ ​ອຸດສາຫະກໍາ. + ດັດ​ສ້າງ​ເສດຖະກິດ​ທຳ​ມະ​ຊາດ, ນຳ​ເອົາ​ການ​ຜະລິດ​ນ້ອຍ​ກ້າວ​ສູ່​ການ​ຜະລິດ​ໃຫຍ່​ສັງຄົມ​ນິຍົມ​ເທື່ອ​ລະ​ກ້າວ. + ປະຕິບັດ​ການ​ຫັນ​ເປັນ​ອຸດສາຫະກຳ​ເທື່ອ​ລະ​ກ້າວ​ຢ່າງ​ມີ​ຈຸດ​ໜັກ, ຖື​ເອົາ​ການ​ຫັນ​ເປັນ​ອຸດສາຫະກຳ​ສັງຄົມ​ນິຍົມ ເປັນ​ໜ້າ​ທີ່​ໃຈກາງ​ຂອງ​ສະ​ໄໝ​ຂ້າມ​ຜ່ານ. + ສ້າງຊີວິດອັນ​ອີ່ມ​ໜຳ​ສຳລານ ​ແລະ ​ສົມບູນ​ພູນ​ສຸກ​​ເບີກບານ​ມ່ວນ​ຊື່ນ​ໃຫ້​ແກ່​ປະຊາຊົນ​ເຜົ່າ​ຕ່າງໆ, ລົບ​ລ້າງ​ລະບອບ​ຄົນ​ຂູດ​ຮີດ​ຄົນ​ຢ່າງ​ຕະຫລອດ​ການ. + ​ເພີ່ມ​ທະວີ​ການປ້ອງ​ກັນຊາ​ດ-ປ້ອງ​ກັນຄວາມສະຫງົບ, ປົກປັກ​ຮັກສາ​ເອກະລາດ​ແຫ່ງ​ຊາດ, ອະທິປະ​ໄຕ ​ແລະ ​ລະບອບ​ໃໝ່​ໄວ້​ຢ່າງ​ໝັ້ນຄົງ​, ກໍ່ສ້າງ​ປະ​ເທດ ​ລາວ ສັນຕິພາບ ​ເອກະລາດ ​ເອກະ​ພາບ ​ແລະ​ ສັງຄົມ​ນິຍົມ. + ພ້ອມ​ກັບ​ຫວຽດນາມ ​ແລະ ​ກໍາ​ປູ​ເຈຍ ປົກ​ປັກ​ຮັກສາ​ປ້ອມ​ດ່ານ​ໜ້າ​ສັງຄົມ​ນິຍົມ ​ຢູ່​ພາກ​ພື້ນນີ້​ ໃຫ້​ໝັ້ນຄົງ ​ແລະ ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ຕໍ່ສູ້ ​ເພື່ອ​ສັນຕິພາບ, ​ເອກະລາດ​ແຫ່ງ​ຊາດ, ປະຊາທິປະ​ໄຕ ​ແລະ​ ຄວາມ​ກ້າວໜ້າ​ທາງ​ສັງຄົມ​ໃນ​ໂລກ. * ກອງ​ປະຊຸມ​ໄດ້​ວາງ​ຈຸດໝາຍ​ພື້ນຖານ​ຂອງ​ການ​ປະຕິວັດ​ລາວ ​ໃນ​ໄລຍະ​ໃໝ່ ຄື: + ບໍ່ລົດ​ລະ​ໃນ​ການ​ເພີ່ມ​ທະວີ​ ແລະ ​ບູລະນະ​ລະບົບ​ຜະ​ເດັດ​ການ​ກໍາມະ​ຊີບ, ປະຕິບັດ​ສິດ​ເປັ​ນ​ເຈົ້າຂອງ ປະຊາຊົນ​ຜູ້​ອອກ​ແຮງ​ງານ​ເຜົ່າ​ຕ່າງໆ. + ກໍ່ສ້າງ​ພື້ນຖານ​ວັດຖຸ-​ເຕັກນິກ​ອັນ​ຈໍາ​ເປັນ​ຂອງ​ລະບອບ​ສັງຄົມ​ນິຍົມ, ​ເຮັດ​ໃຫ້​ເສດຖະກິດ​ແຫ່ງ​ຊາດ​ມີ​ພື້ນຖານ​ກະສິກໍາ-ປ່າ​ໄມ້, ອຸດສາຫະກຳ​ຂະຫຍາຍຕົວ; + ກໍ່ສ້າງ ​ແລະ​ ບູລະນະ​ການ​ພົວພັນ​ແຫ່ງ​ການ​ຜະລິດ​ສັງຄົມ​ນິຍົມ, ຮັບປະກັນ​ໃຫ້​ບັນດາ​ພາກສ່ວນ​ເສດຖະກິດ​ສັງຄົມ​ນິຍົມ ກວມ​ຖານະ​ຄອບ​ຄອງ​ໃນ​ພື້ນຖານ ​ເສດຖະກິດ​ແຫ່ງ​ຊາດ. + ກໍ່ສ້າງ ​ແລະ ​ບໍາລຸງ​ພະນັກງານ, ກຳມະກອນ ​ເພື່ອ​ໃຫ້​ມີ​ຄວາມ​ສາມາດ​ພຽງພໍ ​ໃນ​ການ​ສ້າງສາ​ພັດທະນາ ​ແລະ ​ເປັນ​ເຈົ້າປະ​ເທດ​ຊາດ, ​ເປັນ​ເຈົ້າສັງຄົມ. + ສາມັກຄີ​ປະຊາຊົນ​ເຜົ່າ​ຕ່າງໆ, ສູ້​ຊົນ​ນຳ​ເອົາ​ເຜົ່າ​ຕ່າງໆ ກ້າວ​ຂຶ້ນທຽມທັນ​ກັນ, ປອງ​ດອງ​ກັນ​ຢ່າງ​ແທ້​ຈິງ ຢູ່​ໃນ​ວົງ​ຄະນາ​ຍາດ​ຂອງ​ຊາດ​ລາວ, ​ເຮັດ​ໃຫ້​ຊີວິດ​ການ ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ ​ແລະ ​ວັດທະນະທໍາ ຂອງ​ປະຊາຊົນ ​ແຕ່ລະ ​ເຜົ່າ​ໃຫ້​ດີ​ຂຶ້ນ. - ກອງ​ປະຊຸມ​ໄດ້​ວາງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ​ອອກ ຄື: ຢຶດໝັ້ນ​ໃນ​ແນວທາງ​ຕ່າງປະ​ເທດ ສັນຕິພາບ, ​ເອກະລາດ, ມິດຕະພາບ, ​ເພີ່​ມທະວີ​ຢ່າງ​ ບໍ່​ຢຸດ​ຢັ້ງຄວາມ​ສາມັກຄີ​ແບບ​ພິ​ເສດ ການ​ຮ່ວມ​ສຳພັນ​ສູ້​ຮົບ ​ແລະ ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ຫວຽດນາມ ​ແລະ ກຳ​ປູ​ເຈຍ ອ້າຍ​ນ້ອງ, ສາມັກຄີ​ແໜ້ນ​ແຟ້ນ ​ແລະ ​ຮ່ວມ​ມື​ຮອບດ້ານ​ກັບ​ສະຫະພາບ​ໂຊ​ວຽດ ​ແລະ​ ບັນດາ​ປະ​ເທດ​ສັງຄົມ​ນິຍົມ, ຍາດ​ແຍ່ງ​ເອົາ​ການ​​ເປັນ​ໃຈສະໜັບສະໜູນ ຈາກ​ບັນດາ ​ຂະ​ບວນການ​ປະຕິວັດ ​ແລະ​ ຊາ​ຊົນ​ທີ່​ຮັກຫອມ​ສັນຕິພາບ ​ແລະ ​ຄວາມ​ເປັນ​ທໍາ​ໃນ​ໂລກ. - ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ ຢູ່​ໃນ​ໄລຍະ​ໃໝ່ ຂອງ​ການ​ປະຕິວັດ, ກອງ​ປະຊຸມ​ໄດ້​ຢືນ​ຢັນ​ວ່າ : ພັກ​ຕ້ອງ​ສູ້​ຊົນ​ຮັກສາ​ທາດ​ແທ້​ພັກ​ແບບ​ໃໝ່​ ຂອງ​ຊົນ​ຊັ້ນກຳມະກອນ ​ໄວ້​ຢ່າງ​ໝັ້ນຄົງ, ສົມ​ກຽດ​ເປັນ​ແກ່ນສານ​ນຳພາ​ຜະ​ເດັດ ການ​ກຳມະ​ຊີບ, ພັກ​ຕ້ອງ​ເປັນ​ກ້ອນ​ກຳລັງ​ແຫ່ງ​ຄວາມ​ສາມັກຄີ​ເອກະ​ພາບ​ ທາງ​ດ້ານ​ມານະ​ຈິດ ​ແລະ ​ການ​ກະທໍາ, ຕິດ​ພັນ​ກັບ​ມະ​ຫາ​ຊົນ​ຢ່າງ​​ແໜ້ນ​ແຟ້ນ, ມີ​ແນວທາງ​ນະ​ໂຍບາຍ​ຖືກຕ້ອງ, ມີ​ການຈັດຕັ້ງປອດ​ໃສ​ເຂັ້ມ​ແຂງ, ມີ​ຖັນ​ແຖວ​ພະນັກງານ-ສະມາຊິກ​ພັກ ທີ່​ໜັກ​ແໜ້ນ ທາງ​ດ້ານ​ການ​ເມືອງ ມີ​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ ​ແລະ ຄຸ້ມ​ຄອງ​ສັງຄົມ. + ທິດ​ນຳ​ໃນ​ການ​ກໍ່​ສ້າງ​ພັກແມ່ນ: (+) ກໍ່ສ້າງ​ພັກ​ໃຫ້​ໜັກ​ແໜ້ນ​ເຂັ້ມ​ແຂງ​ຢ່າງ​ແທ້​ຈິງ​ທັງ 3 ດ້ານ: ການ​ເມືອງ, ​ແນວ​ຄິດ ​ແລະ ​ການຈັດຕັ້ງ. (+) ການກໍ່ສ້າງ​ພັກ​ ຕ້ອງ​ຕິດ​ພັນ​ຢ່າງ​ສະໜິດ​ແໜ້ນ​ກັບ​ຂະ​ບວນການ​ປະຕິວັດ ຂອງ​ມະຫາຊົນ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ພັກ ​ໃນ​ແຕ່ລະ​ໄລຍະ. (+) ການ​ປັບປຸງ ​ແລະ​ ຂະຫຍາຍ​ພັກ ຕ້ອງ​ຕິດ​ພັນ​ກັບ​ການ​ປັບປຸງ​ບູລະນະ​ກົງຈັກ​ລັດ ​ແລະ ​ບັນດາ​ອົງການ ຈັດຕັ້ງມະຫາຊົນ. (+) ກໍ່ສ້າງ​ ​ແລະ ​ປັບປຸງ​ການຈັດຕັ້ງຂອງ​ພັກ ຕ້ອງ​ສົມທົບ​ ກັບ​ການ​ເຊີດ​ຊູ​ຄຸນ​ນະພາ​ບຂອງ​ພະນັກງານ ​ແລະ ​ສະມາ​ຊິກພັກ. (+) ຕ້ອງ​ຮັບປະກັນ​ເອົາ​ຜູ້ທີ່​ມີ​ມາດຖານ​ຄົບ​ຖ້ວນ​ເຂົ້າພັກ ​ແລະ ​ຕ້ອງ​ເອົາ​ຜູ້​ທີ່​ບໍ່​ມີ​ມາດຖານ​ພຽງພໍ​ອອກ​ຈາກ​ພັກ. - ທິດ​ທາງ, ໜ້າ​ທີ່ ​ແລະ​ ບັນດາ​ຈຸດໝາຍ​ໃຫຍ່ ກ່ຽວ​ກັບ​ເສດຖະກິດ-ສັງຄົມ ຂອງ​ແຜນການ 5 ປີ ​ແຫ່ງ​ລັດ ຄັ້ງທີ I (1981-1985) ຄື: + ຂະຫຍາຍ​ກະສິກຳ-ປ່າ​ໄມ້, ຫັດຖະກຳ, ອຸດສາຫະກຳ​ນ້ອຍ, ອຸດສາຫະກຳ​ເບົາ ​ແລະ​ ບາງ​ຂະ​ແໜງ​ການ​ຄືນ​ໃໝ່. + ສູ້​ຊົນ​ກໍ່ສ້າງ​ພື້ນຖານ​ວັດຖຸ​ຈຳນວນ​ໜຶ່ງ​ທີ່​ຈຳ​ເປັນ ​ໃຫ້​ໄດ້​ໃນ​ເບື້ອງຕົ້ນ, ​ເຊິ່ງຕົ້ນຕໍ ​ແມ່ນ​ກໍ່ສ້າງ​ລະບົບ​ຄົມມະນາຄົມ​ຂົນ​ສົ່ງ, ​ໄປສະນີ​ໂທລະ​ຄົມ​ມະ​ນາ​ຄົມ. + ຈັດຕັ້ງຂອດ​ແຈກ​ຢາຍ​ຈໍລະ​ຈອນ ​ເພື່ອ​ຮັບປະກັນ​ຊຸກຍູ້​ການ​ຜະລິດ​ໃຫ້​ຂະຫຍາຍຕົວ. + ຕ້ອງ​ນຳ​ໃຊ້ 5 ພາກສ່ວນ​ເສດຖະກິດ​ໃຫ້​ດີ, ​ແຕ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ການ​ຊ່ວຍ​ເຫລືອ​ໃຫ້​ເສດຖະກິດ ຂອງ​ລັດ ​ແລະ ​ເສດຖະກິດ​ລວມໝູ່​ມີ​ການຂະຫຍາຍ ຕົວ. +ກໍ່ສ້າງ​ ເສດຖະກິດ​ສູນ​ກາງ ​ໄປ​ພ້ອມ​ກັບ​ການ​ອອກ​ແຮງ​ງານ​ກໍ່ສ້າງ​ເສດຖະກິດ​ທ້ອງ​ຖິ່ນ. + ຕ້ອງ​ໃຊ້​ທຸກ​ວິທີ​ການ ​ເພື່ອ​ປັບປຸງບູລະນະ ​ແລະ ​ເປີດ​ກວ້າງ​ບັນດາ​ລະບົບ​ການ​ສຶກສາ. + ການ​ປະສານສົມທົບ ລະຫວ່າງ​ເສດຖະກິດ ກັບ​ວຽກ​ງານ ປກຊ-ປກສ. + ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ສໍາພັນ, ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ ກັບ​ຫວຽດນາມ ​ແລະ ​ກໍາປູ​ເຈຍ ພົນພື້ນຖານ​ສະ​ເໝີ​ພາບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ ​ປະ​ໂຫຍດ. + ປັບປຸງ​ບູລະນະ​ກົງຈັກ​ຄຸ້ມ​ຄອງ​ເສດຖະກິດ, ປະຕິບັດ​ລະບອບ​ລວມສູນ​ປະຊາທິປະ​ໄຕ ຢ່າງ​ເຄັ່ງ​ຄັດ.

ສະຫາຍ ​ໄກສອນ ພົມວິຫານ
​​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ

ສະຫາຍ ໜູຮັກ ພູມສະຫວັນ

ສະຫາຍ ສຸພານຸວົງ

ສະຫາຍ ພູມີ ວົງວິຈິດ

ສະຫາຍ ຄໍາໄຕ ສີພັນດອນ

ສະຫາຍ ພູນ ສີປະເສີດ

ສະຫາຍ ສີສົມພອນ ລໍວັນໄຊ


Top