ກອງ​ປະຊຸມ​ໃຫຍ່​ ຄັ້ງທີ I ຂອງ​ພັກ (22/3-6/4/1955)


- ດຳ​ເນີນ​ ແຕ່​ວັນ​ທີ 22/03 ເຖິງ ວັນ​ທີ 06/04/1955, ຢູ່ທີ່​ແຂວງ​ຫົວພັນ, ມີ​ຜູ້​ແທນສົມບູນເຂົ້າຮ່ວມ  20 ສະຫາຍ, ​​ເຊິ່ງ​ເປັນ​ຕົວ​ແທນ​ ໃຫ້​ແກ່​ບັນດາ​ ສະຫາຍ​ສະມາຊິກ​ພັກ ​ຈໍານວນ 400 ສະຫາຍ.
- ກອງ​ປະຊຸມ​ຄັ້ງນີ້ ​ແມ່ນ​ກອງ​ປະຊຸມ​ສ້າງ​ຕັ້ງພັກ ​ເຊິ່ງ​ເອີ້ນຊື່ວ່າ : ພັກ​ປະຊາຊົນ​ລາວ (ພັກ​ປະຊາຊົນ ປະຕິວັດ​ລາວ ​ໃນ​ປະຈຸ​ບັນ), ​​ກໍານົດ​ເອົາ​ວັນ​ທີ 22 ມີນາ 1955 ​ເປັນ​ວັນ​ສ້າງ​ຕັ້ງພັກ​.
- ​​ເລືອກ​ຕັ້ງ​ເອົາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ​ປະຕິວັດ​ລາວ  ປະກອບ​ມີ 5 ສະຫາຍ, ຕໍ່​ມາ​ໄດ້​ມີ​ການ​ບົ່ງ​ຕົວ​ເພີ່ມ​ເຕີມ​ເປັນ​ແຕ່ລະ​ໄລຍະ ຊຶ່ງລວມ ທັງ​ໝົດມີ 17 ສະຫາຍ, ​ໂດຍ​ແມ່ນ ສະຫາຍ ​ໄກສອນ ພົມວິຫານ ​ເປັນ​ເລຂາທິການ​ໃຫຍ່, ບໍ່​ມີ​ກົມ​ການ​ເມືອງ ​ແລະ​ຄະນະ​ເລ​ຂາ​ທິການ, ມີ​ແຕ່​ຄະນະ​ປະຈຳ​ ຂອງ​ຄະນະ ບໍລິຫານ​ງານ​ສູນ​ກາງຈຳນວນ​ໜຶ່ງ.
* ​ເນື້ອ​ໃນ​ໂດ​ຍຫຍໍ້ຂອງ​ກອງ​ປະຊຸມ : 
ກອງ​ປະຊຸມ​ໃຫຍ່ ​ໄດ້​ວາງ​ໜ້າ​ທີ່​ລວມຂອງ​ພັກ​ ​ໃນ​ໄລຍະ​ສະ​ເພາະ​ໜ້າ​ອອກ ຄື: “ນໍາພາ​ປວງ​ຊົນ​ລາວ ສາມັກຄີ​ຕໍ່ສູ້​ເຮັດ​ສຳ​ເລັດ​ພາລະກິດ​ປົດ​ປ່ອຍ​ຊາດ, ສ້າງ​ ປະ​ເທດ​ລາວ​ໃຫ້​ເປັນ​ປະ​ເທດ​ສັນຕິພາບ, ​ເອກະລາດ, ປະຊາທິປະ​ໄຕ, ​ເອກະ​ພາບ ​ແລະ​ວັດທະນາ​ຖາວອນ”.

* ພັກ​ໄດ້​ກຳນົດ​ 9 ຍຸດ​ທະ​ສາດ​ຕົ້ນຕໍ ຄື :
(1)- ກຳນົດ​ທາດ​ແທ້​ຂອງ​ຕົນ ​​ແມ່ນ : ​ພັກ​ຂອງ​ຊົນ​ຊັ້ນກໍາມະກອນ ​ເຊິ່ງ​ເປັນ​ຕົວ​ແທນ​ແກ່​ຜົນ​ປະ​ໂຫຍດ ຊົນ​ຊັ້ນກຳມະກອນ, ປະຊາຊົນ​ຜູ້​ອອກ​ແຮງ​ງານ ​ແລະ​ ໝົດ​ຊາດ​ລາວ.
(2)- ພື້ນຖານ​ແນ​ວຄິດ​ຂອງ​ພັກ ​ແມ່ນ​: ທິດ​ສະ​ດີ​ມາກ-​ເລ​ນິນ.
(3)- ກຳນົດ​ຈຸດໝາຍ​ສຸດ​ທ້າຍ​ຂອງ​ການ​ປະຕິວັດ ​ແມ່ນ: ​ເພື່ອ​ກ້າວ​ຂຶ້ນສັງຄົມ​ນິຍົມ.
(4)- ກຳນົດ​ສັດຕູ​ຕົ້ນຕໍ​ສະ​ເພາະ​ໜ້າ ​ແມ່ນ​: ຈັກກະພັດ​ອາ​ເມ​ລິ​ກາ​ຜູ້​ແຊກ​ແຊງ​ຮຸກ​ຮານ, ລັດທິ​ລ່າ​ເມືອງ ຂຶ້ນຝຣັ່ງ ​ແລະ ​ລູກ​ມື.
(5)- ກຳລັງ​ນຳພາ​ຊົນ​ຊັ້ນກຳມະກອນ ​ໂດຍ​ແມ່ນ​ພັກ​ເປັນ​ຕົວ​ແທນ.
(6)- ກຳນົດ​ກຳລັງ​ຫລວງ​ຂອງ​ການ​ປະຕິວັດ ​ແມ່ນ: ປະຊາຊົນ​ທັງ​ຊາດ ກ່ອນ​ອື່ນ​ແມ່ນ​ຊາວ​ໄຮ່ນາ​ຜູ້​ອອກ​ແຮງ​ງານ​ລາວ​ບັນດາ​ເຜົ່າ.
(7)- ກຳນົດ​ເພື່ອນ​ມິດ​ຂອງ​ການ​ປະຕິວັດ​ລາວ ​ແມ່ນ: ນັກຮຽນ​ຮູ້, ນັກ​ສຶກສາ, ປັນຍາ​ຊົນ, ພໍ່ຄ້າ​ຊາວ​ຂາຍ, ນາຍທຶນ​ນ້ອຍ, ນາຍທຶນ​ແຫ່ງ​ຊາດ, ພະສົງ​ອົງຄະ​ເຈົ້າ, ຜູ້​ຊົງ​ຄຸນ​ວຸດ​ທິ​ ເຈົ້າກົກ ​ເຈົ້າ​ເຫລົ່າ​ຕ່າງໆ.
(8)- ໜ້າ​ທີ່​ພື້ນຖານ ​ແມ່ນ: ສາມັກຄີ​ປວງ​ຊົນ​ທັງ​ຊາດ ດຳ​ເນີນ​ການ​ປະຕິວັດ​ຊາດ ປະຊາທິປະ​ໄຕ, ຕ້ານ​ຈັກກະພັດ​ຜູ້​ຮຸກ​ຮານ ​ແລະ ​ລູກ​ແຫລ້ງ​ຕີນ​ມື, ​ປົດ​ປ່ອຍ ປະ​ເທດ​ຊາດ.
(9)- ຄຳ​ຂວັນ​ຍຸດ​ທະ​ສາດ​: ສັນ​ຕິ​ພາບ ​ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ວັດທະນາ​ຖາວອນ.   

* ​ພັກ​​ໄດ້ວາງນະ​ໂຍບາຍ​ພື້ນຖານ ​ແລະ ​ວາງໂຄງການ​ດໍາ​ເນີນ​ງານ​ສະ​ເພາະ​ໜ້າ ປະກອບມີ 12 ຂໍ້ ຄື:
(1)- ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ, ລ່າ​ເມືອງ​ຂຶ້ນຝຣັ່ງທີ່​ທຳລາຍ​ສັນຍາ​ຢຸດ​ຮົບ ​ແລະ​ລູກມື​ທີ່​ຫາ​ວິທີ​ທໍາ ລາຍ​ສັນຕິພາບ,​ແບ່ງ​ແຍກ​ຊາດ​ເຮົາ, ​ແກ່​ດຶງ​ປະ​ເທດ​ເຮ​ົາ ​ເຂົ້າກຸ່ມ​ຮຸກ​ຮານ ​ແລະ ​ຫວັງ​ແກ່ຍາວ​ສະພາວະ​ກົດ​ຂີ່ປະ​ເທດ​ເຮົາ.
(2)- ຕໍ່ສູ້​ທວງ​ໃຫ້​ລັດຖະບານ​ລາຊະ​ອານາຈັກ ຕ້ອງ​ຈິງ​ໃຈ​ຮ່ວມ​ມື​ກັບ​ຝ່າຍ​ປະ​ເທດ​ລາວ ​ເພື່ອ​ປະຕິບັດ​ສັນຍາ​ຢຸດ​ຮົບ, ປັບປຸງ​ສັນຕິພາບ ປະຕິບັດ​ເສລີພາບ ປະຊາທິປະ​ໄຕ, ດຳ​ເນີນ​ການ​ເລືອກ​ຕັ້ງທົ່ວ​ໄປ​ຢ່າງ​ເສລີ ​ເພື່ອ​ເຕົ້າ​ໂຮມ​ປະ​ເທດ​ ຊາດ ​ເປັນ​ເອກະ​ພາບ ສ້າງຕັ້ງລັດຖະບານ​ປະສົມ ​ແລະ​ ສໍາ​ເລັດ​ພາລະກິດ ​ເອກະລາດ​ແຫ່ງ​ຊາດ.
(3)- ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ສ້າງຕັ້ງ​ແນວ​ໂຮມ​ເອກະ​ພາບ​ແຫ່ງ​ຊາດ ຢ່າງ​ກວ້າງຂວາງ ​ໂດຍ​ຕັ້ງຢູ່ ບົນ​ພື້ນຖານ​ພັນທະ​ພາບ​ກຳມະກອນ-ຊາວນາ.
(4)- ກໍ່ສ້າງ ​ແລະ​ປັບປຸງ​ກໍາລັງ​ປະກອບ​ອາວຸດ ​ແລະ​ເຄື່ອງ​ປະກອບ​ອາວຸດ ​ໃຫ້​ກາຍ​ເປັນ​ກອງທັບ​ປະຊາຊົນ ​ເພື່ອ​ປົກ​ປັກ​ຮັກສາ​ເຂດ​ທີ່​ໝັ້ນ, ໜູນ​ຫລັງ​ໃຫ້​ແກ່​ ການ​ຕໍ່ສູ້​ການ​ເມືອງ, ທັງ​ເປັນ​ເສົາຄ້ຳ​ແຫ່ງ​ການ​ປົກ​ປັກ​ຮັກສາ​ສັນຕິພາບ.
(5)- ປົວ​​ແປງຊີວິດ​​ການ​ເປັນ​ຢູ່ ຂອງ​ປະຊາຊົນ​ທຸກ​ຊັ້ນຄົນ ຄື :
- ຕໍ່​ກຳມະກອນ, ຕ້ອງ​ຮັບປະກັນ​ໃຫ້​ມີ​ວຽກ​ເຮັດງານ​ທຳ ​ແລະ ​ຕ້ອງ​ໄດ້​ຮັບ​ການ​ດູ​ແລ​ເບິ່ງ​ແຍງ​ເປັນ​ຢ່າງ​ດີ;
- ຕໍ່ຊາວ​ໄຮ່ນາ, ຕ້ອງ​ມີ​ດິນ​ໄຮ່-ດິນ​ນາ ​ເພື່ອ​ຂະຫຍາຍ​ກະສິກໍາ ​ແລະ​ ມີ​ຢູ່​ມີ​ກິນ;
-ຕໍ່​ຊາວ​ຜູ້​ອອກ​ແຮງ​ງານ​ດ້ວຍ​ມັນ​ສະໝອງ, ຕ້ອງ​ມີ​ການ​ໃຊ້​ເຂົາ​ເຈົ້າຢ່າງ​ສົມ​ກຽດ ​ແລະ​ ຊ່ວຍ​ ເຫລື​ອ ເຂົາ​ເຈົ້າ ​ເພື່ອ​ຂະຫຍາຍ​ຄວາມ​ຮູ້ ຄວາມ​ສາມາດ;
- ຕໍ່​ນາຍທຶນ​ອຸດສາຫະກຳ-ການ​ຄ້າ, ຕ້ອງ​ມີ​ການ​ສົ່ງເສີມ​ເຂົາ​ເຈົ້າ ​ໃນ​ການ​ດໍາ​ເນີນ​ການ​ຜະລິດ​ທຸລະ​ກິດ ​ເພື່ອ​ພັດທະນາ​ອຸດສາຫະກໍາ-ການ​ຄ້າ;
-  ຕໍ່​ຜູ້​ຊົງ​ຄຸນ​ວຸດ​ທິທີ່​ຮັກ​ຊາດ, ​ເຈົ້າກົກ-​ເຈົ້າ​ເຫລົ່າ, ຕ້ອງ​ມີ​ນະ​ໂຍບາຍ​ອັນ​ເໝາະ​ສົມ.
(6)- ປະຕິບັດ​ເສລີພາບ ປະຊາທິປະ​ໄຕ ຕໍ່​ປະຊາຊົນ: ​ເສລີພາບ ​ໃນ​ການ​ປາກ​ເວົ້າ, ​ເສລີພາບ ​ໃນ​ການ​ຂີດ​ຂຽນ, ​ເສລີພາບ ​ໃນ​ການຈັດຕັ້ງ, ​ເສລີພາບ ​ໃນ​ການ​ຊຸມນຸມ, ​ເສລີພາບ ​ໃນ​ການ​ໄປມາຫາ​ສູ່ ຊຶ່ງ​ກັນ ​ແລະ​ ກັນ ​ແລະ​ ເສລີພາບ​ອື່ນໆ.
(7)- ປະຕິບັດ​ສິດ​ເສລີພາບ ລະຫວ່າງ​ເພດ​ຍິງ ກັບ​ເພດ​ຊາຍ, ປະຕິບັດ​ນະ​ໂຍບາຍ​ສະ​ເໝີ​ພາບ ​ແລະ ​ສາມັກຄີ ລະຫວ່າງ​ບັນດາ​ເຜົ່າ, ລົບ​ລ້າງ​ຄວາມ​ອາ​ຄາດ​ ບາດໝາງ, ການ​ແບ່ງ​ແຍກ ລະຫວ່າງ​ເຜົ່າ​ຕ່າງໆ ຢູ່​ພາຍ​ໃນ​ປະ​ເທດ ທີ່​ພວກ​ລ່າ​ເມືອງ​ຂຶ້ນຝຣັ່ງ ​ແລະ ​ສັກ​ດິນາ​ກໍ່​ຂຶ້ນ​.
(8)- ​ເຄົາລົບ​ສິ​ດ​ເສລີພາບ ​ໃນ​ການ​ເຊື່ອ​ຖື ​ແລະ​ຮີດຄອງ​ປະ​ເພນີ​ຂອງ​ເຜົ່າ​ຕ່າງໆ, ຕ້ານ​ໄພ​ບໍ່​ຮູ້​ໜັງສື, ຂະຫຍາຍ​ວັດທະນະທຳ​ແຫ່ງ​ຊາດ.
(9)- ສຳລັບ​ຊາວ​ຕ່າງ​ດ້າວ​ທີ່​ອາ​​ໃສ​ຢູ່​ໃນ​ປະ​ເທດ​ລາວ ຕ້ອງ​ເຄົາລົບ​ອະທິປະ​ໄຕ, ​ເອກະລາດຂອງ​ລາວ ຈຶ່ງ​ຈະ​ໄດ້​ຮັບປະກັນ​ຊີວິດ, ຊັບ​ສົມບັດ ​ແລະ ​ສິດ​ເສລີພາບ ​ໃນ​ການ​ຕັ້ງພູມລໍາ​ເນົາ ​ແລະ​ ການ​ທຸລະ​ກິດ.
(10)- ຜູກ​ມິດ​ກັບ​ທຸກ​ປ​ະ​ເທດ ທີ່​ເຄົາລົບ​ເອກະລາດ, ອະທິປະ​ໄຕ ​ແລະຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ເຮົາ, ຜູກສາຍ​ສຳພັນ​ໃນ​ທຸກ​ດ້ານ ລະຫວ່າງ​ ປະ​ເທດ​ເຮົາ ກັບ​ບັນດາ​ປະ​ເທດ​ດັ່ງກ່າວ ບົນ​ຫລັກການ​ສະ​ເໝີ​ພາບ ຕ່າງ​ຝ່າຍ ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ.
(11)- ຕັ້ງໜ້າ​ກໍ່ສ້າງ ​ແລະ ​ບໍາລຸງ​ພະນັກງານ, ສະ​ເພາະ​ຢ່າງ​ຍິ່ງແມ່ນ​ເອົາ​ໃຈ​ໃສ່​ພະນັກງານ​-ກຳມະກອນ ຊາວ​ໄຮ່ນາ, ຊົນ​ເຜົ່າ​ສ່ວນ​ໜ້ອຍ.
(12)- ​ກໍ່​ສ້າງ​ພັກ​ປະຊາຊົນ​ລາວ ​ໃຫ້​ກາຍ​ເປັນ​ພັກ​ທີ່​ເຂັ້ມ​ແຂງ ຂອງ​ຊົນ​ຊັ້ນກຳ​ກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ ​ເພື່ອ​ໃຫ້​ມີ​ຄວາມ​ສາມາດ​ພຽງພໍ ​ໃນ​ການ​ນໍາພາ​ການ​ປະຕິວັດ​ໃຫ້​ໄປ​ສູ່​ໄຊຊະນະ​ສຸດ​ທ້າຍ.
* ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ I ຂອງ​ພັກ, ມີ​ມະຕິ​ສຳຄັນຂອງ​ສູນ​ກາງ​ພັກ ​ແລະ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄົບ​ຄະນະ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ​ເຊິ່ງ​​ສະ​ຫລຸບ​ເນື້ອ​ໃນ​ສໍາຄັນ ຕົ້ນຕໍ  ​ດັ່ງນີ້ : 
- ​ເດືອນ ສິງຫາ ປີ 1955, ຄະນະ​ຊີ້ນຳ​ສູນ​ກາງ​ພັກ ​ໄດ້​ມີ​ມະຕິ ກ່ຽວ​ກັບ​ສະພາບ​ການ ​ແລະ​ໜ້າ​ທີ່​ໃໝ່, ​ໄດ້​ວາງ​ແຜນ​ນະ​ໂຍບາຍ​ອອກ​ວ່າ : “ປຸກລຸກ​ທົ່ວ​ປວງ​ຊົນ​ ສາມັກຄີ​ກັນ​ລຸກຂຶ້ນຕໍ່ສູ້​ພາບ​ແພ້​ ອາ​ເມ​ລິ​ກາ​ ຜູ້​ແຊກ​ແຊງ​ ​ແລະ​ພວກ​ລູກມື, ​ເຮັດ​ໃຫ້​ປະ​ເທດ​ລາວ​ເປັນ​ປະ​ເທດ​ສັນຕິ​ພາບ​ເປັນກາງ ​ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ​ແລະ​ວັດທະນາ​ຖາວອນ, ພາ​ການ​ປະຕິວັດ​ກ້າວ​ຂຶ້ນ​ເທື່ອ​ລະ​ກ້າ​ວຢ່າງ​ໜັກ​ແໜ້ນ”.
- ວັນ​ທີ 6 ມັງກອນ ປີ 1956, ຢູ່​ທີ່​ແຂວງ​ຫົວພັນ ​ໄດ້​ມີ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ປະຊາຊົນ​ທົ່ວ​ປະ​ເທດ, ​ເຊິ່ງມີ​ຜູ້​ແທນ​ເຂົ້າຮ່ວມ 150 ຄົນ​ທີ່​ເປັນ​ຕົວ​ແທນ ​ໃຫ້​ແກ່​ບັນດາ​​ເຜົ່າ, ຊັ້ນຄົນ, ສາສະໜາ, ຜູ້​ຊົງ​ຄຸນ​ວຸດ​ທິທີ່​ຮັກ​ຊາດ; ກອງ​ປະຊຸມ​ໄດ້​ຕົກລົງ​ສ້າງຕັ້ງ​ແນວ​ລາວ​ຮັກ​ຊາດ​ຂຶ້ນ ​ແລະ​ໄດ້​ປ່ຽນ​ຊື່​ໜັງສືພິມ “ລາວ​ອິດ ​ສະລະ” ມາ​ເປັນ “ລາວ​ຮັກ​ຊາດ”. ກອງ​ປະຊຸມ​ໄດ້​ກຳນົດ​ສັດ​ຕູ​ໂຕ​ຕົ້ນຕໍ​ຂອງ​ການ​ປະຕິວັດ​ລາວ ​ແມ່ນ​ຈັກກະພັດ​ອາ​ເມ​ລິ​ກາ ​ແລະ​ລູກມື​ຂອງ​ເຂົາ ​ແລະ​ ໄດ້​ວາງ​ໜ້າ​ທີ່​ ອອກ​ວ່າ ຕ້ອງ​ອອກ​ແຮງ​ສາມັກຄີ​ປວງ​ຊົນ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ ​ແລະ​ລູກມື, ​ເຕົ້າ​ໂຮມ​ທຸກ​ກໍາລັງ ​ແລະ ​ບຸກຄົນ​ທີ່​ສະໜັບສະໜູນ​ສັນຕິພາບ ​ເປັນກາງ, ຕໍ່ສູ້​ທວງ​ເອົາ​ສິດ​ດຳລົງ​ຊີວິດ ​ແລະ ​ສິດ​ປະຊາທິປະ​ໄຕ, ປະຕິບັດ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​-ຊາຍ, ປົກ​ປັກ​ຮັກສາ ​ແລະ​ ຂະຫຍາຍ​ກໍາລັງ​ ຮັກ​ຊາດ, ຍາດ​ແຍ່ງ​ເອົາ​ຄວາມ​ເປັນ​ໃຈ​ສະໜັບ​ສະ​ໜູນ ຂອງ​ປະຊາຊົນ​ຜູ້​ຮັກຫອມ​ສັນຕິພາບ​ໃນ​ໂລກ.
- ​ເດືອນ ​ກັນຍາ ປີ 1956, ຄະນະ​ຊີ້ນຳ​ສູນ​ກາງ​ພັກ ​ໄດ້​ອອກ​ມະຕິ​ຊີ້​ໃຫ້​ເຫັນ​ແຈ້ງ ກ່ຽວ​ກັບ​ແງ່​ຂະຫຍາຍຕົວຂອງ​ສະພາບ​ການ ​ໃນ​ການ​ປະຕິບັດ​ຈຸດໝາຍ ສັນຕິພາບ, ​ເປັນກາງ, ​ເອກະລາດ, ປະຊາທິປະ​ໄຕ ​ແລະ​ເອກະ​ພາບ ດັ່ງນີ້: 1- ບັນຫາ ​ຕ່າງໆ ຢູ່​ໃນ​ການ​ເຈລະຈາ​ອາດ​ຈະ​ໄດ້​ຮັບ​ການ​ແກ້​ໄຂ. ສະພາບ​ການ ​ອາດ​ຈະ​ຂະຫຍາຍ​ໄປ​ທາງ​ສະ​ດວກ; 2- ການ​ຕໍ່ສູ້​ອາ​ດຜັນ​ແປ​ໄປ​ຢ່າງ​ສັບສົນ, ​ແຕ່​ຈຸດໝາຍ​ປອງ​ດອງ​ຊາດ ອາດ​ຈະ​ໄດ້​ຮັບ​ການ​ປະຕິບັດ; 3- ຈັກກະພັດ ອາ​ເມ​ລິ​ກາ ​ແລະ​ ພວກ​ລູກມື ສືບຕໍ່​ຜ່າ​ມ້າງ, ການ​ເຈລະຈາ​ຈະ​ຖືກ​ຢຸດ​ສະ​ງັກ. ການ​ປະ​ທະກັນ​ດ້ວຍ​ອາວຸດ​ຈະ​ເກີດ​ຂຶ້ນອີກ. ຈາ​ກສະພາບ​ດັ່ງກ່າວ, ສູນ​ກາງ​ພັກ ​ໄດ້​ວາງ​ໜ້າ​ທີ່​ສະ​ເພາະ​ໜ້າ​ອອກ​ຄື: “ຕໍ່ສູ້​ທວງ​ໃຫ້​ລັດຖະບານ​ ລາຊະ​ອານາຈັກ ຕ້ອງ​ປະຕິບັດ​ຕາມ​ມາດຕາ​ຕ່າງໆ ທີ່​ໄດ້​ເຊັນ​ກັນ​ແລ້ວນັ້ນ ຢ່າງ​ເຂັ້ມງວດ; ສ້າງ ​ເຂດ​ເຕົ້າ​ໂຮມ​ໃຫ້​ເປັນ​ຖານ​ທີ່​ໝັ້ນປະຕິວັດ, ​ເປັນ​ບ່ອນ​ອີງ​ອັນ​ແໜ້ນ​ແກ່ນ​ໃຫ້​ແກ່​ຂະ​ບວນ ການ​ປະຕິວັດ ​ໃນ​ທົ່ວປະ​ເທດ; ປັບປຸງ ​ແລະ​ ເປີດ​ກວ້າງ​ແນວ​ໂຮມ ​ເພື່ອ​ເຕົ້າ​ໂຮມ​ຢ່າງ​ກວ້າງຂວາງ ​ເອົາ​ທຸກ​ກໍາລັງ​ທີ່​ເຫັນ​ດີ​ເຫັນ​ພ້ອມນໍາສັນຕິພາບ, ​ເປັນກາງ, ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ; ກໍ່ສ້າງ​ພັກ ​ໃຫ້​ເຂັ້ມ​ແຂງ”.
- ​ວັນ​ທີ 3 ມິຖຸນາ 1959, ສູນ​ກາງ​ພັກ​ໄດ້​ມີ​ມະຕິ​ເວົ້າ​ແຈ້ງວ່າ : “ສາມັກຄີ​ບັນດາ​ກຳລັງ​ຮັກ​ຊາດ, ຮັກ​ສັນຕິພາບ​ຢ່າງ​ກວ້າງຂວາງ, ​ໃຊ້​ຮູບ​ການ​ຕໍ່ສູ້​ດ້ວຍ​ ອາວຸດ ​ເປັນຕົ້ນຕໍ ສົມທົບ​ກັບ​ຮູບ​ການ​ຕໍ່ສູ້​ແບບ​ອື່ນ, ຕ້ານ​ການ​ແຊກ​ແຊງ​ ຂອງ​ຈັກກະພັດ​ອາ​ເມ​ລິ​ກາ, ຕ້ານ​ນະ​ໂຍບາຍ​ທໍລະ​ຍົດ​ຕໍ່​ຊາດ ທຳລາຍ​ປະຊາຊົນ​ຂອງ​ ລັດຖະບານ ຜຸຍ ຊະນະ​ນິກອນ, ທວງ​ໃຫ້​ປະຕິບັດ​ສັນຍາ​ເຊີ​ແນວ 1954 ກ່ຽວ​ກັບ​ອິນດູຈີນ ​ແລະ​ ສັນຍາ​ຕ່າງໆ ທີ່​ສອງ​ຝ່າຍ​ໄດ້​​ເຊັນກັນ, ສ້າງ​ປະ​ເທດ​ລາວ ​ໃຫ້​ມີ​ສັນຕິພາບ, ​ເປັນກາງ, ​ເອກະລາດ, ປະຊາທິປະ​​ໄຕ, ​ເອກະ​ພາບ ​ແລະ​ ວັດທະນາ​ຖາວອນ ”. ກ່ຽວ​ກັບ​ແບບ​ວິທີ​ຕໍ່ສູ້, ມະຕິ​ໄດ້​ເນັ້ນວ່າ: “​ໃນ​ຂອ​ບ​ເຂດ​ ທົ່ວ​ປະ​ເທດ​ຕ້ອງ​ຫັນ​ຈາກ​ຮູບ​ການ​ຕໍ່ສູ້​ເປີດ​ເຜີ​ຍຖືກ​ກົດໝາຍ ​ໄປ​ສູ່​ຮູບ​ການ​ຕໍ່ສູ້​ດ້ວຍ​ອາວຸດ; ພ້ອມ​ກັນນັ້ນ ກໍ​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ ​ບັນດາ​ຮູບ​ ການ​ຕໍ່ສູ້​ທາງ​ການ​ເມືອງ. ຢູ່​ບ່ອນ​ໃດ​ທີ່​ມີ​ເງື່ອນ​ໄຂ ​ກໍ​ໃຫ້​ປຸກລະດົມ​ມະຫາຊົນ ​ຕໍ່ສູ້​ຖືກ​ກົດໝາຍ ​ແລະ ​ເຄິ່ງ ກົດໝາຍ.

ສະຫາຍ ​ໄກສອນ ພົມວິຫານ
​ເລຂາທິການ​ໃຫຍ່

ສະຫາຍ ໜູຮັກ ພູມສະຫວັນ

ສະຫາຍ ບຸນ ພົມມະຫາໄຊ

ສະຫາຍ ສີສະຫວາດ ແກ້ວບຸນພັນ

ສະຫາຍ ຄໍາແສງ

Lao