ກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ (3-6/2/1972) - ດຳເນີນ, ແຕ່ວັນທີ 03-06/02/1972, ທີ່ເມືອງວຽງໄຊ, ແຂວງຫົວພັນ, ມີຜູ້ແທນເຂົ້າຮ່ວມ 125 ສະຫາຍ ທີ່ຕາງໜ້າໃຫ້ສະມາຊິກພັກ 20 ພັນກວ່າສະຫາຍ ໃນທົ່ວປະເທດ. - ເລືອກຕັ້ງຄະນະບໍລິຫານງານສູນກາງພັກ 29 ສະຫາຍ, ໃນນັ້ນກໍາມະການສົມບູນ 23 ສະຫາຍ ແລະ ສໍາຮອງ 6 ສະຫາຍ. - ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງປະຖົມມະລຶກ ໄດ້ເລືອກຕັ້ງເອົາກົມການເມືອງສູນກາງພັກ 7 ສະຫາຍ, ເລືອກເອົາ ສະຫາຍ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ສູນກາງພັກ. - ຕົກລົງຈັດຕັ້ງຄະນະເລຂາທິການສູນກາງພັກ, ເລືອກຕັ້ງປະທານກວດກາສູນກາງພັກ; ຕົກລົງປ່ຽນຊື່ “ພັກປະຊາຊົນລາວ” ມາເປັນ “ພັກປະຊາຊົນ ປະຕິວັດ ລາວ” ໃນປະຈຸບັນ. - ເນື້ອໃນຕົ້ນຕໍຂອງມະຕິ: ສັງລວມຂະບວນວິວັດຂອງການປະຕິວັດ ໃນ 26 ປີທີ່ີ່ຜ່ານມາ, ຍົກໃຫ້ເຫັນສາເຫດຂອງໄຊຊະນະ ເຊິ່ງໃນນັ້ນ ການນຳພາອັນ ຖືກຕ້ອງ ແລະ ສະຫລາດສ່ອງໃສຂອງພັກ ເປັນສາເຫດທີ່ຕັດສິນກວ່າໝູ່; ຖອດຖອນບົດຮຽນຕ່າງໆ ຂອງຂະບວນການປະຕິວັດລາວ ໃນໄລຍະຜ່ານມາ, ພິສູດ ໃຫ້ເຫັນສັດຈະທໍາອັນຍິ່ງໃຫຍ່ຂອງຍຸກສະໄໝຄືປະເທດໜຶ່ງໆ ເຖິງວ່ານ້ອຍ, ເສດຖະກິດ, ວັດທະນະທຳ ຂະຫຍາຍຕົວຊ້າ, ແຕ່ມີພັກມາກ-ເລນິນ ທີ່ແທ້ຈິງນໍາພາ, ມີແນວທາງການເມືອງ ການທະຫານທີ່ຖືກຕ້ອງ, ມີວິທີປະຕິວັດທີ່ສອດຄ່ອງ, ມີຄວາມສາມັກຄີປວງຊົນທັງຊາດຢ່າງແໜ້ນແຟ້ນ, ມີຄວາມຕັດສິນໃຈ ຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນ ທັງໄດ້ຮັບການສະໜັບ ສະໜູນຊ່ວຍເຫລືອຢ່າງຕັ້ງໜ້າ ຂອງບັນດາປະເທດສັງຄົມນິຍົມ ແລະ ຂອງຂະບວນການປະຕິວັດ ໃນໂລກ ແລ້ວປະເທດນັ້ນ ກໍສາມາດຕີຊະນະຈັກກະພັດ ຜູ້ຮຸກຮານທຸກໂຕ, ທັງສາມາດຍາດເອົາ ແລະ ປົກປັກຮັກສາເອກະລາດ ອິດສະຫລະພາບ ຂອງຊາດ ຕົນ ໄວ້ໄດ້. -ໂຄງການການເມືອງ ໄດ້ຊີ້ໃຫ້ເຫັນວ່າ ສັງຄົມລາວໃນປັດຈຸບັນ ມີຂໍ້ຂັດແຍ່ງພື້ນຖານສອງຢ່າງ ຄື: ຂໍ້ຂັດແຍ່ງລະຫວ່າງປະຊາຊົນບັນດາເຜົ່າເປັນຕົ້ນ ແມ່ນ ປະຊາຊົນຜູ້ອອກແຮງງານ ກັບກຸ່ມນາຍທຶນຈຳໜ່າຍ, ອາດຍາສິດຂຸນເສິກ ແລະ ຊົນຊັ້ນສັກດິນາ. ຂໍ້ຂັດແຍ່ງທັງສອງຢ່າງນີ້ ມີການພົວພັນ ແລະ ກະທົບ ເຊິ່ງກັນ ແລະ ກັນ ແລະ ຕ້ອງແກ້ໄຂໄປພ້ອມໆກັນ, ສະເພາະໜ້ານີ້ ຕ້ອງສຸມໃສ່ແກ້ໄຂຂໍ້ຂັດແຍ່ງ ລະຫວ່າງ ຊາດລາວ ກັບ ຈັກກະພັດ ອາເມລິກາ ຜູ້ຮຸກຮານ ແລະ ພວກລູກມືຂາຍຊາດ. - ໂຄງການ-ການເມືອງໄດ້ກຳນົດໜ້າທີ່ພື້ນຖານຂອງການປະຕິວັດລາວ ຄື: “ສາມັກຄີປະຊາຊົນບັນດາເຜົ່າ, ໂຄ່ນລົ້ມຈັກກະພັດຜູ້ຮຸກຮານ, ກຸ່ມນາຍທຶນ ຈໍາໜ່າຍ ອາດຍາສິດຂຸນເສິກ ແລະ ຊົນຊັ້ນສັກດີນາ, ສຳເລັດການ ປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ໃນທົ່ວປະເທດ, ກຽມເງື່ອນໄຂທຸກຢ່າງທີ່ຈຳເປັນ ເພື່ອກ້າວຂຶ້ນສັງຄົມນິຍົມ ໂດຍກົງ ໂດຍບໍ່ຜ່ານເສັ້ນທາງຂະຫຍາຍຕົວແບບທຶນນິຍົມ, ເຮັດໃຫ້ປະເທດລາວ ກາຍເປັນປະເທດສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ. ຕັ້ງໜ້າປະກອບສ່ວນເຂົ້າໃນການຕໍ່ສູ້ເພື່ອສັນຕິພາບ ເອກະລາດແຫ່ງຊາດ ປະຊາທິປະໄຕ ແລະ ສັງຄົມນິຍົມ ຢູ່ອິນດູຈີນ, ອາຊີອາຄະເນ ແລະ ໃນໂລກ”. - ໂຄງການການເມືອງໄດ້ກໍານົດໜ້າທີ່ຕົ້ນຕໍ ແລະຈຸດໝາຍການເມືອງສະເພາະໜ້າຂອງການປະຕິວັດລາວ ຄື : + ເຊີດຊູຄັນທຸງປະຕິວັດຊາດ ປະຊາທິປະໄຕ, ເພີ່ມທະວີຄວາມສາມັກຄີປວງຊົນທັງຊາດ, ສາມັກຄີທຸກກຳລັງປະຕິວັດ, ທຸກກຳລັງທີ່ຮັກຊາດ ແລະ ກ້າວໜ້າ, ສາມັກຄີແໜ້ນແຟ້ນກັບປະຊາຊົນຫວຽດນາມ ແລະ ປະຊາຊົນກໍາປູເຈຍ; + ຕັ້ງໜ້າກໍ່ສ້າງ ແລະຂະຫຍາຍກໍາລັງປະຕິວັດໃນທຸກດ້ານ, ຊຸກຍູ້ການຕໍ່ສູ້ເພື່ອປົກປັກຮັກສາ, ປັບປຸງ ແລະ ເປີດກວ້າງເຂດປົດປ່ອຍ; + ເພີ່ມທະວີການເຄື່ອນໄຫວ, ຊຸກຍູ້ຂະບວນການຕໍ່ສູ້ຂອງປະຊາຊົນ ໃນເຂດສັດຕູຄວບຄຸມຊົ່ວຄາວ, ຜາບແພ້ທຸກເລກົນຂອງຈັກກະພັດອາເມລິກາຜູ້ຮຸກຮານ ແລະ ພວກລູກມືຂາຍຊາດ, ເຮັດໃຫ້ປະເທດລາວ ເປັນປະເທດ ສັນຕິພາບ ເອກະລາດ ປະຊາທິປະໄຕ ເປັນກາງ ເອກະພາບ ແລະ ວັດທະນາຖາວອນ; + ຕັ້ງໜ້າປະກອບສ່ວນເຂົ້າໃນການຕໍ່ສູ້ເພື່ອສັນຕິພາບ ເອກະລາດແຫ່ງຊາດ ປະຊາທິປະໄຕ ແລະສັງຄົມນິຍົມ ຢູ່ອິນດູຈີນ, ອາຊີອາຄະເນ ແລະໃນໂລກ... ສະພາບຕົວຈິງຂອງປະເທດລາວໃນເວລານັ້ນ ແມ່ນມີສອງເຂດ (ເຂດປົດປ່ອຍ ແລະ ເຂດກວດກາຊົ່ວ ຄາວຂອງສັດຕູ), ໂຄງການ-ການເມືອງຂອງພັກ ໄດ້ວາງ ໜ້າທີ່ລະອຽດໃຫ້ແຕ່ລະເຂດຢ່າງແທດເໝາະ ເຊັ່ນ : + ເຂດປົດປ່ອຍ: ປັບປຸງກ້ອນກຳລັງສາມັກຄີປະຊາຊົນ ບັນດາຊົນຊາດ, ເພີ່ມທະວີກໍາລັງປະຕິວັດໃນທຸກດ້ານ, ເດັດດ່ຽວຜາບແພ້ທຸກເລກົນຜູ້ຮຸກຮານ ຂອງ ຈັກກະພັດອາເມລິກາ ຜູ້ຮຸກຮານ ແລະ ພວກລູກມືຂາຍຊາດ; + ເຂດສັດຕູຄວບຄຸມຊົ່ວຄາວ: ຂົນຂວາຍ, ຈັດຕັ້ງປະຊາຊົນ, ເຕົ້າໂຮມທຸກກໍາລັງຂອງຊາດ ແລະ ປະຊາທິປະໄຕ, ຊຸກຍູ້ຂະບວນການຕໍ່ສູ້ຕ້ານ ຈັກກະພັດ ອາເມລິກາຜູ້ຮຸກຮານ ແລະ ພວກລູກມືຂາຍຊາດ, ທວງໃຫ້ປົວແປງ ຊີວິດຄວາມເປັນຢູ່ ແລະ ປະຕິບັດສິດເສລີພາບ ປະຊາທິປະໄຕ ຂອງປະຊາຊົນ. - ກໍາລັງປະຕິວັດ ໃນໄລຍະການປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ແມ່ນ: “ກໍາມະກອນ, ຊາວໄຮ່ນາ, ນັກຮຽນຮູ້ປະຕິວັດ, ນາຍທຶນນ້ອຍ, ນາຍທຶນແຫ່ງຊາດ, ຜູ້ຊົງຄຸນວຸດທິ ທີ່ຮັກຊາດ ແລະ ກ້າວໜ້າ; ໃນນັ້ນ ກຳລັງຕົ້ນຕໍແມ່ນກຳມະກອນ ແລະຊາວໄຮ່ນາຜູ້ອອກແຮງງານ, ພັນທະພາບ ກຳມະ ກອນ-ຊາວນາ ເຊິ່ງຢູ່ພາຍໃຕ້ການນໍາພາ ຂອງຊົນຊັ້ນກໍາມະກອນ ເປັນປັດໃຈຕັດສິນ ແລະ ຮັບປະກັນທຸກໄຊຊະນະ ຂອງການປະຕິວັດ”. * ທິດນຳ ແລະຮູບການຕໍ່ສູ້ຂອງການປະຕິວັດລາວ : - ທິດນຳ: ຕໍ່ສູ້ແບບປວງຊົນ, ຮອບດ້ານ, ຍາວນານ ອີງໃສ່ກຳລັງແຮງຂອງຕົນເອງເປັນຕົ້ນຕໍ, ພ້ອມກັນນັ້ນກໍ່ຖືເປັນສຳຄັນ ການຍາດແຍ່ງເອົາການຊ່ວຍເຫລືອ ຂອງບັນດາປະເທດ ສັງຄົມນິຍົມອ້າຍນ້ອງ, ໝູນໃຊ້ຍຸດທະສາດ ບຸກຢ່າງເໝາະສົມ, ກຳແໜ້ນຄວາມຮຸນແຮງປະຕິວັດ, ທັງຕໍ່ສູ້ ທັງກໍ່ສ້າງກຳລັງ, ເອົາການເມືອງ ເປັນກົກ, ການທະຫານເປັນກຳລັງແຮງ, ເສດຖະກິດເປັນພື້ນຖານ ສົມທົບບັນດາຮູບການຕໍ່ສູ້ດ້ວຍອາວຸດ ກັບການຕໍ່ສູ້ທາງ ການເມືອງຢ່າງແໜ້ນແຟ້ນ. - ຮູບການ: ຂະຫຍາຍທຸກຮູບການຕໍ່ສູ້ດ້ານການທະຫານ, ການເມືອງ, ການຕ່າງປະເທດ, ເສດ ຖະກິດ, ວັດທະນະທຳແນວຄິດ, ກົດໝາຍ ແລະອື່ນໆ; ໃນນັ້ນ ເອົາການຕໍ່ສູ້ດ້ວຍອາວຸດ ແລະ ການເມືອງຂອງມະຫາຊົນເປັນຕົ້ນຕໍ. ນອກນີ້ ກອງປະຊຸມຍັງໄດ້ວາງນະໂຍບາຍໃຫຍ່ຫລາຍດ້ານເຊັ່ນ: ນະໂຍບາຍແນວໂຮມແຫ່ງຊາດ, ຊົນຊາດ, ອຳນາດການປົກຄອງ, ສິດເສລີພາບ ປະຊາທິ ປະໄຕ, ນະໂຍບາຍປົດປ່ອຍແມ່ຍິງ ແລະ ອື່ນໆອີກ. - ໂຄງການ-ການເມືອງ ໄດ້ຊີ້ອອກວ່າ: ໜ້າທີ່ພື້ນຖານທີ່ມີຄວາມໝາຍຕັດສິນກວ່າໝູ່ ໃນປັດຈຸບັນ ແມ່ນເພີ່ມທະວີການກໍ່ສ້າງພັກໃຫ້ແໜ້ນແກ່ນເຂັ້ມແຂງ ໃນທຸກດ້ານ ຄື: ດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ເພີ່ມທະວີລັກ ສະນະຊົນຊັ້ນກໍາມະກອນ ແລະ ລັກສະນະນໍາໜ້າຕໍ່ສູ້ຂອງພັກຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ມີກໍາລັງຕໍ່ສູ້ ແລະມີຄວາມສາມາດນໍາພາທົ່ວປວງຊົນ ຕໍ່ສູ້ກູ້ຊາດຕ້ານອາເມລິກາ, ສຳເລັດການປະຕິວັດຊາດ-ປະຊາທິປະໄຕໃນທົ່ວປະເທດ ແລະ ກຽມ ເງື່ອນໄຂອັນຈໍາເປັນທຸກຢ່າງ ເພື່ອກ້າວຂຶ້ນສັງຄົມນິຍົມ. - ໂຄງການ-ການເມືອງໄດ້ເນັ້ນໜັກ ຫລັກການ ແລະ ທິດນໍາ ກ່ຽວກັບການກໍ່ສ້າງພັກ ຄື : *ຫລັກການກໍ່ສ້າງພັກ : + ພັກຖືລັດມິມາກ-ເລນິນ, ລັດທິຮັກຊາດອັນແທ້ຈິງ ສົມທົບລັດທິສາກົນກຳມາຊີບເປັນພື້ນຖານແນວຄິດ ແລະ ເປັນເຂັມທິດ ສຳລັບການເຄື່ອນໄຫວ ທຸກ ປະການ; + ພັກຈັດຕັ້ງຕາມຫລັກການລວມສູນປະຊາທິປະໄຕ, ບຸກຄົນຂຶ້ນກັບການຈັດຕັ້ງ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫລາຍ, ຂັ້ນລຸ່ມຂຶ້ນກັບຂັ້ນເທິງ, ທົ່ວພັກຂຶ້ນ ກັບ ສູນກາງພັກ; + ພັກມີລະບຽບວິໃນເຂັ້ມງວດ; + ພັກເປັນກ້ອນກຳລັງສາມັກຄີເອກະພາບທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ການກະທໍາ, ບໍ່ອະນຸຍາດໃຫ້ມີການກະທຳແບ່ງພັກແຍກ ພວກໃດໆໝົດ; + ພັກເຄື່ອນໄຫວຕາມແນວທາງມະຫາຊົນ, ພົວພັນສະໜິດແໜ້ນກັບມະຫາຊົນ; + ພັກເອົາການຕິຊົມຕົນເອງ ແລະ ຕິຊົມກັນເປັນກົດເກນຂະຫຍາຍຕົວຂອງພັກ. * ທິດນຳໃນການກໍ່ສ້າງພັກ : + ການກໍ່ສ້າງພັກຕ້ອງຮັບໃຊ້ ແລະ ຕິດແໜ້ນກັບການປະຕິບັດໜ້າທີ່ການເມືອງຂອງພັກ ໃນແຕ່ລະໄລຍະ ແລະ ຕ້ອງຕິດແໜ້ນກັບຂະບວນການຕໍ່ສູ້ປະຕິວັດ ຂອງມະຫາຊົນ; + ການກໍ່ສ້າງພັກ ຕ້ອງສ້າງທັງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ; + ການສ້າງພັກ ຕ້ອງສ້າງໃນດ້ານປະລິມານ ແລະ ຄຸນນະພາບ, ແຕ່ຕ້ອງເອົາຄຸນນະພາບເປັນກົກ ເພື່ອຮັບປະກັນລັກສະນະຊົນຊັ້ນກໍາມະກອນ ແລະ ລັກສະນະນຳໜ້າຕໍ່ສູ້ຂອງພັກ. - ກອງປະຊຸມ ໄດ້ຕົກລົງປ່ຽນຊື່ ພັກປະຊາຊົນລາວ ມາເປັນພັກປະຊາຊົນປະຕິວັດລາວ ໃນປະຈຸບັນ.
|