ໃນວັນ 27 ກໍລະກົດ 2024ນີ້,ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະພົບປະສອງຝ່າຍກັບທ່ານ ດຣ ສຸບຣາມານຢ້າ ໃຈຊັງເກີ(DrSubrahmanyam Jaishankar) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອີນເດຍ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 57 ທີ່ນະຄອນຫລວງວຽງຈັນ.