ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ບວກສາມຄັ້ງທີ 25, ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 14 ແລະກອງປະຊຸມເວທີພາກພື້ນອາຊຽນຄັ້ງທີ 31ຈັດຂືຶ້ນໃນວັນທີ 27 ກໍລະກົດ 2024 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມທັງໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ ອາເມລິກາ.

