ໃນວັນທີ 27ກໍລະກົດ2024, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະລັດຖະມົນຕີຕ່າງປະເທດ, ຜູ້ຕາງໜ້າຈາກປະເທດບັນດາຄູ່ຮ່ວມມືພາຍນອກຂອງອາຊຽນເພື່ອປືກສາຫາລື ແລະການຮ່ວມມືໃນຂົງເຂດຍຸດທະສາດ, ການເມືອງ ແລະເສດຖະກິດທີ່ມີຜົນປະໂຫຍດຮ່ວມກັນແນໃສ່ປົກປັກຮັກສາ ແລະສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະສີ່ງແວດລ້ອມ ແລະຄວາມສົມບູນພູນສຸກໃນພາກພື້ນກໍຄືໃນໂລກໂດຍສອດຄ່ອງກັບບັນດາຫລັກການພື້ນຖານຂອງອາຊຽນ.
